ການພັດທະນາຊັບພະຍາກອນມະນຸດ ຍັງໄປຕາມຄ່ານິຍົມ

213

ການກໍ່ສ້າງ ແລະ ພັດທະນາບຸກຄະລາກອນຂອງປະເທດເຮົາຍັງບໍ່ທັນສອດຄ່ອງກັບສະພາບຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ – ສັງຄົມເທົ່າທີ່ຄວນ, ການກໍ່ສ້າງສ່ວນຫຼາຍແມ່ນໄປຕາມຄ່ານິຍົມ ເຊິ່ງສາເຫດແມ່ນມາຈາກພາກສ່ວນກ່ຽວຂ້ອງ ການຈັດຕັ້ງປະຕິບັດຍັງຂາດນິຕິກຳ ແລະ ເຄື່ອງມືທີ່ຊັດເຈນ ເຮັດໃຫ້ພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນ – ນັກສຶກສາຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈຕໍ່ແຜນພັດທະນາຊັບພະຍາກອນມະນຸດ.

ອີງຕາມບົດລາຍງານຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບການພັດທະນາຊັບພະຍາກອນມະນຸດ ເຫັນວ່າ: ໃນໄລຍະປີ 2014 – 2018 ຜ່ານມາ ການຈັດຕັ້ງປະຕິບັດແຜນພັດທະນາຊັບພະຍາກອນມະນຸດຍັງບໍ່ທັນສອດຄ່ອງກັບໂຄງການປະກອບເສດຖະກິດ – ສັງຄົມ, ການກໍ່ສ້າງບຸກຄະລາກອນແມ່ນໄປຕາມຄ່ານິຍົມ ເຮັດໃຫ້ຂາດສົມດຸນທາງດ້ານແຮງງານລະຫວ່າງການສະໜອງ ແລະ ຄວາມຕ້ອງການ ໂດຍສະເພາະແມ່ນໃນບັນດາຂະແໜງການບຸລິມະສິດ ເປັນຕົ້ນ: ກະສິກຳ, ຄູ ແລະ ພະຍາບານ ເພື່ອຕອບສະໜອງໃຫ້ແກ່ການພັດທະນາປະເທດຊາດ.

ສາເຫດຫຼັກແມ່ນສັງຄົມ ກໍຄືພໍ່ແມ່ຜູ້ປົກຄອງຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈຕໍ່ແຜນພັດທະນາຊັບພະຍາກອນມະນຸດ, ການເຜີຍແຜ່ຍຸດທະສາດພັດທະນາຊັບພະຍາກອນມະນຸດຍັງບໍ່ທົ່ວເຖິງ, ການຈັດຕັ້ງປະຕິບັດຍັງຂາດນິຕິກຳ ແລະ ເຄື່ອງມືແນະນຳທີ່ຊັດເຈນ, ກົນໄກປະສານງານໃນການຈັດຕັ້ງປະຕິບັດຍັງບໍ່ທັນເຂັ້ມແຂງພໍ, ການຕິດຕາມ, ປະເມີນຜົນ ແລະ ການລາຍງານການຈັດຕັ້ງປະຕິບັດຂອງແຕ່ລະພາກສ່ວນຍັງບໍ່ທັນມີ, ຂີດຄວາມສາມາດຂອງພະນັກງານຈໍານວນໜຶ່ງທີ່ຈັດຕັ້ງປະຕິບັດວຽກງານຂອງແຕ່ລະພາກສ່ວນຍັງຈຳກັດ ໃນການຄົ້ນຄວ້າຜັນຂະຫຍາຍຍຸດທະສາດໃຫ້ເປັນໂຄງການ, ແຜນງານ ແລະ ແຜນກິດຈະກຳ, ງົບປະມານໃນການຊຸກຍູ້, ສົ່ງເສີມ ແລະ ອຳນວຍຄວາມສະດວກຍັງຈຳກັດ.

ແຕ່ປີ 2014 – 2018, ການກໍ່ສ້າງນັກວິຊາການໃນລະດັບມະຫາວິທະຍາໄລ ມີທັງໝົດ 117.936 ຄົນ, ການກໍ່ສ້າງໃນສະຖານອາຊີວະສຶກສາ, ຂະແໜງກະສິກຳແມ່ນຄົງທີ່ ເຊິ່ງມາຮອດປັດຈຸບັນມີນັກສຶກສາທີ່ຈົບຂະແໜງກະສິກຳລະດັບປາລິນຍາຕີລົງມາ ທັງໝົດ 15.281 ຄົນ. ສໍາລັບຂະແໜງອຸດສາຫະກຳແມ່ນເພີ່ມຂຶ້ນ 5% ຕໍ່ປີ ເຊິ່ງນັກສຶກສາທີ່ຮຽນຈົບຂະແໜງອຸດສາຫະກຳລະດັບປະລິນຍາຕີລົງມາ ມີທັງໝົດ 69.577 ຄົນ, ຂະແໜງບໍລິການແມ່ນຂະແໜງທີ່ກໍ່ສ້າງຫຼາຍທີ່ສຸດ ເຊິ່ງມີນັກສຶກສາທີ່ຈົບຂະແໜງດັ່ງກ່າວ ທັງໝົດ 252.245 ຄົນ.

ໃນໄລຍະ 4 ປີຜ່ານມາ, ສປປ ລາວ ໄດ້ຮັບການຊ່ວຍເຫຼືອທາງດ້ານການພັດທະນາຊັບພະຍາກອນມະນຸດຈາກທັງໝົດ 27 ປະເທດ, ເຮັດໃຫ້ຄົນລາວມີໂອກາດໄດ້ໄປສຶກສາຮໍ່າຮຽນ ແລະ ຍົກລະດັບວິຊາສະເພາະໃນລະດັບສາກົນ ເຊິ່ງມີນັກຮຽນ ແລະ ພະນັກງານທັງໝົດທີ່ໄປສຶກສາຢູ່ຕ່າງປະເທດ ຈຳນວນ 28.534 ຄົນ, ໃນຂະແໜງສຶກສາ, ຂະແໜງເສດຖະສາດ, ບໍລິຫານທຸລະກິດ, ການເງິນ, ການທະນາຄານ ແລະ ກົດໝາຍ ເປັນຂະແໜງທີ່ໄດ້ຮັບ ຄວາມນິຍົມ ແລະ ກໍ່ສ້າງທີ່ສູງ ເຊິ່ງປະເທດທີ່ນັກຮຽນ – ພະນັກງານໄປຮຽນຫຼາຍທີ່ສຸດແມ່ນ ສສ ຫວຽດນາມ ແລະ ສປ ຈີນ.

ເຫັນວ່າການກໍ່ສ້າງນັກວິຊາການໃນໄລຍະຜ່ານມາ ທີ່ຢູ່ໃນລະດັບມະຫາວິທະຍາໄລ ສ່ວນຫຼາຍຍັງຢູ່ໃນກຸ່ມເສດຖະສາດ, ບໍລິຫານທຸລະກິດ, ການເງິນ, ການທະນາຄານ ແລະ ກົດໝາຍ, ກຸ່ມນັກສຶກສາໃນຂະແໜງນີ້ແມ່ນຍັງມີທ່າອ່ຽງເພີ່ມຂຶ້ນ ໂດຍສະເພາະແມ່ນເສດຖະສາດ ແລະ ບໍລິຫານທຸລະກິດ, ການກໍ່ສ້າງໃນກຸ່ມນັກສຶກສາ ແລະ ຄູ ຈະມີທ່າອ່ຽງຫຼຸດລົງ ແຕ່ກໍເຫັນວ່າການກໍ່ສ້າງຍັງບໍ່ເໝາະ ແລະ ສູງເກີນຄວາມຈຳເປັນ. ໃນທາງກົງກັນຂ້າມ, ຂະແໜງວິທະຍາສາດ, ກະສິກຳ ແລະ ສາທາລະນະສຸກ ແມ່ນກໍ່ສ້າງບໍ່ຫຼາຍປານໃດ ແລະ ມີລັກສະນະຄົງທີ່ ເຊິ່ງເຮັດໃຫ້ຂາດສົມດຸນຕາມ ຄວາມຕ້ອງການຂອງຕະຫຼາດແຮງງານຕາມແຜນພັດທະນາປະເທດຊາດ.

[ ຂ່າວ: ກາວຊົ່ງ ]