ຄ້າຢາເປັນຂະບວນ ຖືກຈັບພ້ອມຂອງກາງ 18.000 ກວ່າເມັດ

60

ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດ ໄດ້ກັກຕົວພວກຄ້າຂາຍຢາເສບຕິດໄດ້ຈຳນວນ 04 ຄົນ ຢູ່ຈຸດກວດກາດ່ານເຊບັ້ງຫຽງ ເມືອງສອງຄອນ ແຂວງສະຫວັນນະເຂດ ເມື່ອອາທິດຜ່ານມາ ພ້ອມທັງຢຶດຂອງກາງຢາບ້າຫຼາຍພັນເມັດ.

 

 

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນເວລາ 10:30 ໂມງ ວັນທີ 4 ມິຖຸນາ 2019 ເຈົ້າໜ້າທີ່ຕຳຫຼວດຢູ່ຈຸດກວດກາດ່ານເຊບັ້ງຫຽງ ເມືອງສອງຄອນ ແຂວງສະຫວັນນະເຂດ ໄດ້ລັດລົດຍີ່ຫໍ້ຮຸນໄດຄຼີຕ້າ ສີດຳ ບໍ່ມີປ້າຍທະບຽນທີ່ແລ່ນມາຕາມເສັ້ນທາງເລກທີ13 ໃຕ້ ເພື່ອເດີນທາງລົງນະຄອນປາກເຊ. ຈາກນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ກັກລົດຄັນດັ່ງກ່າວ ເພື່ອກວດກາເອກະສານລົດ ແຕ່ເຫັນວ່າ ບຸກຄົນທີ່ຂັບຂີ່ລົດຄັນດັ່ງກ່າວມີພິລຸດໜ້າສົງໄສ ເຈົ້າໜ້າທີ່ຈຶ່ງຂໍກວດຄົ້ນລົດຄັນດັ່ງກ່າວ.

 

 

ຜ່ານການກວດຄົ້ນຈຶ່ງພົບເຫັນຢາເສບຕິດ ປະເພດ ຢາໄອສ ຈໍານວນ 5 ຖົງ ແລະ ຢາບ້າ 9 ມັດ ກັບ 01 ຖົງ ຊຸກເຊື່ອງໄວ້ຢູ່ບ່ອນເກັບເຄື່ອງທ້າຍລົດ. ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວພວກກ່ຽວຈຳນວນ 4 ຄົນ ທີ່ມານຳລົດດັ່ງກ່າວຄື: ທ້າວ ເລັ່ງຫາ ອາຍຸ 40 ປີ, ອາຊີບ ຄ້າຂາຍ ບ້ານ ນໍ້າພາວ ເມືອງຄໍາເກີດ ແຂວງບໍລິຄໍາໄຊ; ທ້າວ ປໍຊົງ ຫຼື (ຈົວ) ອາຍຸ 24 ປີ ອາຊີບ ເຮັດນາ ບ້ານ ນາແສນຄຳ ເມືອງໄຊ ແຂວງອຸດົມໄຊ, ນາງ ລີຈ້າງ ອາຍຸ 16 ປີ ແລະ ນາງ ຊົວວ່າງ ອາຍຸ 16 ປີ ທັງສອງ ຢູ່ ບ້ານ ທ່າດິນແດງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພ້ອມຂອງກາງ ຢາບ້າ 09 ມັດ ກັບ 01 ຖົງ ຫຼື 18.185 ເມັດ, ຢາໄອສ໌ 05 ຖົງ ເທົ່າກັບ 5 ກິໂລກຣາມ, ລົດໃຫຍ່ ຍີ່ຫໍ້ຮຸ່ນໄດ ຄຼີຕ້າ ສີດໍາ ບໍ່ຕິດປ້າຍທະບຽນ ໂທລະສັບ 9 ໜ່ວຍ ກ້ອງຖ່າຍຮູບ 1 ໜ່ວຍ ແລະ ເງິນສົດຈໍານວນ 400.000 ກີບ.

 

 

ຈາກນັ້ນ, ຈຶ່ງປະສານສົມທົບກັບເຈົ້າໜ້າທີ່ສະກັດກັ້ນຕ້ານຢາເສບຕິດ ແຂວງສະຫວັນນະເຂດ ເພື່ອນຳຕົວພວກກ່ຽວມາດຳເນີນການສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນໃນເບື້ອງຕົ້ນ ພວກກ່ຽວໃຫ້ຮູ້ວ່າ: ຢາໄອສ໌ ແລະ ຢາບ້າ ຈຳນວນດັ່ງກ່າວແມ່ນເປັນຂອງ ທ້າວ ເລັ່ງຫາ ທີ່ຊື້ມາຈາກຜູ້ຮ່ວມຂະບວນການ ຢູ່ແຂວງບໍລິຄຳໄຊ, ສ່ວນ ທ້າວ ປໍຊົງ ຫຼື (ຈົວ) ເປັນຜູ້ຕິດຕໍ່ຊື້-ຂາຍ ກັບລູກຄ້າ ເຊິ່ງຊື້ຢາໄອສ໌ 1 ກິໂລກຣາມ ໃນລາຄາ 100.000 ບາດ (ສະກຸນເງິນໄທ) ໄປຂາຍຕໍ່ໃຫ້ລູກຄ້າ 1 ກິໂລກຣາມ ໃນລາຄາ 120.000 ບາດ; ສ່ວນຢາບ້າຊື້ໃນລາຄາມັດລະ 10.000 ບາດ ມາຂາຍຕໍ່ໃຫ້ລູກຄ້າໃນລາຄາມັດລະ 15.000 ບາດ ແຕ່ມາຮອດຈຸດດັ່ງກ່າວ ຖືກເຈົ້າໜ້າທີ່ກັກຕົວກ່ອນ. ສ່ວນພວກຮ່ວມຂະບວນການທາງເຈົ້າໜ້າທີ່ຍັງສືບຕໍ່ນຳຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.