ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມລົມພັດແຮງໃນແຕ່ລະພາກ

74

ພະຍາກອນອາກາດປະຈໍາວັນທີ 14ມິຖຸນາ 2019 ຮ່ອງຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ພັດຜ່ານຢູ່ພາກເໜືອ ຫາ ພາກກາງ ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ມີກໍາລັງປານກາງພັດ ປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ຝົນຍັງສືບຕໍ່ຕົກໃນລະດັບຄ່ອຍເປັນບໍລິເວນ ກ້ວາງຢູ່ເກືອບທົ່ວໄປ ແລະ ຕົກປານກາງພ້ອມມີຟ້າຮ້ອງ, ຟ້າເຫຼື້ອມ ພ້ອມລົມພັດແຮງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

 

 

ພາກເໜືອດ້ານຕາເວັນອອກ: ຍັງຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ ແລະ ຫົວພັນ. ອຸນຫະພູມໃນລະຫວ່າງ 20-31 ອົງສາ.

 

ไม่มีคำอธิบายรูปภาพ

ພາກເໜືອດ້ານຕາເວັນຕົກ: ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນແຂວງ ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ. ອຸນຫະພູມໃນລະຫວ່າງ 23-36 ອົງສາ.

ไม่มีคำอธิบายรูปภาพ

 

ພາກກາງ: ມີເຝື້ອປົກຄຸມເປັນສ່ວນຫຼາຍ ຍັງຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງວຽງຈັນ, ບໍລິຄຳໄຊ ແລະ ຄຳມ່ວນຕື່ມອີກ. ອຸນຫະພູມໃນລະຫວ່າງ 23-35 ອົງສາ. ສໍາລັບໄຊສົມບູນ ຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 18-27 ອົງສາ.

 

ไม่มีคำอธิบายรูปภาพ

ສະເພາະນະຄອນຫຼວງວຽງຈັນ: ມີເຝື້ອປົກຄຸມເປັນສ່ວນຫຼາຍ ຍັງຈະມີຝົນຕົກໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ພ້ອມມີຟ້າຮ້ອງ, ຟ້າເຫຼື້ອມ ແລະ ລົມພັດແຮງຢູ່ບາງບໍລິເວນຕື່ມອີກ. ອຸນຫະພູມໃນລະຫວ່າງ 25-34 ອົງສາ.

 

ไม่มีคำอธิบายรูปภาพ

ພາກໃຕ້: ຍັງຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍ ແລະ ຕົກປານກາງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 24-25 ອົງສາ. ສຳລັບພູພຽງບໍລິເວນ: ຈະມີຝົນຕົກ, ຟ້າຮ້່ອງ ໃນລະດັບຄ່ອຍເປັນບາງໂອກາດຕື່ມອີກ. ອຸນຫະພູມໃນລະຫວ່າງ 14-28 ອົງສາ.

 

ไม่มีคำอธิบายรูปภาพ