ດຸສ່ຳໃດ ຖ້າສະຫຼາດໜ້ອຍນາຍກໍ່ບໍ່ປື້ມ

32

ມາທາງປັດຊະຍາ ແນວຄວາມຄິດ ທີ່ອາດເປັນຂໍ້ຄິດໃຫ້ທ່ານໄດ້ເປີດກວ້າງ ເບິ່ງໃນຫຼາຍໆມຸມມອງການດຳລົງຊີວິດ ໂດຍສະເພາະໃນການປະຕິບັດໜ້າທີ່ວຽກງານໃນຖານະເປັນມະນຸດເງິນເດືອນ ຕາມຫຼັກນັກປັດຊະຍາ ຂົງຈື້ ເຄີຍກ່າວໄວ້ເມື່ອ 2000 ປີກ່ອນປະມານວ່າ: ຄົນດຸໝັ່ນແຕ່ໂງ່ຕ້ອງເອົາໄປຕັດຫົວເສຍ ຫຼື ຈະເວົ້າມ່ວນໆຄືແອັດວ່າໃນຍຸກນີ້ ເຖິງຈະດຸໝັ່ນພຽງໃດຖ້າສະຫຼາດໜ້ອຍນາຍກໍ່ບໍ່ປື້ມ.

ໃນຫຼັກທຳຄຳສອນຂອງຂົງຈື້ ນັກປັດຊະຍາຜູ້ທີ່ມີຊື່ສຽງຂອງຈີນບອກໄວ້ວ່າ ຄົນສະຫຼາດ ແລະ ດຸໝັ່ນ ຄວນສົ່ງເສີມໃຫ້ເປັນແມ່ທັບ, ຄົນສະຫຼາດ ແລະ ຂີ້ຄ້ານ ຄວນລ້ຽງໄວ້ເປັນທະຫານເສນາທິການ ວາງແຜນຢູ່ເບື້ອງຫຼັງ, ຄົນໂງ່ ແລະ ຂີ້ຄ້ານ ເກັບໄວ້ໃຊ້ສອຍຕາມຄໍາສັ່ງ ແຕ່ ຖ້າພໍ້ຄົນໂງ່ ແລະ ດຸໝັ່ນ ຕ້ອງເອົາໄປຕັດຫົວຖິ້ມທັນທີ ເພາະຈະເຮັດໃຫ້ເສຍວຽກ ແລະ ກໍ່ຄວາມເດືອດຮ້ອນບໍ່ຮູ້ຈົບ ບໍ່ວ່າເຈົ້າຈະສະຫຼາດຫຼືໂງ່ ການທີ່ດຸໝັ່ນບໍ່ເປັນເວລາ ດຸໝັ່ນເຮັດໃນສິ່ງທີ່ຜິດຊໍ້າໄປຊໍ້າມາ ກໍເປັນການສ້າງຄວາມເສຍຫາຍຫຼາຍກວ່າ ບໍ່ໄດ້ກໍ່ປະໂຫຍດໃດໆ ເລີ່ມຕັ້ງແຕ່ມື້ນີ້ກໍຍັງທັນ ເຊົາເຮັດພຶດຕິກໍາໃນການເຮັດວຽກ ແບບດຸໝັ່ນທີ່ຜິດເວລາ.

ເຫດຜົນດີໆ ທີ່ເຮົາບໍ່ຄວນດຸໝັ່ນແບບຜິດໆ :
1 ການເຮັດວຽກໂດຍໃຊ້ສະໝອງ: ການທີ່ເຮົາດຸໝັ່ນເຮັດວຽກທີ່ເນັ້ນປະລິມານ ໂດຍບໍ່ໃຊ້ສະໝອງ ບໍ່ມີທາງເຮັດໃຫ້ໄດ້ງານທີ່ດີ ມີຄຸນນະພາບ ລອງປ່ຽນວິທີເຮັດວຽກເບິ່ງ ຄິດໃຫ້ຖີ່ຖ້ວນ ກ່ອນລົງມືເຮັດ ແລະ ຈັດອັນດັບຄວາມສໍາຄັນໃຫ້ເປັນ ເຊື່ອແນ່ວ່າ ວຽກຈະແລ້ວໄວກວ່າເກົ່າຫຼາຍ ແຖມຍັງມີຄຸນນະພາບ ບໍ່ແມ່ນມີແຕ່ເຮັດວຽກໄປເລື້ອຍໆ ບໍ່ມີການວາງແຜນ.
2 ການເຮັດວຽໜັກຫາມເຊົ້າຫາມແລງ ນອກເດິກ ຕື່ນສວາຍ ມັນທໍາຮ້າຍຄວາມຄິດສ້າງສັນໃໝ່ໆ ເພາະສະໝອງທີ່ເບີ ບໍ່ມີທາງຄິດຫຍັງອອກຢ່າງແນ່ນອນ.
3 ການທີ່ເຮົາດຸໝັ່ນເຮັດວຽກຕອນໃກ້ຈະຮອດມື້ກໍານົດອາດເຮັດໃຫ້ອາລົມເສຍ ແລະ ທໍາຮ້າຍຄວາມສໍາພັນຕໍ່ຄົນອ້ອມຂ້າງ ລອງຈັດສັນເວລາໃໝ່ ໂດຍກຽມວຽກໄວ້ຕັ້ງແຕ່ບໍ່ເຖິງເວລາ ແລ້ວເຮົາຈະບໍ່ຕ້ອງກັງວົນ ອາລົມເສຍໃຫ້ໃຜ.

4 ຖ້າເຈົ້າເປັນເຈົ້ານາຍຄົນ ຄວນເປັນແບບຢ່າງທີ່ດີຂອງລູກນ້ອງ ໂດຍສະເພາະການບໍລິຫານຈັດສັນເວລາ.
5 ການທີ່ເຮົາດຸໝັ່ນເຮັດວຽກກາຍໂມງກາຍຍາມ ມັນອາດບັນທອນຈິດໃຈ ທັງເຮັດໃຫ້ສຸກຂະພາບອ່ອນແອ
6 ຄິດແນ່ວ່າ ວຽກທີ່ເຮົາເຮັດຢູ່ຕອນນີ້ ສໍາຄັນຫຼາຍກົ້ມໜ້າກົມຕາເຮັດວຽກງົກໆ ຢູ່ໃນຫ້ອງການມື້ລະຫຼາຍໆຊົ່ວໂມງ ໂດຍບໍ່ໄດ້ຖາມຕົນເອງວ່າ ສິ່ງທີ່ເຮົາເຮັດຢູ່ທຸກມື້ນີ້ ມີປະໂຫຍດກັບຊີວິດຫຼາຍນ້ອຍສໍ່າໃດ ມັນເຮັດໃຫ້ເຮົາພັດທະນາຂຶ້ນຫຼືບໍ່ ໃຫ້ຫຍັງກັບເຮົາ ແລະ ສັງຄົມແນ່
7 ຄອບຄົວຕ້ອງມາກ່ອນ ຢ່າປ່ອຍໃຫ້ໃຫ້ວຽກງານເຮັດໃຫ້ຊີວິດເຮົາພັງ ຄວາມກ້າວໜ້າທາງການງານ ອາດສໍາຄັນສໍາລັບໃຜຫຼາຍໆຄົນ ແຕ່ຄວາມຈິງແລ້ວ ມັນທຽບບໍ່ໄດ້ເລີຍກັບການມີຄອບຄົວທີ່ອົບອຸ່ນໜ້າຮັກ ເພາະບໍ່ວ່າຍາມສຸກ ຫຼື ທຸກ ພວກເຂົາຈະຄຽງຂ້າງເຮົາສະເໝີ.