ທ່ານ ຄໍາຫຼ້າ ແກ້ວວັນສອນ ຂຶ້ນເປັນຜູ້ຮັກສາການຫົວໜ້າພະແນກຍຸຕິທໍາແຂວງອັດຕະປື

58

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ການນຳແຂວງອັດຕະປືໄດ້ມີການໂຍກຍ້າຍໜ້າທີ່ຕໍາແໜ່ງງານ ເພື່ອສ້າງເງື່ອນໄຂຄວາມສະດວກໃນການຈັດຕັ້ງປະຕິບັດງານໃຫ້ມີປະສິດທິພາບຫຼາຍຂຶ້ນ.

 

ໃນວັນທີ 14 ມິຖຸນາ 2019 ນີ້ ທີ່ພະແນກຍຸຕິທຳແຂວງອັດຕະປື ໄດ້ມີພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າພະແນກຍຸຕິທໍາແຂວງອັດຕະປື ຜູ້ເກົ່າກັບຜູ້ຮັກສາການແທນຫົວໜ້າພະແນກຍຸຕິທໍາຜູ້ໃໝ່ຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ພອນສະໄໝ ມຽງລາວັນ ຮອງເຈົ້າແຂວງໆອັດຕະປື ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

 

ທ່ານ ຂັນທອງ ຍີ້ນດາວົງ ຮອງຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການໂຍກຍ້າຍ ແລະ ແຕ່ງຕັ້ງພະນັກງານ ເຊິ່ງໄດ້ຍົກຍ້າຍທ່ານ ສີໄລ ສີສະແຫວງສຸກ ຫົວໜ້າພະແນກຍຸຕິທໍາ ແຂວງອັດຕະປື ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ເປັນເຈົ້າເມືອງໄຊເສດຖາ ແລະ ໄດ້ຕົກລົງແຕ່ງຕັ້ງທ່ານ ຄໍາຫຼ້າ ແກ້ວວັນສອນ ຮອງຫົວໜ້າພະແນກຍຸຕິທໍາ ຂຶ້ນເປັນຜູ້ຮັກສາການແທນຫົວໜ້າພະແນກຍຸຕິທໍາແຂວງຊົ່ວຄາວ.

 

 

ໃນພິທີກໍ່ໄດ້ມີການເຊັນມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງຫົວໜ້າພະແນກຍຸຕິທໍາແຂວງອັດຕະປື ຜູ້ເກົ່າ ກັບຜູ້ຮັສາການແທນຫົວໜ້າພະແນກຍຸຕິທໍາ ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງທີ່ເຂົ້າຮ່ວມ .

 

 

ໂອກາດນີ້ທ່ານ ພອນສະໄໝ ມຽງລາວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງອັດຕະປື ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ຫົວໜ້າພະແນກຍຸຕິທໍາຜູ້ເກົ່າຍາດມາໄດ້ ໃນໄລຍະຜ່ານມາ ເຊິ່ງເປັນງານທີ່ໄດ້ປະກອບສ່ວນສໍາຄັນເຮັດແຂວງອັດຕະປື ມີການພັດທະນາດີຂຶ້ນ. ພ້ອມຮຽກຮ້ອງມາຍັງຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນຮັກສາການແທນຫົວໜ້າພະແນກຍຸຕິທໍາ ຜູ້ໃໝ່ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ຕໍ່ໜ້າທີ່ຄວາມຮັບຜິດຊອບທີ່ຖືກມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນ, ປະຕິບັດໜ້າທີ່ດ້ວຍຄວາມຊື່ສັດ ນໍາພາວຽກງານພາຍໃນຂົງເຂດຍຸຕິທໍາໃຫ້ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ.

 

ຂໍ້ມູນ: Attapeu Media