ບໍ່ແກ້ວ ເກັບລາຍຮັບຈາກການແກ້ໄຂຄະດີລົດບໍ່ຖືກຕ້ອງ ໄດ້ເກືອບ 5 ຕື້ກີບ

40

ໄລຍະ 5 ເດືອນຕົ້ນປີນີ້ ກອງກວດກາພາສີປະຈຳແຂວງບໍ່ແກ້ວ ທີ່ຂຶ້ນກັບກອງຄຸ້ມຄອງພາສີ I ( ແຂວງຫຼວງນ້ຳທາ – ແຂວງບໍ່ແກ້ວ ) ສາມາດແກ້ໄຂຄະດີລົດນໍາເຂົ້າບໍ່ຖືກຕ້ອງໄດ້ທັງໝົດ 191 ຄັນ. ໃນນັ້ນ, ເປັນລົດໃຫຍ່ 137 ຄັນ, ລົດຈັກ 54 ຄັນ ແລະ ປັບໃໝຕາມລະບຽບການເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ແລ້ວ ເກືອບ 5 ຕື້ກີບ ຂະນະທີ່ຕົວເລກມອບໝາຍໝົດປີຢູ່ທີ່ 12 ຕື້ກີບ.

ອີງຕາມການເປີດເຜີຍຂອງ ທ່ານ ສັນສຸສິນ ວົງສາທອນ ຮອງຫົວໜ້າກອງຄຸ້ມຄອງພາສີ I ຫົວໜ້າກອງກວດກາພາສີປະຈຳແຂວງບໍ່ແກ້ວ ວ່າ: ໃນປີ 2019 ໄດ້ຮັບຕົວເລກແຜນການໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຈໍານວນ 12 ຕື້ກີບ ເຊິ່ງເພີ່ມຂຶ້ນຈາກປີ 2018 ທີ່ຜ່ານມາ 436,36% ຖ້າຄິດເປັນເງິນປະມານ 9,25 ຕື້ກີບ. ນັບແຕ່ວັນທີ 1 ມັງກອນ 2019 ຫາວັນທີ 31 ພຶດສະພາ 2019 ກອງກວດກາພາສີແຂວງບໍ່ແກ້ວ ໄດ້ສືບຕໍ່ແກ້ໄຂຄະດີລົດນໍາເຂົ້າບໍ່ຖືກຕ້ອງຕາມແຈ້ງການ ສະບັບເລກທີ 1984/ກງ ລົງວັນທີ 27 ມິຖຸນາ 2018 ໄດ້ທັງໝົດຈໍານວນ 191 ຄັນ. ໃນນັ້ນ, ເປັນປະເພດລົດໃຫຍ່ 137 ຄັນ, ປະເພດລົດຈັກ 54 ຄັນ ແລະ ປັບໃໝຕາມລະບຽບການເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ແລ້ວ ເກືອບ 5 ຕື້ກີບ ເທົ່າກັບ 41,58% ຂອງແຜນການປີ.

ທ່ານ ສັນສຸສິນ ວົງສາທອນ ຮອງຫົວໜ້າກອງຄຸ້ມຄອງພາສີ I ເນັ້ນຕື່ມອີກວ່າ: ໃນປີ 2019 ກອງກວດກາພາສີ  ແຂວງບໍ່ແກ້ວ ໄດ້ຮັບຕົວເລກຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຈໍານວນ 12 ຕື້ກີບ ເຊິ່ງເປັນຕົວເລກຫຼາຍພໍສົມຄວນ ເພີ່ມຂຶ້ນຈາກປີ 2018 ທີ່ຜ່ານມາ 436,36% ຖ້າຄິດເປັນເງິນປະມານ 9,25 ຕື້ກີບ ແລະ ເປັນສິ່ງທີ່ທ້າທ້າຍທີ່ຈະຕ້ອງບຸກບືນສູ້ຊົນພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໄປຄຽງຄູ່ກັບການສຶກສາອົບຮົມທາງດ້ານການເມືອງ – ແນວຄິດໃຫ້ແກ່ອ້າຍນ້ອງພະນັກງານພາຍໃນກອງກວດກາພາສີ ໄດ້ມີແນວຄິດຫຼັກໝັ້ນ, ມີສະຕິຕໍ່ການຈັດຕັ້ງມີລະບຽບວິໄນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້, ສືບຕໍ່ໂຄສະນາເຜີຍແຜ່ລະບຽບກົດໝາຍ, ນິຕິກຳລຸ່ມກົດໝາຍຕໍ່ຜູ້ປະກອບການການນຳເຂົ້າ – ສົ່ງອອກ ແລະ ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດຕໍ່ພວກຄ້າຂາຍເຖື່ອນລຽບຕາມຊາຍແດນ, ອອກກວດກາເຄື່ອນໄຫວລາດຕະເວນຕາມຊາຍແດນຕາມຈຸດເປົ້າໝາຍທາງນ້ຳ – ທາງບົກຕາມແຜນວຽກທີ່ວາງໄວ້, ສືບຕໍ່ແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງທີ່ມາແຈ້ງເສຍພາສີຕາມລະບຽບການ ນັບທັງລົດທີ່ຕິດປ້າຍລັດບໍລິຫານບຸກຄົນນຳໃຊ້ທີ່ມີຢູ່ໃນສະຖິຕິຂອງແຂວງ ແລະ ສືບຕໍ່ແກ້ໄຂລົດທີ່ນຳເຂົ້າມາຮັບໃຊ້ເຂດເສດຖະກິດພິເສດສາມຫຼ່ຽມຄຳທີ່ມີໃນບັນຊີ, ປະສານສົມທົບກັບອຳນາດການປົກຄອງແຕ່ລະຂັ້ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອເຮັດໜ້າທີ່ວຽກງານຕ້ານ ແລະ ສະກັດກັ້ນການລັກລອບສິນຄ້າໜີພາສີໃຫ້ມີຄວາມເຂັ້ມແຂງ. ທັງນີ້, ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນການ ຫຼື ລື່ນແຜນການຕາມຕົວເລກທີ່ຂັ້ນເທິງມອບໝາຍໃຫ້ 12 ຕື້ກີບ.

[ ຂ່າວ: ກະຊວງການເງິນ ]