ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ປັບລົງລາຄານໍ້າມັນແອັດຊັງພິເສດ 680 ກີບຕໍ່ລິດ, ນໍ້າມັນແອັດຊັງທໍາມະດາ 610 ກີບຕໍ່ລິດ ແລະ ລາຄານໍ້າມັນກາຊວນ 340 ກີບຕໍ່ລິດ, ເພີ່ມຄັງແຮນໍ້າມັນເຊື້ອໄຟ ທັງ 3 ຊະນິດ ຂຶ້ນ 200 ກີບຕໍ່ລິດ.
ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0661/ອຄ.ກຄພນ ວັນທີ 13 ມິຖຸນາ 2019 ເຖິງ: ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາ ບໍລິສັດ ນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງ: ແຈ້ງປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ.
ກະຊວງອຸດສາຫະກໍາ ແລະ ການຄ້າ, ຂໍແຈ້ງມາຍັງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາ ບໍລິສັດ ນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟໃຫ້ປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນເຂດເທສະບານແຂວງ, ນະຄອນຫຼວງ ດັ່ງນີ້:
ລາຄາໃໝ່ນີ້ໃຫ້ເລີ່ມປະຕິບັດ ວັນທີ 14 ມິຖຸນາ 2019 ເວລາ 06:00 ໂມງ ໃນຂອບເຂດທົ່ວປະເທດ, ການປັບລາຄາຄັ້ງນີ້ແມ່ນໄດ້ປັບລົງລາຄານໍ້າມັນແອັດຊັງພິເສດ 680 ກີບຕໍ່ລິດ, ນໍ້າມັນແອັດຊັງທໍາມະດາ 610 ກີບຕໍ່ລິດ ແລະ ລາຄານໍ້າມັນກາຊວນ 340 ກີບຕໍ່ລິດ, ເພີ່ມຄັງແຮນໍ້າມັນເຊື້ອໄຟ ທັງ 3 ຊະນິດ ຂຶ້ນ 200 ກີບຕໍ່ລິດ, ໃຫ້ບັນດາ ບໍລິສັດ ນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງນໍ້າມັນຂາຍຍ່ອຍຂອງຕົນໃຫ້ບໍລິການຢ່າງເປັນປົກກະຕິ, ການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0671/ກຄພນ.ຄສວ ລົງວັນທີ 13 ມິຖຸນາ 2019 ຈົນກວ່າຈະມີການປ່ຽນແປງ, ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0586/ອຄ,ກຄພນ ລົງວັນທີ 30 ພຶດສະພາ 2019.
[ ຂ່າວ: ສົມລົດ ]