ໜີ້ສິນຄ່າກະແສໄຟຟ້າ ພາກລັດບໍລິຫານ ແລະ ກະສິກໍາ ຢູ່ແຂວງໄຊຍະບູລີ ຍັງຄຸມເຄືອ

42

ແຂວງໄຊຍະບູລີ ເປັນແຂວງໜຶ່ງທີ່ມີທ່າແຮງທາງດ້ານອຸດສາຫະກຳໄຟຟ້າ ເຊິ່ງປັດຈຸບັນມີໂຮງງານໄຟຟ້າຂະໜາດໃຫຍ່ ເຊັ່ນ: ໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນ ເມືອງຫົງສາ ມີກຳລັງ 1.878 ເມກາວັດ ( MW ), ໂຮງງານໄຟຟ້າພະລັງນ້ຳນ້ຳຂອງ ມີກຳລັງຕິດຕັ້ງ 1.285 ເມກາວັດ ຄາດວ່າຈະໄດ້ເປີດນຳໃຊ້ໃນເດືອນຕຸລາປີນີ້. ນອກນີ້, ຍັງມີໂຮງງານໄຟຟ້າຂະໜາດນ້ອຍອີກຈຳນວນຫຼາຍທີ່ພວມສໍາຫຼວດ ແລະ ກໍ່ສ້າງ, ສໍາລັບການລົງທຶນຂອງລັດ – ເອກະຊົນໃນຂະແໜງພະລັງງານ ແລະ ບໍ່ແຮ່ ໂດຍສ່ວນໃຫຍ່ເປັນໂຄງການລົງທຶນໃສ່ການພັດທະນາ, ການປັບປຸງ ແລະ ຂະຫຍາຍລະບົບຕາຂ່າຍໄຟຟ້າສູ່ຊົນນະບົດ ເພື່ອສູ້ຊົນເຮັດໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າຖາວອນ.

ທ່ານ ຄໍາເຫຼັກ ແກ້ວວິໄລພອນ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ ໄດ້ຂຶ້ນຜ່ານຮ່າງບົດລາຍງານການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ – ເອກະຊົນ ຕິດພັນກັບການແກ້ໄຂບັນຫາໜີ້ສິນສາທາລະນະຕໍ່ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 13 ສະໄໝທີ VI ໃນວັນທີ 11 ມິຖຸນາຜ່ານມານີ້ ວ່າ: ຕໍ່ກັບຜົນສໍາເລັດຂອງການພັດທະນາ, ການປັບປຸງ ແລະ ການຂະຫຍາຍລະບົບຕາຂ່າຍໄຟຟ້າທີ່ມີລັກສະນະກ້າວກະໂດດໃນໄລຍະຜ່ານມາ ປັດຈຸບັນສາມາດບັນລຸບ້ານທີ່ໃຊ້ໄຟຟ້າ 432 ບ້ານ ເທົ່າກັບ 99,77%, ຂອງຈໍານວນບ້ານທັງໝົດໃນທົ່ວແຂວງ. ໃນນັ້ນ, ບ້ານທີ່ຊົມໃຊ້ໄຟຟ້າຖາວອນ ກວມ 425 ບ້ານ, ມີ 76.332 ຄອບຄົວ ແລະ ລະບົບໄຟຟ້າແສງຕາເວັນ 7 ບ້ານ, ມີ 374 ຄອບຄົວ. ຄຽງຄູ່ກັນນັ້ນ, ກໍຍັງມີຂໍ້ຄົງຄ້າງ ແລະ ເກີດມີໜີ້ສິນສາທາລະນະຢູ່ພາຍໃນແຂວງ ເປັນຕົ້ນແມ່ນໜີ້ສິນຄ່າກະແສໄຟຟ້າພາກລັດບໍລິຫານ ແລະ ກະສິກຳ – ຊົນລະປະທານຢູ່ແຂວງໄຊຍະບູລີ ຍັງມີລັກສະນະຄຸມເຄືອ, ມາຮອດປັດຈຸບັນສາມາດສະຫຼຸບສັງລວມໜີ້ສິນຄ່າກະແສໄຟຟ້າຂອງພາກລັດບໍລິຫານ ມີເຖິງ 9,39 ຕື້ ກວ່າກີບ ແລະ ພາກກະສິກໍາ – ຊົນລະປະທານ 200 ລ້ານກວ່າກີບ, ມີລາຍລະອຽດ ເຊັ່ນ: ໜີ້ສິນຄ່າກະແສໄຟຟ້າສໍານັກງານລັດບໍລິຫານ 6,68 ຕື້ກວ່າກີບ, ໜີ້ສິນຄ່າກະແສໄຟຟ້າເຍືອງທາງ 1,59 ຕື້ກວ່າກີບ, ໜີ້ສິນຄ່າກະແສໄຟຟ້າສໍານັກງານລັດບໍລິຫານ ( ສຳນັກງານທີ່ກຸ້ມຕົນເອງ ) ຈຳນວນ 1,12 ຕື້ກວ່າກີບ ແລະ ໜີ້ສິນຄ່າກະແສໄຟຟ້າພາກກະສິກໍາ – ຊົນລະປະທານ ໂປ່ມນໍ້າ ບ້ານນາຍາວ 36 ລ້ານກວ່າກີບ, ໂປ່ມນໍ້າ ບ້ານນາລາ 163 ລ້ານກວ່າກີບ. ນອກນີ້, ຍັງມີສະພາບໜີ້ສິນສາທາລະນະ ເປັນຕົ້ນແມ່ນ: ໜີ້ສິນຂອງໂຄງການລົງທຶນຂອງລັດ ເຊັ່ນ: ບ້ວງທຶນຂອງແຂວງຍັງຄ້າງຊໍາລະ 12 ໂຄງການ ມູນຄ່າ 67,18 ຕື້ກີບ ແລະ ຄາດວ່າຈະໄດ້ຊໍາລະຮອດທ້າຍປີ 2019 ຈໍານວນ 17,93 ຕື້ກີບ, ບ້ວງທຶນຂອງເມືອງຍັງຄ້າງຊໍາລະ 4 ໂຄງການ ມູນຄ່າ 7,77 ຕື້ກີບ ແລະ ຄາດວ່າຈະໄດ້ຊໍາລະຮອດທ້າຍປີ 2019 ຈໍານວນ 1,52 ຕື້ກີບ, ທ່ານ ຄໍາເຫຼັກ ແກ້ວວິໄລພອນ ຍັງໄດ້ກ່າວຕື່ມອີກວ່າ: ເພື່ອແກ້ໄຂບັນຫາໜີ້ສິນດັ່ງກ່າວ ທ່ານເຈົ້າແຂວງໄຊຍະບູລີ ຈຶ່ງໄດ້ແຕ່ງຕັ້ງຄະນະໜ່ວຍສະເພາະກິດ ເພື່ອແກ້ໄຂບັນຫາໜີ້ສິນຄ່າກະແສໄຟຟ້າຂອງສໍານັກງານ, ອົງການທີ່ນໍາໃຊ້ງົບປະມານຂອງລັດຢູ່ພາຍໃນແຂວງ.

[ ໂດຍ: ອຸ່ນເຮືອນ ໂພທິລັກ ]