ຫົວເຫວີ່ຍ ເລິ່ມຈົດທະບຽນເຄື່ອງໝາຍການຄ້າລະບົບປະຕິບັດການ “ຫົງເມິ່ງ”

79

ຂໍ້ມູນຈາກອົງການຊັບສິນທາງປັນຍາຂອງຢູເອັນ ລະບຸວ່າ ບໍລິສັດຫົວເຫວີ່ຍ ເລິ່ມຈົດທະບຽນເຄື່ອງໝາຍການຄ້າຂອງລະບົບປະຕິບັດການ “ຫົງເມິ່ງ” ແລ້ວ.

ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງເຊີນເຈິ້ນ ປະເທດຈີນ ເມື່ອວັນສຸກ ທີ 14 ມິຖຸນາ ໂດຍອ້າງຈາກຖານຂໍ້ມູນຂອງອົງການຊັບສິນທາງປັນຍາແຫ່ງໂລກ (WIPO) ເຊິ່ງເປັນໜຶ່ງໃນອົງກອນຈັດຕັ້ງພິເສດຂອງສະຫະປະຊາຊາດ (UN) ວ່າ ບໍລິສັດຫົວເຫວີ່ຍ ເທັກໂນໂລຢີ ຂອງຈີນ ຍື່ນເອກະສານຈົດທະບຽນເຄື່ອງໝາຍການຄ້າລະບົບປະຕິບັດການ (OS) ຫົງເມິ່ງ ຢ່າງໜ້ອຍ 9 ປະເທດ ລວມເຖິງກໍາປູເຈຍ, ເກົາຫຼີໃຕ້, ການາດາ, ນິວຊີແລນ ແລະ ປະເທດຫຼ້າສຸດເປຣູ ມີການຍື່ນຄໍາຮ້ອງ ເມື່ອວັນທີ 27 ພຶດສະພາ ຜ່ານມາ.

ในภาพอาจจะมี หนึ่งคนขึ้นไป

ທັງນີ້ ທ່ານຣິຊາດ ຫຍູ ປະທານຄະນະເຈົ້າໜ້າທີ່ຝ່າຍບໍລິຫານ (CEO) ຝ່າຍທຸລະກິດຜູ້ບໍລິໂພກຂອງຫົວເຫວີ່ຍໃຫ້ສໍາພາດກັບສື່ຂອງສະຫະລັດຫຼາຍແຫ່ງ ເມື່ອເດືອນພຶດສະພາ ຜ່ານມາ ວ່າ ລະບົບປະຕິບັດການຫົງເມິ່ງຄືໜຶ່ງໃນແຜນສໍາຮອງທີ່ທາງບໍລິສັດກຽມການມາດົນ ໃນກໍລະນີທີ່ລັດຖະບານວໍຊິງຕັນຂວໍ້າບາດທາງເທັກໂນໂລຢີຕໍ່ຫົວເຫວີ່ຍ ດ້ວຍການຕັດສິດສິນຄ້າຂອງຫົວເຫວີ່ຍອອກຈາກການຮ່ວມມື ແລະ ໃຊ້ງານລະບົບປະຕິບັດການທີ່ຜູ້ປະກອບການໃນສະຫະລັດເປັນຜູ້ພັດທະນາເຊັ່ນ ແອນດຣອຍຂອງກູເກິລ ແຕ່ທາງ ຫົວເຫວີ່ຍກໍ່ໄດ້ຈົດທະບຽນຫົງເມິ່ງ ຕັ້ງແຕ່ເດືອສິງຫາ ປີ 2018.

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ສ່ວນສະຫະພາບເອີຣົບ (EU) ເປັນກຸ່ມທໍາອິດທີ່ຫົວເຫວີ່ຍຍື່ນເລື່ອງ ເມື່ອວັນສຸກ ທີ 14 ພຶດສະພາ ຫຼັງ “ມີສັນຍານ” ວ່າ ລັດຖະບານວໍຊິງຕັນຈະຂຶ້ນບັນຊີດໍາຫົວເຫວີ່ຍ ເຊິ່ງກໍ່ເກີດຂຶ້ນແທ້ ໃນອີກບໍ່ເທົ່າໃດວັນຕໍ່ມາ ເຖິງວ່າກະຊວງການຄ້າຂອງສະຫະລັດກໍານົດໄລຍະເວລາຜ່ອນຜັນ 90 ວັນໃຫ້ແກ່ຫົວເຫວີ່ຍ ແລະ ຄູ່ຄ້າໃນສະຫະລັດ ເພື່ອຈັດການສະສາງຂໍ້ຕົກລົງທີ່ຍັງຄ້າງຄາໃຫ້ແລ້ວສໍາເລັດ ແຕ່ຫົວເຫວີ່ຍເຫັນວ່າ ບໍ່ມີຄວາມໝາຍ ແລະ ຫຼາຍຝ່າຍເຊື່ອວ່າມີຄວາມເປັນໄປໄດ້ສູງທີ່ຈະມີການ “ຕໍ່ເວລາເພິ່ມອີກ” ຂະນະທີ່ ເມື່ອຕົ້ນເດືອນນີ້ ທ່ານຣັສສ໌ ວໍ ຮັກສາການຜູ້ອໍານວຍການສໍານັກງານບໍລິຫານງົບປະມານທໍານຽບຂາວ (OMB: Office of Management and Budget) ຮຽກຮ້ອງໃຫ້ປະທານາທິບໍດີໂດນັລ ທຣໍາ ຂະຫຍາຍເວລາຜ່ອນຜັນຂໍ້ຈໍາກັດບາງປະການອອກໄປອີກ ປະມານ 2 ປີ.