ເປີດນຳໃຊ້ອະນຸສາວະລີ ອົງແກ້ວ ວິລະບຸລຸດຂອງຊາດ ມູນຄ່າ 23 ຕື້ກວ່າກີບ

0
229

ອະນຸສາວະລີ ອົງແກ້ວ ວິລະບຸລຸດຂອງຊາດລາວ ທີ່ປະດິດສະຖານຢູ່ຫຼັກສອງ ບ້ານໃໝ່ຫົວເມືອງ ເມືອງລະມາມ ແຂວງເຊກອງ ໄດ້ເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 13 ມິຖຸນານີ້ ໂດຍ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງ, ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ. ພ້ອມນີ້, ກໍມີການນຳ 3 ແຂວງພາກໃຕ້ ຄື: ແຂວງສາລະວັນ, ຈໍາປາສັກ, ອັດຕະປື, ພາກສ່ວນກ່ຽວຂ້ອງ ແລະ ມວນຊົນແຂວງດັ່ງກ່າວເຂົ້າຮ່ວມ.

ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ ກ່າວວ່າ: ທ່ານ    ອົງແກ້ວ ແມ່ນຜູ້ນຳທີ່ໂດດເດັ່ນ ແລະສຳຄັນໃນສະໄໝຕໍ່ສູ້ຕ້ານຝຣັ່ງ ແລະ ຈາກການເປັນຜູ້ໜຶ່ງທີ່ມີນ້ຳໃຈຮັກຊາດຍອມເສຍສະຫຼະຊີວິດ ເພື່ອຊາດເພື່ອປະຊາຊົນຢ່າງແທ້ຈິງ, ທ່ານໄດ້ເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າຢູ່ເຂດພາກໃຕ້ຂອງລາວລຸກຮືຂຶ້ນຕໍ່ສູ້ປົດປ່ອຍປະເທດຊາດໃຫ້ຫຼຸດພົ້ນຈາກການກົດຂີ່ຂູດຮີດຂອງພວກສັກດີນາໃນປະເທດ ແລະ ພວກຈັກກະພັດຮຸກຮານ ໂດຍສະເພາະພວກລ່າເມືອງຂຶ້ນຝຣັ່ງ ເພື່ອ ຄວາມເປັນເອກະລາດ ປົກປັກຮັກສາຜືນແຜ່ນດິນຂອງຕົນໄວ້ໃຫ້ຍືນຍົງ ເຊິ່ງການກໍ່ສ້າງອະນຸສາວະລີອົງແກ້ວ ເພື່ອຈາລຶກວິລະກໍາອັນລໍ້າເລີດ ແລະ ເພື່ອເຮັດໃຫ້ຄົນຮຸ່ນຫຼັງໄດ້ຮຽນເອົາຄຸນງາມຄວາມດີ  ແລະ ບົດຮຽນອັນລໍ້າຄ່າທັງເປັນການເສີມຂະຫຍາຍມູນເຊື້ອຮັກຊາດ, ມູນເຊື້ອສາມັກຄີປອງດອງຕໍ່ສູ້ບໍ່ຍອມຈຳນົນຂອງເພິ່ນ ຈົນໄດ້ຮັບນາມມະຍົດເປັນ “ ວິລະບຸລຸດຂອງຊາດລາວ ”. ຂະນະດຽວກັນ, ກໍເປັນສັນຍະລັກແຫ່ງດິນແດນຖິ່ນກຳເນີດວິລະຊົນຄົນກ້າ ແລະ ເປັນສະຖານທີ່ສັກກາລະບູຊາ ທັງເປັນສູນລວມຈິດໃຈເຕົ້າໂຮມ ຄວາມສາມັກຄີຂອງປະຊາຊົນບັນດາເຜົ່າຄຽງຄູ່ກັບຫຼັກເມືອງ, ເປັນບ່ອນອົບຮົມບົ່ມສອນຄົນຮຸ່ນຫຼັງໃຫ້ຮູ້ຮັກເຊື້ອແພງຊາດ, ຮູ້ຄຽດແຄ້ນສັດຕູຂອງຊາດທັງເປັນການເສີມຂະຫຍາຍລັດທິວິລະຊົນ.

ຂະນະທີ່ ທ່ານ ບູ່ໄຊ ໄຊຍະເສນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງເຊກອງ ກ່າວວ່າ: ຍ້ອນເຫັນໄດ້ວິລະກຳອັນລ້ຳເລີດ, ຄຸນງາມຄວາມດີຂອງເພິ່ນທີ່ມີຕໍ່ປະເທດຊາດ, ກົມການເມືອງສູນກາງພັກໄດ້ຕົກລົງໃຫ້ແຂວງເຊກອງ ສ້າງອະນຸສາວະລີ ແລະ ຫຼໍ່ຮູບ ທ່ານ ອົງແກ້ວ ໃນເນື້ອທີ່ 4 ເຮັກຕາ ແລະ ດໍາເນີນການກໍ່ສ້າງອາຄານ, ນ້ຳພຸ, ສວນສາທາລະນະ ແລະ ເດີ່ນອະເນກປະສົງ, ຕາຂ່າຍໄຟຟ້າ ແລະ ຖານຕັ້ງຮູບຫຼໍ່ອົງແກ້ວ ໂດຍມີມູນຄ່າ 23 ຕື້ກວ່າກີບ. ສ່ວນຮູບຫຼໍ່ອົງແກ້ວຫຼໍ່ດ້ວຍທອງປະສົມ ສູງ 4,90 ແມັດ, ໜັກ 6 ໂຕນ ມູນຄ່າ 1,8 ຕື້ ກວ່າກີບ.

LEAVE A REPLY

Please enter your comment!
Please enter your name here