ເວັບໄຊ ຖານຂໍ້ມູນວິສາຫະກິດແຫ່ງຊາດຈະອໍານວຍຄວາມສະດວກໃຫ້ນັກທຸລະກິດ

160

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ຈັດພິທີເປີດໂຕເວັບໄຊ ຖານຂໍ້ມູນວິສາຫະກິດແຫ່ງຊາດ WWW.ned.gov.la ເພື່ອອໍານວຍ ຄວາມສະດວກໃຫ້ນັກລົງທຶນໄດ້ມີຂໍ້ມູນທີ່ດີ ເພື່ອຊ່ວຍຕັດສິນໃຈລົງທຶນ. ພ້ອມດຽວກັນນັ້ນ, ສໍາລັບປະຊາຊົນກໍໄດ້ເຂົ້າເຖິງຖານຂໍ້ມູນບໍລິສັດທີ່ເປີດດໍາເນີນທຸລະກິດໃນປະເທດ.

ທ່ານ ສົມພວງ ພຽນພິນິດ ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ໄດ້ກ່າວວ່າ: ໃນວັນທີ 1 ກຸມພາ 2018 ນາຍົກລັດຖະມົນຕີ ໄດ້ອອກຄໍາສັ່ງ 02/ນຍ ເຊິ່ງໄດ້ນໍາມາສູ່ການປ່ຽນແປງຢ່າງຕັ້ງໜ້າຫຼາຍປະການ  ໜຶ່ງໃນການປ່ຽນແປງທີ່ພົ້ນເດັ່ນແມ່ນການເຕີບໂຕຂອງຈໍານວນປະຊາກອນທຸລະກິດໃນປະເທດວິສາຫະກິດທີ່ຂຶ້ນທະບຽນໃນໄລຍະ 2 ປີຫຼັງ ຄືປີ 2018 – 2019 ເພີ່ມຂຶ້ນຢ່າງເຫັນໄດ້ເດັ່ນຊັດ.

NED ຫຍໍ້ມາຈາກ National Enterprise Database ພັດທະນາຕໍ່ຍອດມາຈາກ Website ທີ່ເຄີຍນໍາໃຊ້ໃນໄລຍະຜ່ານມາ ທີ່ມີຊື່ວ່າ: WWW.erm.gov.la.

WebsiteWWW.erm.gov.la ໄດ້ມີພິທີເປີດເປັນທາງການວັນທີ 26 ພຶດສະພາ 2017 ປັດຈຸບັນມີຜູ້ເຂົ້າຊົມ 104.022 ວິວ, ເວັບໄຊ WWW.erm.gov.la ໃນເມື່ອກ່ອນ ຫຼື WWW.ned.gov.la ໃນປັດຈຸບັນ ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງຫ້ອງການຖານຂໍ້ມູນວິສາຫະກິດແຫ່ງຊາດ ( ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງ ອຄ ).

ທ່ານກ່າວວ່າ: Website ນອກຈາກເປັນບ່ອນເກັບກໍາຂໍ້ມູນກ່ຽວກັບການຂຶ້ນ ຫຼື ການປ່ຽນແປງເນື້ອໃນທະບຽນວິສາຫະກິດທັງໝົດຂອງປະເທດເຮົາ ຍັງເປັນບ່ອນສໍາລັບຜູ້ໃຊ້ບໍລິການ ເປັນຕົ້ນແມ່ນຜູ້ລົງທຶນໃນການເກັບກໍາຂໍ້ມູນ ຫຼື ດາວໂຫຼດຂໍ້ມູນ – ແບບຟອມເອກະສານຄໍາຮ້ອງ, ລະບຽບກົດໝາຍ ກ່ຽວກັບການສ້າງຕັ້ງວິສາຫະກິດຢູ່ ສປປລາວ, ລວມທັງຂັ້ນຕອນ, ກໍານົດເວລາ, ຄ່າທໍານຽມການຂຶ້ນທະບຽນວິສາຫະກິດ ແລະ ຂໍ້ມູນອື່ນໆຂອງວິສາຫະກິດ ເຊິ່ງເປັນການຊ່ວຍສ້າງເງື່ອນໄຂໃຫ້ຜູ້ລົງທຶນໃນການເລີ່ມຕົ້ນທຸລະກິດຂອງຕົນ ແລະ ການເຈລະຈາຮ່ວມທຸລະກິດກັບທຸລະກິດຕ່າງໆໄດ້ສະດວກ ແລະ ງ່າຍຂຶ້ນ ເຊິ່ງໄດ້ຮັບການສະໜັບສະໜູນຈາກທະນາຄານພັດທະນາອາຊີ.

Mr Phil Munnelly ຜູ້ຊ່ຽວຊານຈາກທະນາຄານພັດທະນາອາຊີ ໄດ້ກ່າວວ່າ: ເວັບໄຊ WWW.ned.gov.la ແມ່ນໄດ້ຮັບການພັດທະນາຂຶ້ນ ເພື່ອເຮັດໃຫ້ເຈົ້າໜ້າທີ່ພາກລັດ, ພາກທຸລະກິດ ແລະ ປະຊາຊົນຜູ້ສົນໃຈສາມາດຮັບຮູ້ຂໍ້ມູນຕ່າງໆໃນຖານຂໍ້ມູນວິສາຫະກິດຂອງປະເທດ ເພື່ອເປັນການແລກປ່ຽນຄວາມຄິດເຫັນ. ສໍາລັບພາກທຸລະກິດກໍສາມາດນໍາໄປເປັນຖານຂໍ້ມູນໃນການຕັດສິນໃຈລົງທຶນ, ສ່ວນປະຊາຊົນກໍສາມາດຮັບຮູ້ວ່າວິສາຫະກິດໃນທ້ອງຖິ່ນຂອງຕົນແມ່ນອອກໃບອະນຸຍາດດໍາເນີນທຸລະກິດມື້ໃດ, ດໍາເນີນທຸລະກິດກ່ຽວກັບຫຍັງ? ມີການເສຍພັນທະໃຫ້ລັດ ຫຼື ບໍ່ ແລະ ຂໍ້ມູນອື່ນໆທີ່ຈໍາເປັນ, WWW.ned.gov.la ຍັງສາມາດລະບຸຕໍາແໜ່ງຂອງທີ່ຕັ້ງວິສາຫະກິດວ່າຢູ່ໃນທ້ອງຖິ່ນໃດ ແລະ ຂໍ້ມູນທີ່ສົນໃຈອື່ນໆ ເວົ້າລວມແມ່ນປະຊາຊົນສາມາດກວດເບິ່ງຈໍານວນຫົວໜ່ວຍທຸລະກິດພາຍໃນປະເທດ, ຈໍານວນວິສາຫະກິດໃນແຕ່ລະແຂວງມີຫຍັງແດ່ ເຫຼົ່ານີ້ເປັນຕົ້ນ.

ພິທີເປີດໂຕໄດ້ມີຂຶ້ນໃນວັນທີ 13 ມິຖຸນາ 2019 ທີ່ໂຮງແຮມດອນຈັນພາເລດ ໂດຍການເປັນປະທານຂອງ ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີກະຊວງ ອຄ ມີຫົວໜ້າກົມ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ  ແລະ ພາກທຸລະກິດເຂົ້າຮ່ວມ.

[ ຂ່າວ: ພຸດຕີ້; ຮູບ: ສອນໄຊ ]