ການແກ້ໄຂ ແລະ ຟື້ນຟູຄືນຫຼັງໄພພິບັດ ສຳເລັດໂດຍພື້ນຖານ

44

ໃນວັນທີ 12 ມິຖຸນາຜ່ານມາ ໄດ້ຈັດກອງປະຊຸມຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ( ຄພຊ ) ໂດຍການເປັນປະທານຂອງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ), ມີບັນດາທ່ານຮອງລັດຖະມົນຕີ, ຮອງປະທານ ແລະ ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ພ້ອມຂະແໜງການກ່ຽວຂ້ອງເຂົ້າຮ່ວມ ດ້ານການແກ້ໄຂ ແລະ ຟື້ນຟູມາຮອດປັດຈຸບັນສຳເລັດໂດຍພື້ນຖານ.

ກອງປະຊຸມໃນຄັ້ງນີ້ ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໄດ້ຮັບຟັງການລາຍງານ ແລະ ທົບທວນຄືນການຈັດຕັ້ງປະຕິບັດການຊ່ວຍເຫຼືອໄລຍະສຸກເສີນ ແລະ ຟື້ນຟູຄືນຫຼັງໄພພິບັດນໍ້າຖ້ວມ ປີ 2018 ເຊິ່ງໄລຍະຜ່ານມາກໍຄືປັດຈຸບັນຂອງບັນດາກະຊວງທີ່ກ່ຽວຂ້ອງ ໃນຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ລວມທັງບັນດາອົງການປົກຄອງທ້ອງຖິ່ນທີ່ຖືກກະທົບຈາກໄພພິບັດ ກໍໄດ້ເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດາແຈ້ງການຂອງລັດຖະບານ ແລະ ທິດຊີ້ນໍາຕ່າງໆຂອງຂັ້ນເທິງ ກ່ຽວກັບການແກ້ໄຂ ແລະ ຟື້ນຟູຫຼັງໄພພິບັດໃນຂອບເຂດທົ່ວປະເທດ. ໃນນີ້, ລັດຖະບານໄດ້ອະນຸມັດເງິນແກ້ໄຂສຸກເສີນ 100 ຕື້ກີບ, ຈັດແບ່ງໃຫ້ຂະແໜງກະສິກໍາ ແລະ ປ່າໄມ້ ແລະ ຂະແໜງໂຍທາທິການ ແລະ ຂົນສົ່ງ; ໄດ້ຫັນງົບປະມານລົງທຶນໂຄງການຂອງລັດ ປີ 2019 ເຂົ້າໃນການແກ້ໄຂຟື້ນຟູຫຼັງໄພພິບັດ ມູນຄ່າ 500 ຕື້ກີບ ເພື່ອແກ້ໄຂຟື້ນຟູ ໃນ 4 ຂະແໜງການທີ່ເປັນບຸລິມະສິດ ເຊັ່ນ: ຂະແໜງໂຍທາທິການ ແລະ ຂົນສົ່ງ, ຂະແໜງກະສິກໍາ ແລະ ປ່າໄມ້, ຂະແໜງສາທາລະນະສຸກ ແລະ ຂະແໜງສຶກສາທິການ ແລະ ກີລາ. ພ້ອມນີ້, ກໍໄດ້ຍາດແຍ່ງຮັບເອົາການຊ່ວຍເຫຼືອຂອງສາກົນ ແລະ ບັນດາປະເທດເພື່ອນມິດເຂົ້າໃນການແກ້ໄຂ ແລະ ຟື້ນຟູຄືນຫຼັງໄພພິບັດ.

ມາຮອດປັດຈຸບັນບັນດາວຽກງານດັ່ງກ່າວກໍໄດ້ມີຄວາມຄືບໜ້າສໍາເລັດໂດຍພື້ນຖານ ເປັນຕົ້ນ: ສືບຕໍ່ໃຫ້ການຊ່ວຍເຫຼືອຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບໄພພິບັດ ຜ່ານຫຼາຍຮູບແບບຂອງກິດຈະກໍາ ເຊັ່ນ: ການສະໜອງສົງເຄາະເງິນສົດໃຫ້ຜູ້ປະສົບໄພພິບັດຜູ້ທີ່ບໍ່ສາມາດອອກແຮງງານໄດ້, ສະໜອງເງິນສົດຜ່ານກິດຈະກໍາອາຫານເພື່ອງານ ສໍາລັບຜູ້ປະສົບໄພພິບັດທີ່ສາມາດອອກແຮງງານ; ກິດຈະກໍາສົ່ງເສີມການຄໍ້າປະກັນດ້ານສະບຽງອາຫານ ໂດຍການສະໜອງແນວພັນພືດ, ສັດລ້ຽງ ແລະ ການປະມົງ; ການສົ່ງເສີມດ້ານສຸຂະພາບ, ສຸຂະອະນາໄມ ແລະ ໂພຊະນາການສໍາລັບໄວຈະເລີນພັນ ແລະ ເດັກ; ການສ້ອມແປງ ແລະ ກໍ່ສ້າງຄືນໃໝ່ດ້ານທີ່ຢູ່ອາໄສຂອງປະຊາຊົນ; ການບຸກເບີກ ແລະ ຈັດສັນທີ່ດິນການຜະລິດໃຫ້ປະຊາຊົນ. ພ້ອມນີ້, ກໍໄດ້ສໍາເລັດບັນດາໂຄງການຟື້ນຟູທັງໄລຍະສັ້ນສຸກເສີນ ແລະ ຮີບດ່ວນ ເປັນຕົ້ນ: ການສ້ອມແປງ ແລະ ກໍ່ສ້າງບັນດາເສັ້ນທາງ, ຂົວ, ລະບົບຊົນລະປະທານ, ໂຮງຮຽນ, ໂຮງໝໍ, ຫ້ອງການສໍານັກງານ ແລະ ອື່ນໆ.

ໂດຍສະເພາະການແກ້ໄຂຟື້ນຟູຫຼັງໄພພິບັດຢູ່ເມືອງສະໜາມໄຊ ແຂວງ ອັດຕະປື ກໍມີຄວາມຄືບໜ້າສໍາເລັດຫຼາຍດ້ານ ເປັນຕົ້ນ: ວຽກງານຈັດສັນທີ່ຢູ່ຊົ່ວຄາວ, ວຽກງານສັງຄົມສົງເຄາະ, ວຽກງານສາທາລະນະສຸກ, ສຶກສາ, ວຽກຟື້ນຟູ ແລະ ຈັດສັນອາຊີບ ເຊັ່ນ: ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ, ການບຸກເບີກເນື້ອທີ່ທໍາການຜະລິດຢູ່ 5 ຈຸດສູນພັກເຊົາ, ວຽກແຜນຜັງບ້ານ ແລະ ອອກແບບເຮືອນຖາວອນ, ການຟື້ນຟູເສັ້ນທາງ ແລະ ຂົວ ແລະ ອື່ນໆ.

ກອງປະຊຸມຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ຄັ້ງນີ້ຍັງໄດ້ພ້ອມກັນປະກອບຄວາມຄິດ – ຄວາມເຫັນ, ນໍາສະເໜີ ແລະ ແລກປ່ຽນບົດຮຽນປະສົບການໃນດ້ານວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດ ໂດຍສະເພາະຈະໄດ້ຮ່ວມກັນປຶກສາຫາລື ແລະ ປະກອບຄໍາຄິດ – ຄໍາເຫັນຕໍ່ກັບຮ່າງເນື້ອໃນບົດລາຍງານກ່ຽວກັບຄວາມຄືບໜ້າ ການແກ້ໄຂຟື້ນຟູຫຼັງໄພພິບັດ ແລະ ແຜນການກຽມ ຄວາມພ້ອມເພື່ອຮັບມືກັບໄພພິບັດ ປີ 2019, ຮ່າງເນື້ອໃນບົດລາຍງານດັ່ງກ່າວນີ້ຈະໄດ້ສືບຕໍ່ນໍາສະເໜີຕໍ່ກອງປະຊຸມ ຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ທີ່ຈະມີຂຶ້ນໃນວັນທີ 17 ມິຖຸນາ ທີ່ຈະມາເຖິງນີ້ ແລະ ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 1 ປະຈໍາປີ 2019 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 26 – 28 ມິຖຸນາ 2019 ນີ້. ພ້ອມນີ້, ຍັງຈະໄດ້ຮ່ວມກັນຄົ້ນຄວ້າ ແລະ ຮັບຮອງເອົາກາໝາຍໂລໂກ້ຂອງຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ.

ທ່ານ ຄຳແພງ ໄຊສົມແພງ ໃນນາມປະທານຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ຍັງໄດ້ຮຽກຮ້ອງມາຍັງບັນດາທ່ານໃນຄະນະກໍາມະການ ກໍຄືຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງນີ້ ພ້ອມກັນປຶກສາຫາລື ແລະ ມີຄໍາເຫັນຕໍ່ຮ່າງເນື້ອໃນຂອງບົດລາຍງານ ໂດຍສະເພາະໃຫ້ເຫັນໄດ້ເຖິງບັນຫາ ແລະ ສະເໜີິຫາວິທີການແກ້ໄຂທີ່ຕິດພັນກັບວຽກງານທີ່ໄດ້ກ່າວມານັ້ນ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນຂຶ້ນຕື່ມ.