ຈະຊົດເຊີຍ 143 ຕື້ກີບ ແກ່ຜູ້ຮັບຜົນກະທົບໂຄງການທາງລົດໄຟລາວ-ຈີນ

84

ໂຄງການທາງລົດໄຟລາວ-ຈີນ ທີ່ມີໄລຍະທາງ 417  ກິໂລແມັດ ໄດ້ແລ່ນຜ່ານແຂວງອຸດົມໄຊ, ຫຼວງນ້ຳທາ, ຫຼວງພະບາງ, ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ມີສິ່ງທີ່ໄດ້ຮັບຜົນກະທົບລວມ 240 ກວ່າລາຍການ ເປັນຕົ້ນທີ່ດິນປຸກສ້າງ, ຜົນລະປູກ ແລະ ອື່ນໆ ຈະໄດ້ຈ່າຍເງິນຄ່າຊົດເຊີຍທັງໝົດ 143 ຕື້ກວ່າກີບ ໃນນັ້ນຫຼາຍສຸດແມ່ນ ນະຄອນຫຼວງມີ 67 ຕື້ກວ່າກີບ.

 

ພາບປະກອບຂ່າວ

 

ອີງຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 295/ນຍ ລົງວັນທີ 4 ກັນຍາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອີງຕາມແຜນງົບປະມານການລົງທຶນຂອງລັດ ປີ 2019 ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ລັດຈະມອບເງິນຈຳນວນ 143 ຕື້ກີບ ຊົດເຊີຍໃຫ້ປະຊາຊົນ ແລະ ບັນດາແຂວງ ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ.

ພາບປະກອບຂ່າວ

 

ສະນັ້ນ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 12980/ຍທຂ ລົງວັນທີ 10 ມິຖຸນາ 2019 ວ່າດ້ວຍການນໍາໃຊ້ງົບປະມານຄ່າຊົດເຊີຍສິ່ງກີດຂວາງ ຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ. ເຊິ່ງລັດຖະມົນຕີ ໄດ້ຕົກລົງອະນຸມັດໃຫ້ໂອນເງິນງົບປະມານຄ່າຊົດເຊີຍຜົນກະທົບຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໃຫ້ແກ່ແຂວງ ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ ຈຳນວນ 143.335.120.724 ກີບ ເພື່ອນຳໃຊ້ເຂົ້າໃນວຽກງານຈ່າຍຄ່າຊົດເຊີຍທີ່ດິນໃຫ້ປະຊາຊົນ ຕາມເປົ້າໝາຍທີ່ໄດ້ກຳນົດໄວ້ ໂດຍມີລາຍລະອຽດດັ່ງນີ້:

 

ພາບປະກອບຂ່າວ

 

ໂຄງການເວນຄືນທີ່ດິນ ແລະ ຊົດເຊີຍສິ່ງກີດຂວາງ ແຂວງ ຫຼວງນໍ້າທາ ແມ່ນ 8.624.002.800 ກີບ; ແຂວງ ອຸດົມໄຊ ແມ່ນ 47.473.180.963 ກີບ; ແຂວງ ຫຼວງພະບາງ ແມ່ນ 9.262.977.000 ກີບ; ແຂວງ ວຽງຈັນ ແມ່ນ 3.711.100. 000 ກີບ. ສຳລັບໂຄງການເວນຄືນທີ່ດິນ ແລະ ຊົດເຊີຍສິ່ງກີດຂວາງນະຄອນຫຼວງວຽງຈັນ ໂດຍສະເພາະເມືອງ ນາຊາຍທອງ ແມ່ນ 11.362.330.912 ກີບ ແລະ ເມືອງ ໄຊທານີ ແມ່ນ 62.921.511.049 ກີບ.

 

ພາບປະກອບຂ່າວ

 

ເຊິ່ງໃຫ້ເບີກຈ່າຍໃນແຜນງົບປະມານປີ 2019 ບ້ວງຄ່າຊົດເຊີຍສິ່ງກີດຂວາງ ຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເປັນຈຳນວນເງິນ 143.355.102.724 ກີບ (ໜຶ່ງຮ້ອຍສີ່ສິບສາມຕື້ ສາມຮ້ອຍຫ້າສິບຫ້າລ້ານ ໜຶ່ງຮ້ອຍສອງພັນ ເຈັດຮ້ອຍຊາວສີ່ກີບ)

 

ພາບປະກອບຂ່າວ

 

ມອບໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ຫຼວງນໍ້າທາ, ແຂວງ ອຸດົມໄຊ, ແຂວງ ຫຼວງພະບາງ, ແຂວງ ວຽງຈັນ ແລະ ນະຄອນຫຼວງວຽງຈັນ ນຳໃຊ້ງົບປະມານດັ່ງກ່າວ ໃຫ້ຖືກຕ້ອງຕາມວັດຖຸປະສົງ, ກົດໝາຍ ແລະ ລະບຽບການຂອງລັດ ພ້ອມນັ້ນ ກໍ່ໃຫ້ສະຫຼຸບລາຍງານ ຕໍ່ຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ຄະນະຕິດຕາມ ແລະ ກວດກາ ຊຸກຍູ້ຄ່າຊົດເຊີຍສິ່ງກີດຂວາງຂອງໂຄງການ ແລະ ເຈົ້າແຂວງ, ຮອງເຈົ້າແຂວງ ຜູ້ຊີ້ນຳເພື່ອຮັບຊາບ ເປັນປະຈຳແຕ່ລະເດືອນ.

 

ພາບປະກອບຂ່າວ