ຍີ່ປຸ່ນອະນຸມັດແຜນຍຸດທະສາດໃນການຫຼຸດການໃຊ້ກ໊າຊເຮືອນແກ້ວ

39

ສໍານັກຂ່າວ NHK ຂອງຍີ່ປຸ່ນ ລາຍງານເມື່ອວັນພະຫັດ ທີ 13 ມິຖຸນາ ວ່າ ລັດຖະບານຍີ່ປຸ່ນໄດ້ຮວບຮວມແຜນຍຸດທະສາດໄລຍະຍາວ ເພື່ອຫຼຸດການປ່ອຍກ໊າຊເຮືອນແກ້ວ ແລະ ກໍາລັງຈະນໍາສະເໜີຍຸດທະສາດນີ້ ຕໍ່ສະຫະປະຊາຊາດພາຍໃຕ້ຂໍ້ຕົກລົງປາຣີສວ່າດ້ວຍຄວາມປ່ຽນແປງທາງສະພາບອາກາດ.

ຄະນະລັດຖະມົນຕີຍີ່ປຸ່ນມີຄວາມເຫັນຊອບຍຸດທະສາດດັ່ງກ່າວແລ້ວ ໃນວັນອັງຄານ ທີ 11 ມິຖຸນາ ໂດຍຍຸດທະສາດນີ້ ກໍານົດໃຫ້ຍີ່ປຸ່ນຫຼຸດການປ່ອຍກ໊າຊເຮືອນແກ້ວ 80% ພາຍໃນປີ 2050 ແລະ ສ້າງສັງຄົມທີ່ບໍ່ພຶ່ງພາກາກບອນໃຫ້ໄດ້ໂດຍໄວທີ່ສຸດ ໃນໄລຍະເຄິ່ງຫຼັງຂອງສະຕະວັດທີ 21.

ຍຸດທະສາດດັ່ງກ່າວ ຍັງມີເປົ້າໝາຍເນັ້ນຈະຫຼຸດການພຶ່ງພາພະລັງງານຄວາມຮ້ອນ ໂດຍປ່ຽນມາໃຊ້ແຫຼ່ງພະລັງງານທີ່ເປັນມິດຕໍ່ສິ່ງແວດລ້ອມ ເຊັ່ນ: ພະລັງງານແສງອາທິດ ແລະ ພະລັງລົມ. ນອກຈາກນີ້, ຍັງຈະຫຼຸດການພຶ່ງພາໄຟຟ້າພະລັງງານນິວເຄຣຍຂອງຍີ່ປຸ່ນລົງໃຫ້ເຫຼືອໜ້ອຍທີ່ສຸດເທົ່າທີ່ຈະເຮັດໄດ້.

ທັງນີ້ ຈົນເຖິງປີ 2023 ຈະມີການພັດທະນາເທັກໂນໂລຢີຕ່າງໆ ເພື່ອເກັບຮວບຮວມກ໊າຊກາກໂບນິກ ທີ່ຖືກປ່ອຍອອກມາ ແລະ ນໍາກ໊າຊທີ່ຮວບຮວມນີ້ ມາໝຸນວຽນໃຊ້ໃໝ່.

ນອກຈາກນີ້, ຍຸດທະສາດຍັງມີເປົ້າໝາຍຈະຫຼຸດຕົ້ນທຶນ ສໍາລັບພະລັງງານໄຮໂດຣເຈນລົງເຫຼືອໜ້ອຍກວ່າ 10% ຂອງລະດັບໃນປັດຈຸບັນ ເພື່ອສົ່ງເສີມການນໍາພະລັງງານໄຮໂດຣເຈນໄປໃຊ້ໃນຍານຍົນທີ່ແລ່ນດ້ວຍພະລັງງານຈາກແບັດເຕີຣີ່ ແລະໃນທີ່ອື່ນໆ.

ລັດຖະບານຍີ່ປຸ່ນມີແຜນຈະສະເໜີຍຸດທະສາດໄລຍະຍາວນີ້ ຕໍ່ສະຫະປະຊາຊາດ ກ່ອນທີ່ການປະຊຸມສຸດຍອດກຸ່ມປະເທດທີ່ສໍາຄັນ ແລະ ຊາດທີ່ເສດຖະກິດກໍາລັງພັດທະນາ 20 ຊາດ ຫຼື G20 ຈະເລິ່ມຂຶ້ນທີ່ໂອຊາກາ ໃນວັນທີ 28 ມິຖຸນາ.