ຕ້ອງສູ້ຊົນ! 8 ຕື້ກີບ ຕົວເລກການເກັບລາຍຮັບຂອງແຂວງເຊກອງ

46

ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຂອງກອງກວດກາພາສີປະຈໍາແຂວງເຊກອງ 5 ເດືອນ ຂອງປີ 2019 ປະຕິບັດໄດ້ພຽງແຕ່ 1,7 ຕື້ກວ່າກີບ, ຂະນະທີ່ຕົວເລກໝົດປີສູງເຖິງ 8 ຕື້ກີບ; ດ້ານຫົວໜ້າກອງຄຸ້ມຄອງພາສີລະບຸ ຍັງອີກ 7 ເດືອນທ້າຍປີຕ້ອງເຮັດວຽກໜັກຂຶ້ນ ເພື່ອສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນການທີ່ວາງໄວ້.

 

 

ທ່ານ ຄໍາສຸກ ສາລີວັນນະລາ ຄະນະກອງຄຸ້ມຄອງພາສີ VII, ຫົວໜ້າກອງກວດກາພາສີປະຈໍາແຂວງເຊກອງໃຫ້ຮູ້ວ່າ: ການເກັບລາຍຮັບເຂົ້າງົບປະມານໃນປີ 2019 ກອງກວດກາພາສີປະຈໍາແຂວງເຊກອງໄດ້ຮັບຕົວເລກທັງໝົດ 8 ຕື້ກີບທຽບໃສ່ປີ 2018 ເພີ່ມຂຶ້ນເກືອບ 1 ເທົ່າຕົວ ໂດຍຜ່ານການປະຕິບັດໃນ 5 ເດືອນຜ່ານມາບັນລຸໄດ້ພຽງແຕ່ 1,75 ຕື້ກວ່າກີບທຽບໃສ່ແຜນປີເທົ່າກັບ 21,98% ໃນນີ້, ກອງກວດກາພາສີປະຈໍາແຂວງປະຕິບັດໄດ້ 1,56 ຕື້ກວ່າກີບທຽບໃສ່ແຜນເທົ່າກັບ 20,61% ແລະ ດ່ານພາສີທ້ອງຖິ່ນດາກຕະອອກ 192 ລ້ານກວ່າກີບ ເຊິ່ງລາຍຮັບສ່ວນໃຫຍ່ໄດ້ຈາກການແກ້ໄຂລົດບໍ່ຖືກຕ້ອງ, ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງກໍ່ສ້າງ ແລະ ອື່ນໆ.

 

 

ແນວໃດກໍຕາມ ເພື່ອຮັບປະກັນໃຫ້ແກ່ການຈັດເກັບລາຍຮັບເຂົ້າງົບປະມານບັນລຸຕາມແຜນການທີ່ວາງໄວ້, ໃນ 7 ເດືອນຕໍ່ໜ້າ ກອງກວດກາພາສີປະຈໍາແຂວງເຊກອງຈະປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງສືບຕໍ່ແກ້ໄຂຄະດີລົດບໍ່ຖືກຕ້ອງທີ່ຍັງຄ້າງ, ຄຽງຄູ່ກັນນີ້ ກໍຕ້ອງຫັນວຽກງານພາສີເປັນທັນສະໄໝ ໂດຍການນໍາໃຊ້ເຄື່ອງມືໄອທີຕ່າງໆເຂົ້າຊ່ວຍໃນການປະຕິບັດໜ້າທີ່ວຽກງານ ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ການເກັບລາຍຮັບມີຄວາມສະດວກ, ວ່ອງໄວ, ທັນສະໄໝ, ໂປ່ງໃສ ແລະ ສາມາດກວດສອບໄດ້. ທ່ານ ຄໍາສຸກ ສາລີວັນນະລາ ກ່າວ.

 

 

ສຳລັບການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ໂດຍສະເພາະແມ່ນການເກັບລາຍຮັບເຂົ້າງົບປະມານຂອງກອງກວດກາພາສີປະຈໍາແຂວງເຊກອງໃນໄລຍະຜ່ານມາ ແມ່ນໄດ້ນໍາເອົາທາງນະໂຍບາຍຂອງພັກ-ລັດ, ຂໍ້ກໍານົດກົດໝາຍເປັນບ່ອນອີງ ແລະ ໄດ້ສຶກສາອົບຮົມທາງດ້ານແນວຄິດການເມືອງໃຫ້ພະນັກງານທຸກຄົນເອົາໃຈໃສ່ເຮັດໜ້າທີ່ຕາມພາລະບົດບາດ ເພື່ອຕ້ານ ແລະ ສະກັດກັ້ນການຄ້າ-ຂາຍເຖື່ອນ, ການລັກລອບສິນຄ້າໜີພາສີພາຍໃນດ່ານ ແລະ ນອກດ່ານ, ຄຸ້ມຄອງກວດກາສິນຄ້າປາຍທາງເຊັ່ນ: ສິນຄ້ານໍາເຂົ້າໃນຮູບແບບການລົງທຶນ ແລະ ສິນຄ້າອື່ນໆ.

 

 

 

ຂໍ້ມູນ: ຂ່າວເຊກອງ