ຖະແຫຼງການກ່ຽວກັບຄະດີ ສົ່ງນັກໂທດຂ້າມແດນຂອງ MengWanzhou CFO HUAWEI

66

ກ່ຽວກັບຄະດີສົ່ງນັກໂທດຂ້າມແດນຂອງ MengWanzhou, Benjamin Howe ໃນນາມຮອງປະທານຝ່າຍຂໍ້ມູນ – ຂ່າວສານຂອງ ຫົວເຫວີຍ ສານການາດາ ໄດ້ປຶກສາຫາລືບັນຫາດ້ານວິຊາການ ກ່ຽວກັບຄະດີສົ່ງນັກໂທດຂ້າມແດນຂອງ MengWanzhou CFO HUAWEI ໃນວັນທີ 6 ມິຖຸນາ 2019 ເວລາ 09:30 ໂມງ ຕາມເວລາທ້ອງຖິ່ນ ( 23:30 ໂມງ ເວລາປະເທດລາວ ນະຄອນຫຼວງວຽງຈັນ ).

I. ຂໍ້ກ່າວຫາຂອງ ສ.ອາເມຣິກາ ທີ່ມີຕໍ່ MengWanzhou ແມ່ນບໍ່ນັບເປັນການອາດຊະຍາກຳຂອງປະເທດການາດາ ແລະ ການສົ່ງນັກໂທດຂ້າມແດນບໍ່ໄດ້ນອນໃນຫຼັກການພື້ນຖານຂອງກົດໝາຍ ວ່າດ້ວຍການສົ່ງນັກໂທດຂ້າມແດນຂອງ ການາດາ.

ອີງຕາມກົດໝາຍຂອງ ການາດາ ການສົ່ງນັກໂທດຂ້າມແດນອາດຈະບໍ່ໄດ້ຮັບອະນຸຍາດ ຫາກການກະທຳທີ່ກ່າວຫານັ້ນບໍ່ຖືວ່າເປັນອາດຊະຍາກຳໃນການາດາ, ຂໍ້ກ່າວຫາຂອງ ສ.ອາເມຣິກາ ທີ່ມີຕໍ່ MengWanzhou ມີພື້ນຖານມາຈາກການຄວໍ້າບາດທາງການເງິນຂອງ ສ.ອາເມຣິກາ ທີ່ມີຕໍ່ ອີຣານ, ໃນເວລາດຽວກັນ ການາດາ ບໍ່ມີມາດຕະການຄວໍ້າບາດທາງການເງິນຕໍ່ ອີຣານ. ດັ່ງນັ້ນ, ຈຶ່ງບໍ່ມີ ຄວາມສ່ຽງໃນການລະເມີດກົດໝາຍຂອງປະເທດການາດາ ໃນການເຮັດທຸລະກຳທີ່ກ່ຽວຂ້ອງຂອງທະນາຄານ. ດັ່ງນັ້ນ, ທະນາຄານຈະບໍ່ໄດ້ຮັບຄວາມສ່ຽງຈາກຄວາມສູນ      ເສຍທາງເສດຖະກິດ ເພາະສະນັ້ນ MengWanzhou ຄວນໄດ້ຮັບການປ່ອຍຕົວທັນທີ ເນື່ອງຈາກວ່າການປະພຶດຂອງ MengWanzhou ທີ່ຖືກ ສ.ອາເມຣິກາ ກ່າວຫານັ້ນບໍ່ຖືວ່າເປັນການອາດຊະຍາກຳໃນການາດາ.

ທະນາຍຄວາມຂອງ MengWanzhou ຈະຍື່ນຟ້ອງຕໍ່ສານໃນເດືອນມັງກອນ ປີ 2020 ເພື່ອເປັນການປະຕິເສດຂໍ້ກ່າວຫາຂອງ ສ ອາເມຣິກາ ສຳລັບການສົ່ງນັກໂທດຂ້າມແດນຂອງ MengWanzhou ຈາກການສໍ້ໂກງ.
II. ຫຼັກຖານທີ່ລັດຖະບານ ສ.ອາເມຣິກາ ໄດ້ຍື່ນນັ້ນບໍ່ພຽງພໍ ແລະ ບໍ່ສາມາດສ້າງຂໍ້ກ່າວຫາຕໍ່ MengWanzhou ໄດ້.

ບໍ່ມີຫຼັກຖານໃດຢືນຢັນວ່າ Meng-Wanzhou ໄດ້ເຮັດໃຫ້ສະຖາບັນການເງິນເຂົ້າໃຈຜິດວ່າໄດ້ກະທຳການສໍ້ໂກງ ແລະ PowerPoint ທີ່ MengWanzhou ໄດ້ນຳສະເໜີໃຫ້ທະນາຄານຕ່າງປະເທດທີ່ຢູ່ ຮົງກົງ ໃນເດືອນ8 ປີ 2013 ກໍບໍ່ໄດ້ມີການເຮັດໃຫ້ເຂົ້າໃຈຜິດໃດໆທັງສິ້ນ.

ເຈົ້າໜ້າທີ່ທະນາຄານມີຄວາມຮູ້ຢ່າງເຕັມທີ່ ກ່ຽວກັບລັກສະນະບັນຫາ ແລະ ການຕັດສິນຂອງພວກເຂົາທີ່ກ່ຽວຂ້ອງກັບບັນຫາເຫຼົ່ານີ້ບໍ່ໄດ້ຢູ່ໃນທາງໃດທາງໜຶ່ງ ໂດຍການນຳສະເໜີຂອງ MengWanzhou. ນອກຈາກນີ້, ທະນາຄານກໍມີຄວາມຮູ້ຢ່າງເຕັມທີ່ກ່ຽວກັບລັກສະນະທຸລະກິດ ແລະ ການດຳເນີນງານຂອງ Skycom ໃນອີຣານ ແລະ ເຂົ້າໃຈເຖິງ ຄວາມສຳພັນລະຫວ່າງ Huawei ແລະ Sky com.

MengWanzhou ແລະ ທະນາຍຄວາມ ຈະສະເໜີຂໍ້ໂຕ້ແຍ້ງເພີ່ມຕື່ມກັບບັນຫາດັ່ງກ່າວໃນການພິຈາລະນາຄະດີຄັ້ງຕໍ່ໄປ.

III. ໜ່ວຍງານບັງຄັບໃຊ້ກົດໝາຍໃນ ການາດາ ມີສ່ວນຮ່ວມໃນການລະເມີດຂະບວນການຢ່າງຈິງຈັງ ແລະ ລະເມີດລັດຖະທຳມະນູນຂອງການາດາ.

ການຈັບກຸມ MengWanzhou ທີ່ສະໜາມບິນ, MengWanzhou ແລະ ທະນາຍຄວາມ ເຊື່ອວ່າເປັນການລະເມີດສິດທາງກົດໝາຍຢ່າງຈິງຈັງ, ການດໍາເນີນການບັງຄັບໃຊ້ຂອງ ການາດາ ຕໍ່ MengWanzhou ເປັນການລະເມີດຂະບວນການສົ່ງນັກໂທດຂ້າມແດນໃນ ສ. ອາເມຣິກາ ແລະ ການາດາ, ມັນເປັນການຮວບຮວມຫຼັກຖານທີ່ຜິດກົດໝາຍໃນຂະບວນການສົ່ງນັກໂທດຂ້າມແດນ ແລະ ເປັນການໝິ່ນປະໝາດສິດທິສ່ວນບຸກຄົນ.

ທະນາຍຄວາມຂອງ MengWanzhou ຈະຍື່ນຄຳຮ້ອງເພື່ອຂໍເປີດເຜີຍຂໍ້ມູນໃນເດືອນກັນຍາ ປີ 2019 ເພື່ອຂໍບັນທຶກເພີ່ມຕື່ມ ກ່ຽວກັບການປະຕິບັດທີ່ບໍ່ເປັນທຳ ເຊິ່ງ MengWanzhou ຕ້ອງທົນທຸກທີ່ສະໜາມບິນໃນວັນທີ 1 ທັນວາ 2018.

ໃນທີ່ສຸດທະນາຍຄວາມຂອງ Meng-Wanzhou ເຊື່ອວ່າການປາບປາມ ຫົວເຫວີຍ ແລະ ຄໍາຄິດເຫັນທີ່ກ່ຽວຂ້ອງຂອງ ປະທານາທິບໍດີ ສ.ອາເມຣິກາ ລະບຸວ່າ: ຄະດີດັ່ງກ່າວໄດ້ຮັບແຮງດັນຈາກປັດໄຈທາງການເມືອງ ແລະ ເສດຖະກິດບໍ່ແມ່ນໃນຫຼັກກົດໝາຍ, ບົນພື້ນຖານນີ້ MengWanzhou ແລະ ທະນາຍຄວາມຈະຍື່ນຄໍາຮ້ອງຕໍ່ສານເພື່ອຂໍໃຫ້ສານຢຸດຕິຂະບວນການສົ່ງນັກໂທດຂ້າມແດນ.

ຫົວເຫວີຍ ຍັງຢືນຢັນຢ່າງໝັ້ນຄົງກັບ MengWanzhou CFO HUAWEI ໃນການຕິດຕາມຂະບວນການຍຸຕິທຳ ແລະ ເຊື່ອວ່າລະບົບການພິຈາລະນາຄະດີຂອງ ການາດາ ຈະແກ້ໄຂບັນຫານີ້ໄດ້ຢ່າງຍຸຕິທຳ ແລະ ມີປະສິດທິພາບ.