ບໍລິສັດ ບົວລະພາ ກຽມປູກໄມ້ເກືອບ 2 ລ້ານເບ້ຍ ຢູ່ແຂວງວຽງຈັນ

109

ບໍລິສັດ ບົວລະພາ ກະສິກຳ – ປ່າໄມ້ຈຳກັດ ໄດ້ຮັບອະນຸຍາດຈາກລັດຖະບານໃນການສໍາປະທານປ່າຜະລິດທີ່ຊຸດໂຊມພາຍໃນແຂວງວຽງຈັນ 2 ພັນເຮັກຕາ ເຊິ່ງປັດຈຸບັນບໍລິສັດມີຄວາມພ້ອມເຕັມທີ່ໃນການປູກໄມ້ໃນຈໍານວນ 1,7 ລ້ານເບ້ຍ ແຕ່ຍັງຂອດການດໍາເນີນການເອກະສານເພື່ອບໍ່ໃຫ້ຫຼ້າຊ້າໃນລະດູປູກ ບໍລິສັດສະເໜີຂໍປູກໄປພ້ອມໆກັບດໍາເນີນເອກະສານໃຫ້ຖືກລະບຽບ.

ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງຜູ້ອຳນວຍການ ບໍລິສັດ ບົວລະພາ ກະສິກຳ – ປ່າໄມ້ ຈຳກັດ ໄດ້ກ່າວວ່າ: ແຜນປູກໄມ້ຂອງບໍລິສັດໃນປີນີ້ ຈໍານວນ 2 ພັນເຮັກຕາ ເຊິ່ງລັດຖະບານໄດ້ອະນຸຍາດໃຫ້ບໍລິສັດສໍາປະທານປູກໃນປ່າຜະລິດທີ່ຊຸດໂຊມຂອງແຂວງວຽງຈັນ ເຊິ່ງບໍລິສັດໄດ້ກະກຽມເບ້ຍໄມ້ສໍາລັບປູກ 1,7 ລ້ານເບ້ຍ.

ທ່ານກ່າວວ່າ: ແຜນການປູກໄມ້ໃນປີນີ້ຖືວ່າເປັນທິດທາງທີ່ດີທີ່ສຸດຂອງບໍລິສັດ ແລະ ບໍລິສັດ ບົວລະພາ ມີຄວາມພາກພູມໃຈ ເນື່ອງຈາກວ່າລັດຖະບານໄດ້ສົ່ງເສີມໃນການປູກ ໂດຍອະນຸຍາດໃຫ້ສໍາປະທານທີ່ດິນ ເນື້ອທີ່ 2 ພັນເຮັກຕາ ໃນປ່າຜະລິດທີ່ເສື່ອມໂຊມພາຍໃນແຂວງວຽງຈັນ ເຊິ່ງກວມເອົາ 3 ເມືອງ ຄື: ເມືອງຫີນເຫີບ, ເມືອງຊະນະຄາມ ແລະ ເມືອງເຟືອງ ເຊິ່ງບໍລິສັດວາງແຜນປູກໄມ້ອຸດສາຫະກຳ ເປັນຕົ້ນແມ່ນ: ໄມ້ວິກ ແລະ ໄມ້ກະຖິນ ແຕ່ວ່າການອະນຸຍາດໃນການສໍາປະທານເນື້ອທີ່ດິນບໍ່ແມ່ນເລື່ອງງ່າຍຍັງມີອຸປະສັກເລັກໜ້ອຍ ເພາະຍັງບໍ່ທັນມີນິຕິກໍາຮອງຮັບໃນການປູກໄມ້ໃສ່ເນື້ອທີ່ປ່າຜະລິດ ເຊິ່ງບໍລິສັດຕ້ອງໄດ້ເຮັດຕາມຂັ້ນຕອນໃຫ້ຖືກລະບຽບ ແລະ ຕ້ອງໃຊ້ເວລາ, ແຕ່ຂະນະດຽວກັນເບ້ຍໄມ້ທີ່ບໍລິສັດກຽມໄວ້ກໍໃຫຍ່ຂຶ້ນນັບມື້. ສະນັ້ນ, ມັນເລັ່ງທວງໃຫ້ບໍລິສັດຕ້ອງໄດ້ນໍາເບ້ຍໄມ້ໄປປູກ ຖ້າຫຼ້າຊ້າກໍເຮັດໃຫ້ສູນເສຍເບ້ຍໄມຖິ້ມ.

ຢ່າງໃດກໍຕາມ, ພາກລັດກໍຊຸກຍູ້ ແລະ ສົ່ງເສີມເຕັມທີ່ໃຫ້ບໍລິສັດປູກໄມ້ອຸດສາຫະກໍາໃນປ່າຜະລິດທີ່ຊຸດໂຊມໃນເນື້ອທີ່ 2 ພັນເຮັກຕາ ທີ່ໄດ້ລະບຸໃນຂ້າງເທິງແຕ່ບໍ່ຮູ້ວ່າຈະປູກໄດ້ຄົບຕາມເປົ້າໝາຍ ຫຼື ບໍ່ ຕ້ອງອີງໃສ່ນິຕິກໍາຕ່າງໆທີ່ຕິດພັນກັບຂັ້ນຕອນອະນຸຍາດຕ່າງໆ ໃນການເຮັດວຽກຮ່ວມກັນລະຫວ່າງບໍລິສັດ ແລະ ພາກລັດ.

ທ່ານຮອງຜູ້ອໍານວຍການ ກ່າວຕື່ມວ່າ: ສໍາລັບສາເຫດທີ່ ບໍລິສັດ ບົວລະພາ ຕັ້ງເປົ້າເອົາແຂວງວຽງຈັນ ເປັນຖານການປູກໄມ້ ແລະ ສ້າງໂຮງງານ ເນື່ອງຈາກພວກເຮົາໄດ້ສຶກສາຄວາມເປັນໄປໄດ້ແລ້ວວ່າ ແຂວງວຽງຈັນ ມີເນື້ອທີ່ປ່າຊຸດໂຊມຫຼາຍທີ່ສຸດ ພ້ອມທັງຍັງເປັນທາງຜ່ານຂອງລົດໄຟ ລາວ – ຈີນ  ແລະ ກໍເພື່ອຮອງຮັບໃນການສ້າງຕັ້ງໂຮງງານໄມ້ຝານ ກ້າວໄປສູ່ສ້າງຕັ້ງໂຮງງານລະລາຍເນື້ອໄມ້ໃນຕໍ່ໜ້າ.

ຢ່າງໃດກໍ, ຕາມອີງຕາມຂໍ້ມູນຈາກພາກລັດໃນການສໍາຫຼວດເນື້ອທີ່ປ່າຜະລິດທີ່ຊຸດໂຊມໃນແຂວງວຽງຈັນ ມີຫຼາຍກວ່າ 2 ພັນເຮັກຕາ. ສະນັ້ນ, ໃນປີ 2019 ບໍລິສັດ ບົວລະພາ ຈຶ່ງຂໍທົດລອງສໍາປະທານປູກໄມ້ໃນເນື້ອທີ່ 2 ພັນເຮັກຕາ ເພື່ອຈະເຮັດວິທີໃດຢາກປະເມີນວ່າການປູກໄມ້ໃນປ່າຜະລິດທີ່ຊຸດໂຊມມັນຈະໃຊ້ເວລາຄືແນວໃດ ແລະ ຈະປະຕິບັດແນວໃດໃນດ້ານນິຕິກໍາ ເພາະຜ່ານມາບໍລິສັດໄດ້ປູກແບບມີສ່ວນຮ່ວມກັບປະຊາຊົນ ບໍ່ເຄີຍປູກໃນປ່າຜະລິດທີ່ລັດຖະບານອະນຸຍາດໃຫ້ສໍາປະທານ.

ຢ່າງໃດກໍຕາມ, ຢູ່ໃນໄລຍະການດໍາເນີນການດ້ານເອກະສານ ເບື້ອງບໍລິສັດກໍຈະຂໍປູກໄມ້ໄປພ້ອມໆກັບດໍາເນີນການດ້ານເອກະສານໃຫ້ຖືກຕ້ອງຕາມລະບຽບ ເພາະວ່າມັນເປັນການທົດລອງໃນຈໍານວນເນື້ອທີ່ 2 ພັນເຮັກຕາ ພາຍຫຼັງສໍາເລັດໃນປີຕໍ່ໄປກໍຈະນໍາເອົາໄປເປັນບົດຮຽນໃນການປູກປີຕໍ່ໄປ ເພາະເຮົາຈະບໍ່ຢຸດຢູ່ທີ່ 2 ພັນເຮັກຕາ ເຊິ່ງເປົ້າໝາຍ ຄວາມຕ້ອງການເນື້ອທີ່ປູກໄມ້ອຸດສາຫະກຳຢູ່ໃນແຂວງວຽງຈັນ ເຖິງ 60 ພັນເຮັກຕາ ເພື່ອຮອງຮັບການສ້າງຕັ້ງໂຮງງານລະບາຍເຫຍື້ອໄມ້.

ຢ່າງໃດກໍຕາມ, ຜູ້ອໍານວຍການ ບໍລິສັດ ບົວລະພາ ກໍຍັງເປີດໃຈຜ່ານສື່ມວນຊົນວ່າ: ຖ້າຫາກພໍ່ແມ່ປະຊາຊົນ ມີຄວາມສົນໃຈຢາກນໍາເບ້ຍໄມ້ວິກ ແລະ ໄມ້ກະຖິນໄປປູກ ບໍລິສັດກໍພ້ອມສະໜອງໃຫ້ໂດຍບໍ່ເສຍຄ່າ ພຽງແຕ່ໃຫ້ຜູ້ສົນໃຈຂຽນໃບສະເໜີມາຍັງບໍລິສັດ ເຊິ່ງບໍລິສັດຈະມີທີມງານລົງໄປແນະນໍາການປູກໃຫ້ ພ້ອມທັງບັນທຶກຂໍ້ມູນການປູກໄວ້ຖ້າຕົ້ນໄມ້ຂອງພໍ່ແມ່ປະຊາຊົນໃຫຍ່ບໍລິສັດກໍພ້ອມຈະເກັບຊື້ຄືນໃນລາຄາທ້ອງຕະຫຼາດ.

ທ່ານ ສຽວສະຫວາດ ສະແຫວງສຶກສາ ທີ່ປຶກສາ ບໍລິສັດ ບົວລະພາ ສົ່ງເສີມກະສິກໍາປ່າໄມ້ ຈໍາກັດ ໄດ້ກ່າວວ່າ: ບໍລິສັດ ບົວລະພາ ເຫັນຄວາມສໍາຄັນໃນການປູກໄມ້ຫຼາຍທີ່ສຸດ, ໄດ້ກາຍເປັນຊີວິດຈິດໃຈ ສະແດງອອກຢູ່ບ່ອນວ່າ: ໃນການປູກໄມ້ບໍ່ພຽງແຕ່ເຮັດທຸລະກິດເອົາກໍາໄລເທົ່ານັ້ນ ບໍລິສັດຍັງຖືການປູກໄມ້ເປັນຊີວິດ ເພາະຕົ້ນໄມ້ໃຫ້ອາກາດສົດຊື່ນ. ສະນັ້ນ. ໃນແຜນຍາວນານຂອງບໍລິສັດບໍ່ແມ່ນແຕ່ໄມ້ອຸດສາຫະກຳ ມີທັງໄມ້ທໍາມະຊາດ ເພາະຈົບໂຄງການ ໃນ 7 ຮອບ ບໍລິສັກໍ່ຈະປູກໃຫ້ເປັນປ່າທັງໝົດຄືນໃຫ້ລັດຖະບານ.

( ຂ່າວ: ພຸດຕີ້ – ຮູບ: ສອນໄຊ )