ປະກາດເຂດ “ນໍ້າແອດ-ພູເລີຍ” ອຸທິຍານແຫ່ງຊາດບ່ອນທໍາອິດ

222

ປ່າສະຫງວນນ້ຳແອດ-ພູເລີຍ ເປັນປ່າເຂດດຽວໃນລາວທີ່ມີຂໍ້ມູນລະບຸວ່າ ຍັງມີສັດປ່າຫາຍາກຢ່າງເສືອໂຄ່ງອາໄສຢູ່ ມື້ນີ້ໄດ້ຂ່າວວ່າ ລັດຖະບານໄດ້ປະກາດເຂດນີ້ເປັນອຸທິຍານແຫ່ງຊາດບ່ອນທຳອິດ ແລະເປັນບ່ອນໃຫຍ່ສຸດຢູ່ປະເທດລາວ, ທຳສຳຄັນສະຖານທີ່ແຫ່ງນີ້ໄດ້ກາຍເປັນແຫຼ່ງທ່ອງທ່ຽວທຳມະຊາດຍ່າງປ່າທີ່ໜ້າສົນໃຈທີ່ສຸດ ເຊື່ອວ່າໃນອະນາຄົດຫຼາຍຄົນຕ້ອງວາງເປົ້າໝາຍວ່າຄວນໄປໃຫ້ໄດ້ຄັ້ງໜຶ່ງໃນຊີວິດ.

ເພື່ອໃຫ້ເຫັນລາຍລະອຽດຂອງເຂດປ່າສະຫງວນນ້ຳແອດຫ-ພູເລີຍຫຼາຍຂຶ້ນ ມື້ນີ້ຈະພາໄປທ່ຽວຊົມ ອຸທະຍານແຫ່ງຊາດ ແຫ່ງທໍາອິດ ແລະ ໃຫຍ່ທີ່ສຸດໃນ ສປປ ລາວ ບອກໄດ້ເລີຍວ່າ ທໍາມະຊາດອັນສວຍສົດງົດງາມ, ບັນຍາກາດທີ່ບໍລິສຸດຊຸ່ມເຢັນ, ສັດສາວາສິ່ງທີ່ນັ້ນ ຊວນຫຼົງໄຫຼໃຫ້ໄປສໍາຜັດແນ່ນອນ ໂດຍສະເພາະນັກເດີນທາງ ຍ່າງເຂົ້າປ່າ ເລາະປ່ານີ້ຄັກສຸດລະ ຄື: ອຸທິຍານນ້ຳແອດ-ພູເລີຍ ທີ່ຫາກໍປະກາດເປີດໃນວັນທີ ວັນທີ 29 ພຶດສະພາ 2019 ຜ່ານມາ.

ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ເປັນອຸທະຍານແຫ່ງຊາດ ແຫ່ງທໍາອິດ ແລະ ໃຫຍ່ທີ່ສຸດໃນ ສປປ ລາວ ທີ່ອຸດົມໄປດ້ວຍ ສັດປ່າ ແລະ ຊີວະນານາພັນ ທີ່ຫາ ຕັ້ງຢູ່ ເມືອງຮ້ຽມ ແຂວງຫົວພັນ ມີເນື້ອທີ່ທັງໝົດ 410.720 ເຮັກຕາ (ສີ່ແສນສິບພັນ ເຈັດຮ້ອຍຊາວເຮັກຕາ) ເຊິ່ງຕັ້ງຢູ່ລະຫວ່າງ ແຂວງຫົວພັນ, ຊຽງຂວາງ ແລະ ຫຼວງພະບາງ.

ອີງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດລາວ ສໍາລັບປີ 2019 ໄດ້ກໍານົດໃຫ້ມີການສ້າງຕັ້ງ ອຸທິຍານແຫ່ງຊາດ ນໍ້າ ແອັດ-ພູເລີຍ ແລະ ອຸທິຍານແຫ່ງຊາດ ນາກາຍ – ນໍ້າເທີນ ໃຫ້ ເປັນຕົວແບບໃນການຈັດຕັ້ງອຸທິຍານແຫ່ງຊາດແກ່ເຂດອື່ນໆໃນປະເທດລາວ.
ການປົກປັກຮັກສາເຂດ ອຸທິຍານ ແລະ ການນໍາໃຊ້ເຂດ ອຸທິຍານ ເພື່ອດຶງດູດນັກທ່ອງທ່ຽວເຂົ້າຢ້ຽມຊົມ ແມ່ນຈະຊ່ວຍ ລັດຖະບານ ຮັກສາຄວາມສະຖຽນລະພາບການເຕີບໂຕທາງດ້ານເສດຖະກິດ ແລະ ການປົກຮັກສາຊັບພະຍາກອນທໍາມະຊາດແບບຍືນຍົງ.

ການເຕີບໂຕທາງດ້ານ ເສດຖະກິດໃນລາວ ແມ່ນອີງໃສ່ ແຕ່ການຂຸດຄົ້ນເອົາຊັບພະຍາກອນ ທໍາມະຊາດເປັນຫຼັກ ເຊິ່ງບັນດານັກຊ່ຽວຊານດ້ານ ເສດຖະສາດເຫັນວ່າຮູບ ແບບການເຕີບໂຕທາງດ້ານເສດຖະກິດດັ່ງກ່າວ ແມ່ນນະໂຍບາຍການພັດທະນາທີ່ບໍ່ມີຄວາມຍືນຍົງ ແຕ່ຍຸດທະສາດ ການພັດທະນາສີຂຽວແຫ່ງຊາດ ທີ່ລັດຖະບານລາວ ໄດ້ຮັບຮອງເອົາໃນຕົ້ນປີທີ່ຜ່ານມາ ແມ່ນມີຈຸດປະສົງ ເພື່ອເປັນແນວທາງໃນການພັດທະນາແບບຍືນຍົງ ເຊິ່ງ ການທ່ອງທ່ຽວ ກໍ່ຖືເປັນກະແຈດອກສໍາຄັນ ເພື່ອໃຫ້ບັນລຸ ຍຸດທະສາດສີຂຽວດັ່ງກ່າວ.