ປີ 2025 ລາຍຮັບແຫ່ງຊາດ ຈາກທີ່ດິນຈະໃຫ້ໄດ້ 5%

180

ລັດຖະບານໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ແກ້ໄຂບັນຫາຄົງຄ້າງໃນຂະແໜງທີ່ດິນເປັນຕົ້ນໃບຕາດິນຊ້ຳຊ້ອນ ພ້ອມດຽວກັນຕ້ອງອອກໃບຕາດິນໃຫ້ສຳເລັດທົ່ວປະເທດພາຍໃນປີ 2025 ເພື່ອໃຫ້ເຈົ້າຂອງສິດນຳໃຊ້ທີ່ດິນໄດ້ປະຕິບັດພັນທະພາສີອາກອນ ປະສ່ວນແກ່ລາຍຮັບແຫ່ງຊາດໃນລະດັບ 5% ອີກ 6 ປີຂ້າງໜ້າ.

ໂດຍລັດຖະບານແຫ່ງ ສປປ ລາວໄດ້ເລີ່ມອອກໃບຕາດິນໃຫ້ປະຊາຊົນມາແຕ່ປີ 1995 ແຕ່ບັນລຸຕົວເລກພຽງ 1.290.243 ຕອນ ແລະ ຂຶ້ນສໍາມະໂນຕອນດິນທົ່ວປະເທດໄດ້ຈໍານວນ 3.061.161 ຕອນ. ໃນນັ້ນໄດ້ເອົາເຂົ້າໃນລະບົບຖານຂໍ້ມູນທີ່ດິນ ຈໍານວນ 734.152 ຕອນ ກວມເອົາ 56,90% ແລະ ຍັງບໍ່ທັນໄດ້ເອົາເຂົ້າໃນລະບົບ ຖານຂໍ້ມູນມີທັງໝົດ 556.091 ຕອນ ເທົ່າກັບ 43,10%.

ການອອກໃບຕາດິນ ໃນໄລຍະຜ່ານມາ ມີການຄຸ້ມຄອງທີ່ດິນຕາມ 3 ໄລຍະ ຄື:
1 ແຕ່ປີ 1995-2007 (ຄຸ້ມຄອງໂດຍ ກົມຄຸ້ມຄອງທີ່ດິນ ແລະ ເຮືອນ ກະຊວງການເງິນ) ຊຶ່ງໄດ້ມີອອກໃບຕາດິນ ໄດ້ຈໍານວນ 462.657 ຕອນ,
2 ແຕ່ປີ 2007-2010 (ຄຸ້ມຄອງໂດຍ ອົງການຄຸ້ມຄອງທີ່ດິນແຫ່ງຊາດ) ມີການອອກໃບຕາດິນ ໄດ້ຈໍານວນ 185.900 ຕອນ,
3 ແຕ່ປີ 2011-2019 (ຄຸ້ມຄອງໂດຍ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ) ອອກໃບຕາດິນໄດ້ຈໍານວນ 641.686 ຕອນ ໃນນັ້ນປີ 2011-2015 ອອກໃບຕາດິນໄດ້ 286.953 ຕອນ ແລະ ປີ 2016-2019 ອອກໃບຕາດິນໄດ້ ຈໍານວນ 354.733 ຕອນ ສົມທຽບກັບແຜນການ 5 ປີ (2016-2020 ຈໍານວນ 460.000 ຕອນ) ສາມາດປະຕິບັດໄດ້ 77,1 %.

ສະນັ້ນ, ແຕ່ນີ້ຮອດທ້າຍປີ 2020 ຄາດຄະເນຈະສາມາດອອກໃບຕາດິນ ສໍາເລັດຕາມແຜນການ 5 ປີ (2016-2020).
ພ້ອມດຽວກັນນີ້ລັດຖະບານຍັງມີແຜນວ່າຕ້ອງຮີບຮ້ອນອອກໃບຕາດິນໃຫ້ສໍາເລັດຕາມແຜນການໃນຂອບເຂດທົ່ວປະເທດ ໃນປີ 2025 ຕາມມະຕິ ຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ໃນປີ 2025 ເຮັດໃຫ້ລາຍຮັບຈາກທີ່ດິນກວມເອົາ 5% ລາຍຮັບແຫ່ງຊາດ.