ຜູ້ເສຍຊີວິດລາຍທໍາອິດຈາກເຊື້ອໄວຣັສອີໂບລາ ໃນປະເທດຢູກັນດາ

40

ເດັກຊາຍ ອາຍຸ 5 ປີ ເຊິ່ງທາງການຂອງຢູກັນດາຢືນຢັນວ່າ ຕິດເຊື້ອໄວຣັສອີໂບລາ ໄດ້ເສຍຊີວິດແລ້ວ ນັບເປັນຜູ້ເສຍຈາກພະຍາດຮ້າຍດັ່ງກ່າວຄົນທໍາອິດຂອງປະເທດ ຂະນະທີ່ ສະມາຊິກໃນຄອບຄົວ ອີກ 2 ຄົນກໍ່ຕິດເຊື້ອເຊັ່ນກັນ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກໍາປາລາ ປະເທດຢູກັນດາ ເມື່ອວັນພະຫັດ ທີ 13 ມິຖຸນາ ວ່າ ກະຊວງສາທາລະນະສຸກຂອງຢູກັນດາ ໄດ້ລາຍງານ ເມື່ອວັນພຸດ ເລື່ອງການພົບຜູ້ຕິດເຊື້ອໄວຣັສອີໂບລາ ເພິ່ມອີກຢ່າງໜ້ອຍ 2 ຄົນ ເປັນເດັກຊາຍອາຍຸ 3 ປີ ແລະ ແມ່ເຖົ້າຂອງເດັກຊາຍ ໂດຍທັງສອງຄົນເປັນສະມາຊິກໃນຄອບຄົວຂອງເດັກຊາຍ ອາຍຸ 5 ປີ ເຊິ່ງຂ້າມຊາຍແດນມາຈາກປະເທດສາທາລະນະລັດ ປະຊາທິປະໄຕຄອງໂກ ( DR Congo) ເມື່ອຕົ້ນອາທິດນີ້ ແລະ ເສຍຊີວິດ ເມື່ອຄືນວັນອັງຄານ ຜ່ານມາ ໂດຍທາງແພດຢືນຢັນວ່າ ເປັນຍ້ອນຕິດເຊື້ອໄວຣັສອີໂບລາ ແລະ ນັບເປັນຜູ້ເຊຍຊີວິດຈາກພະຍາດຮ້າຍດັ່ງກ່າວເປັນຄົນທໍາອິດໃນປະເທດຢູກັນດາ.

ในภาพอาจจะมี สถานที่กลางแจ้ง

ในภาพอาจจะมี ผู้คนกำลังยืน

ທັງນີ້ ລັດຖະບານຢູກັນດາບໍ່ໄດ້ໃຫ້ຂໍ້ມູນຊັດເຈນ ວ່າ ກຸ່ມຄົນເຫຼົ່ານີ້ ເປັນຊາວຢູກັນດາ ຫຼື ດີອາຄອງໂກ ແຕ່ເຜີຍວ່າ ຈະສົ່ງຕົວຜູ້ຕິດເຊື້ອທັງສອງຄົນໄປເຂົ້າຮັບການປິ່ນປົວທີ່ ດີອາຄອງໂກ ເຊິ່ງມີເຈົ້າໜ້າທີ່ ແລະ ອຸປະກອນທງການແພດພ້ອມຫຼາຍກວ່າໃນຕອນນີ້ ຂະນະທີ່ ສະມາຊິກໃນຄອບຄົວນີ້ ອີກ 3 ຄົນ ທີ່ຍັງບໍ່ທັນສະແດງອາການປ່ວຍຫຍັງອອກມາ ຈະເດີນທາງຂ້າມຊາຍແດນໄປດ້ວຍ ຂະນະທີ່ ຫນ່ວຍງານດ້ານຄວາມໝັ້ນຄົງຂອງທັງສອງປະເທດ ມີຄວາມເຫັນພ້ອມກັນໃນເບື້ອງຕົ້ນ ຄືການຍົກລະດັບມາດຕະການຄວບຄຸມຊາຍແດນແລ້ວ.

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ในภาพอาจจะมี สถานที่กลางแจ้ง

ຂະນະທີ່ ທ່ານໝໍ ເທດຣອສ ອັດຮານັອມ ເກເບຣເຍຊຸສ ຜູ້ອໍານວຍການອົງການອະນາໄມໂລກ (WHO: World Health Organization) ກ່າວວ່າ ສໍານັກງານໃຫຍ່ຂອງ WHO ໃນເມືອງເຈນີວາ ວ່າ ຈະມີການປະຊຸມສຸກເສີນ ໃນວັນສຸກ ທີ 14 ມິຖຸນາ ນີ້ ເພື່ອພິຈາລະນາ ວ່າ ຄວນປະກາດໃຫ້ສະຖານະການຂອງເຊື້ອໄວຣັສອີໂບລາ ໃນດີອາຄອງໂກ ເປັນ “ພາວະສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ” ຫຼື ບໍ່ ໂດຍວິກິດການແຜ່ລະບາດຂອງອີໂບລາ ໃນດີອາຄອງໂກຄັ້ງນີ້ ເປັນການແຜ່ລະບາດຄັ້ງທີ 2 ຕໍ່ຈາກການແຜ່ລະບາດລະຫວ່າງເດືອນພຶດສະພາ ເຖິງ ກໍລະກົດ ປີຜ່ານມາ ແຕ່ມີຄວາມຮຸນແຮງກວ່າຫຼາຍ ໂດຍຍືດເຍື້ອມາຕັ້ງແຕ່ເດືອນສິງຫາ ປີດຽວກັນ ແລະ ພາກຊີວິດປະຊາຊົນແລ້ວ ເກືອບ 1.400 ຄົນ.