ພາກເໜືອ-ພາກກາງ ຈະມີຝົນຕົກຄ່ອຍຫາປານກາງ

73

ພະຍາກອນອາກາດປະຈໍາວັນທີ 13 ມິຖຸນາ 2019 ຮ່ອງຄວາມກົດດັນຕໍ່າຂອງອາກາດຮ້ອນໄດ້ພັດຜ່ານຢູ່ພາກເໜືອຂອງປະເທດລາວດ້ວຍກຳລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ມີກໍາລັງປານກາງພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຍັງຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ລົງຫາ ພາກກາງ.

 

ในภาพอาจจะมี รถยนต์, ต้นไม้ และสถานที่กลางแจ้ง

 

ພາກເໜືອດ້ານຕາເວັນອອກ: ມີເຝື້ອປົກຫຸ້ມເປັນສ່ວນຫຼາຍ ຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ອຸນຫະພູມໃນລະຫວ່າງ 20-31 ອົງສາ.

ไม่มีคำอธิบายรูปภาพ

 

ແຂວງພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນໃນຕອນບ່າຍ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ. ອຸນຫະພູມໃນລະຫວ່າງ 23-35 ອົງສາ.

 

ไม่มีคำอธิบายรูปภาพ

 

ພາກກາງ: ມີເຝື້ອປົກຫຸ້ມເປັນສ່ວນຫຼາຍ ອາກາດຮ້ອນໃນຕອນບ່າຍ ຍັງຈະມີຝົນຕົກ, ຟ້າຮ້ອງໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ວຽງຈັນ, ບໍລິຄຳໄຊ ແລະ ຄຳມ່ວນ ຕື່ມອີກ. ອຸນຫະພູມໃນລະຫວ່າງ 23-35 ອົງສາ. ສໍາລັບແຂວງໄຊສົມບູນ ຈະມີຝົນຕົກ, ຟ້າຮ້ອງໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 18-27 ອົງສາ.

 

ไม่มีคำอธิบายรูปภาพ

 

     ສະເພາະນະຄອນຫຼວງວຽງຈັນ: ມີເຝື້ອປົກຫຸ້ມເປັນສ່ວນຫຼາຍ, ອາກາດຮ້ອນໃນຕອນບ່າຍ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນຕື່ມອີກ. ອຸນຫະພູມໃນລະຫວ່າງ 25-34 ອົງສາ.

 

ไม่มีคำอธิบายรูปภาพ

 

     ພາກໃຕ້: ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງຈໍາປາສັກ. ອຸນຫະພູມໃນລະຫວ່າງ 24-34 ອົງສາ.

     ສຳລັບເຂດພູພຽງບໍລິເວນ: ຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍເປັນບາງໂອກາດຕື່ມອີກ. ອຸນຫະພູມໃນລະຫວ່າງ 14-28 ອົງສາ.

 

ไม่มีคำอธิบายรูปภาพ