ກົດໝາຍວ່າດ້ວຍອາຊີວະສຶກສາ ໄດ້ຖືກປະກາດໃຊ້ຕາມລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 060/ປທ ລົງວັນທີ 28 ມັງກອນ 2014 ເຊິ່ງເຫັນວ່າດົນພໍສົມຄວນເພື່ອເຮັດໃຫ້ການນໍາໃຊ້ສອດຄ່ອງກັບແຜນພັດທະນາເສດຖະກິດ – ສັງຄົມໃນປັດຈຸບັນ ຈໍາເປັນຕ້ອງໄດ້ປັບປຸງບາງມາດຕາ ເຊິ່ງສະມາຊິກສະພາແຫ່ງຊາດໄດ້ຮັບຮອງເປັນທີ່ຮຽບຮ້ອຍ.
ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍອາຊີວະສຶກສາ ສະບັບປັບປຸງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ນັບຕັ້ງແຕ່ປີ 2014 ມາຮອດປັດຈຸບັນ ວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສະຖານອາຊີວະສຶກສາທາງພາກລັດ ແລະ ເອກະຊົນໄດ້ຮັບການປັບປຸງ, ຂະຫຍາຍ ພ້ອມທັງໄດ້ຍົກລະດັບໂຮງຮຽນວິຊາຊີບມາເປັນວິທະຍາໄລ ຈຳນວນ 7 ແຫ່ງ ແລະ ຍົກລະດັບສູນ ແລະ ວິທະຍາໄລເປັນສະຖາບັນ ຈຳນວນ 3 ແຫ່ງ, ຜູ້ເຂົ້າຮຽນໃນສະຖານອາຊີວະສຶກສາທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກີລາ ເພີ່ມຂຶ້ນຈາກຈຳນວນ 23.500 ຄົນ ໃນສົກປີ 2013 – 2014 ມາເປັນ 37 ພັນຄົນ ໃນສົກປີ 2017 – 2018 ເຊິ່ງສາຂາວິຊາຮຽນມີຫຼາຍກວ່າ 80 ສາຂາ ແລະ ຜູ້ຮຽນຈົບສາມາດມີວຽກເຮັດງານທຳ 80%.
ເຖິງຢ່າງໃດກໍຕາມ, ປັດຈຸບັນເຫັນວ່າເນື້ອໃນຈຳນວນໜຶ່ງຂອງກົດໝາຍວ່າດ້ວຍອາຊີວະສຶກສາ ຍັງມີບາງເນື້ອໃນຊໍ້າຊ້ອນກັບກົດໝາຍແຮງງານ, ມີຫຼາຍປະໂຫຍກຂ້ອນຂ້າງຍາວ, ເນື້ອໃນບາງມາດຕາ ແລະ ບາງຄຳສັບຍັງບໍ່ຊັດເຈນ ແລະ ບໍ່ຮັດກຸມ; ຍັງບໍ່ຕອບສະໜອງນະໂຍບາຍການສົ່ງເສີມການລົງທຶນຂອງພາກທຸລະກິດເຂົ້າໃນວຽກງານອາຊີວະສຶກສາ; ນະໂຍບາຍສົ່ງເສີມການຄົ້ນ ຄວ້າວິທະຍາສາດ, ເຕັກໂນໂລຊີທັນສະໄໝ ແລະ ນະວັດຈະກຳບໍ່ຊັດເຈນ; ນະໂຍບາຍສົ່ງເສີມຜູ້ຮຽນ, ຜູ້ດ້ອຍໂອກາດ ແລະ ຜູ້ຮຽນທີ່ມີບັນຫາຍັງບໍ່ທັນທົ່ວເຖິງເທົ່າທີ່ຄວນ. ດັ່ງນັ້ນ, ເຫັນວ່າກົດໝາຍວ່າດ້ວຍອາຊີວະສຶກສາ ຍັງບໍ່ທັນຕອບສະໜອງ ຄວາມຕ້ອງການຂອງການພັດທະນາເສດຖະກິດ – ສັງຄົມໃນໄລຍະໃໝ່ຢ່າງກວ້າງຂວາງ ເພື່ອແນໃສ່ກົດໝາຍອາຊີວະສຶກສາມີຄວາມລະອຽດ, ຊັດເຈນ ຕອບສະໜອງກັບສະພາບຕົວຈິງໃນປະເທດ, ພາກພື້ນ ແລະ ສາກົນທີ່ມີທ່າອ່ຽງຂະຫຍາຍຕົວນັບມື້ສູງຂຶ້ນ ແລະ ວ່ອງໄວ ເຊິ່ງກົດໝາຍວ່າດ້ວຍອາຊີວະສຶກສາ ສະບັບປັບປຸງໃໝ່ ມີ 14 ພາກ 17 ໝວດ ແລະ 98 ມາດຕາ ທຽບໃສ່ສະບັບປັດຈຸບັນແມ່ນເພີ່ມເຂົ້າ 1 ພາກ 1 ໝວດ ແລະ ຫຼຸດ 9 ມາດຕາ ໂດຍເອົາເນື້ອໃນສັບຊ້ອນເຂົ້າໃນມາດຕາອື່ນ. ໃນນັ້ນ, ປັບປຸງເນື້ອໃນທັງໝົດ 70 ມາດຕາ ຮັກສາໄວ້ຄືເກົ່າ 22 ມາດຕາ ແລະ ເພີ່ມເຂົ້າໃໝ່ 6 ມາດຕາ.
ກອງປະຊຸມໄດ້ປະກອບຄຳເຫັນໃນການແກ້ໄຂກົດໝາຍວ່າດ້ວຍອາຊີວະສຶກສາ ສະບັບປັບປຸງໃໝ່ ໂດຍເນັ້ນໃສ່ບາງພາກ ແລະ ບາງມາດຕາ ເຊັ່ນ: ພາກທີ 5, ໝວດທີ 6, ມາດຕາ 46 – 50 ກ່ຽວກັບການປະກັນຄຸນນະພາບອາຊີວະສຶກສາ, ມາດຕາ 62 ກ່ຽວກັບການສົ່ງເສີມການຮຽນວິຊາຊີບ ເປັນມາດຕາເພີ່ມໃໝ່; ພາກທີ 7 ມາດຕາ 64 – 67 ກ່ຽວກັບພັນທະອາຊີວະສຶກສາ ສະເພາະການມີສ່ວນຮ່ວມຂອງພາກລັດ ແລະ ເອກະຊົນຕໍ່ວຽກງານອາຊີວະສຶກສາ; ມາດຕາ 71 ກ່ຽວກັບກອງທຶນ ແລະ ສະຖານອາຊີວະສຶກສາ ແລະ ມາດຕາອື່ນໆ.
ທ່ານ ບຸນຂວາງ ຄຳບຸນເຮືອງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງ 13 ແຂວງສະຫວັນນະເຂດ ໄດ້ປະກອບຄຳເຫັນວ່າ: ພາກໂຄງຮ່າງຂອງອາຊີວະສຶກສາຄວນກຳນົດໃຫ້ລະອຽດໃນຮ່າງກົດໝາຍ ເພື່ອຢືນຢັນສະຖານະຂອງອາຊີວະສຶກສາ, ສ່ວນດ້ານເນື້ອໃນ ພາກທີ 1 ມາດຕາ 2 ຄວນອະທິບາຍນິຍາມອາຊີວະສຶກສາໃຫ້ຊັດເຈນຂຶ້ນ ເປັນຕົ້ນອາຊີວະສຶກສາຄືການສຶກສາ ຄວນປ່ຽນເປັນການຮຽນຮູ້ ແລະ ການຖ່າຍທອດຄວາມຮູ້ຕໍ່ກັນ, ສຳລັບມາດຕາ 3 ອະທິບາຍຄຳສັບຄວນຕື່ມໃສ່ຂໍ້ 15 ເພາະວ່າໃນຄວາມໝາຍຜູ້ຮຽນມີບັນຫາຕ້ອງອະທິບາຍໃຫ້ລະອຽດກ່ຽວກັບບັນຫາ, ມາດຕາ 4 ນະໂຍບາຍຂອງລັດ ຄວນໃສ່ວ່າ ລັດຊຸກຍູ້ ແລະ ສົ່ງເສີມ, ພາກທີ 7 ກ່ຽວກັບພັນທະ ຄວນໃສ່ວ່ານະໂຍບາຍ ເພາະຢ່າງໜ້ອຍລັດຕ້ອງມີພັນທະ 5%, ພາກ 11 ມາດຕາ 81 ກ່ຽວກັບໂຄງປະກອບຂອງສະພາບໍລິຫານທີ່ວ່າຮອງລັດຖະມົນຕີ ຄວນໃສ່ວ່າຮອງລັດຖະມົນຕີກະຊວງກ່ຽວຂ້ອງ ເພາະອາຊີວະສຶກສາບໍ່ສະເພາະແຕ່ຂົງເຂດດຽວ ແລະ ອື່ນໆ.
( ຂ່າວ: ກາວຊົ່ງ; ຮູບ: ສຸກສະຫວັນ )