ສະພາຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນ

43

ສະມາຊິກສະພາແຫ່ງຊາດ ( ສສຊ )ໄດ້ຮັບຟັງ, ປະກອບຄຳເຫັນ ແລະ ຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນ ກ່ຽວກັບການຕິດຕາມ, ກວດກາການປະຕິບັດກົດໝາຍຂອງອົງການສືບສວນ – ສອບສວນ ຕາມມາດຕາ 42 ຂໍ້ 2, 5 ແລະ 6 ຂອງກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ ດ້ວຍຄະແນນສຽງສ່ວນຫຼາຍ.

ໃນວັນທີ 11 ມິຖຸນາ 2019 ທ່ານ     ຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ລາຍງານກ່ຽວກັບການຕິດຕາມ, ກວດກາການປະຕິບັດກົດໝາຍຂອງອົງການສືບສວນ – ສອບສວນ ຕາມມາດຕາ 42, ຂໍ້ 2, 5 ແລະ 6 ຂອງກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ:

ການຕິດຕາມກວດກາການປະຕິບັດຂອງອົງການສືບສວນ – ສອບສວນ ແມ່ນໜຶ່ງໃນພາລະບົດບາດຂອງອົງການໄອຍະການປະຊາຊົນ ເຊິ່ງກຳນົດໄວ້ໃນມາດຕາ 42 ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ໂດຍປະຕິບັດສິດ ແລະ ໜ້າທີ່ດັ່ງກ່າວໃນໄລຍະຜ່ານມາ ອົງການໄອຍະການປະຊາຊົນໄດ້ຖືສຳຄັນເພາະເປັນຂັ້ນຕອນທຳອິດໃນການດຳເນີນຄະດີອາຍາຕາມຂະບວນຍຸຕິທຳ ໂດຍເອົາໃຈໃສ່ຕິດຕາມ, ກວດກາການນຳໃຊ້ວິທີການສືບສວນ – ສອບສວນ ແລະ ມາດຕະການສະກັດກັ້ນ ໃນການດຳເນີນຄະດີອາຍາຂອງອົງການສືບສວນ – ສອບສວນໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ.

ຜ່ານການຈັດຕັ້ງປະຕິບັດມາດຕາ 42 ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ໄດ້ເອົາໃຈໃສ່ຕິດຕາມ, ກວດກາການປະຕິບັດກົດໝາຍຂອງອົງການສືບສວນ – ສອບສວນ ໂດຍຕິດຕາມການກວດກາທຸກຂັ້ນຕອນຂອງການດຳເນີນຄະດີອາຍາ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ໂດຍສະເພາະການນຳໃຊ້ວິທີການສືບສວນ – ສອບສວນ, ການນຳໃຊ້ມາດຕະການສະກັດກັ້ນໃນການດຳເນີນຄະດີອາຍາ ຕາມລັກສະນະຂອງການກະທຳຜິດ ເຊິ່ງສະແດງອອກໃນປີ 2018 ຜ່ານມາ ໄດ້ອອກຄຳສັ່ງເປີດການສືບສວນ – ສອບສວນ 721 ສະບັບ, ອອກຄຳສັ່ງຢຶດ ຫຼື ອາຍັດຊັບ 19 ສະບັບ, ອອກຄຳສັ່ງກວດຄົ້ນເຄຫາສະຖານ 717 ສະບັບ, ອອກຄຳສັ່ງຈັບຕົວ 1.900 ສະບັບ, ອອກຄຳສັ່ງກັກພາງ 8.061 ສະບັບ, ອອກຄຳສັ່ງຕໍ່ກຳນົດເວລາກັກຂັງພາງ 5.641 ສະບັບ, ອອກຄຳສັ່ງປ່ອຍຕົວພາງ 766 ສະບັບ, ອອກຄຳແນະນຳກ່ຽວກັບການດຳເນີນຄະດີອາຍາ 1.161 ສະບັບ.

ເອົາໃຈໃສ່ການຕິດຕາມ, ກວດກາການປະກອບຂໍ້ມູນຫຼັກຖານຕ່າງໆໃນສຳນວນຄະດີ ຈຳນວນ 10.068 ເລື່ອງ ແລະ ໄດ້ມີຄຳເຫັນຕາມມາດຕາ 152 ຂອງກົດໝາຍ ວ່າດ້ວຍຄະດີອາຍາ ເຊັ່ນ: ໄດ້ສົ່ງສຳນວນຄະດີຄືນໃຫ້ເຈົ້າໜ້າທີ່ເພື່ອດຳເນີນການສືບສວນ – ສອບສວນຄືນໃໝ່ 2.213 ເລື່ອງ ທີ່ເຫັນວ່າຂໍ້ມູນຫຼັກຖານບໍ່ຄົບຖ້ວນ ແລະ ໜັກແໜ້ນຮັດກຸມ ເທົ່າກັບ 21,98%, ໂຈະການດຳເນີນຄະດີ 41 ເລື່ອງ ເທົ່າກັບ 0,40%, ຊັດມ້ຽນຄະດີທາງດ້ານກົດໝາຍ 345 ເລື່ອງ ເທົ່າກັບ 3,42%, ຖະແຫຼງສົ່ງສານຂັ້ນຕົ້ນ 6.706 ເລື່ອງ ເທົ່າກັບ 66,60% ຂອງສຳນວນຄະດີຂອງອົງການສືບສວນ – ສອບສວນສົ່ງມາ.

ສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາຮ່າງມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບການຕິດຕາມ, ກວດກາການປະຕິບັດກົດໝາຍຂອງອົງການສືບສວນ – ສອບສວນ ຕາມມາດຕາ 42 ຂໍ້ 2, 5 ແລະ 6 ຂອງກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ດ້ວຍຄະແນນສຽງເຫັນດີ 114 ທ່ານ ເທົ່າກັບ 94%, ບໍ່ເຫັນດີ 7 ທ່ານ.

[ ຂ່າວ: ສົມລົດ; ຮູບ: ສຸກສະຫວັນ ]