ຮ້ານຄ້າຕັງຈະເລີນ ມອບໂຊກຄືນກໍາໄລໃຫ້ລູກຄ້າ

38

ຮ້ານຄ້າຕັງຈະເລີນ ສາຂາດອນໜູນ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກໍາມອບໂຊກຄືນກໍາໄລໃຫ້ກັບລູກຄ້າ ໃນວັນທີ 9 ມິຖຸນາ 2019, ພ້ອມທັງແລກປ່ຽນບົດຮຽນດ້ານການຊ່າງ ແລະ ການຮ່ວມມືໃນການຕອບສະໜອງອຸປະກອນການກໍ່ສ້າງໃຫ້ແກ່ບັນດາກຸ່ມນັກອອກແບບຮັບເໝົາ ຫຼື ສະຖາບັນການສຶກສາຂະແໜງຕ່າງໆ ທີ່ພວມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ພາຍໃຕ້ຫົວຂໍ້ “ ຊ່າງດີ TCR ”.

ທ່ານ ຄຳໂກ້ ສີດາໄລ ຫົວໜ້າຝ່າຍຂາຍຮ້ານຄ້າຕັງຈະເລີນ ໄດ້ກ່າວວ່າ: ກິດຈະກໍາດັ່ງກ່າວແມ່ນຈັດຂຶ້ນເພື່ອໃຫ້ບັນດາກຸ່ມນັກອອກແບບ, ຊ່າງຮັບເໝົາ, ຊ່າງກໍ່ສ້າງທົ່ວໄປ ແລະ ສະຖາບັນການສຶກສາຂະແໜງຕ່າງໆທີ່ກ່ຽວຂ້ອງກັບວຽກກໍ່ສ້າງ ລວມເຖິງປະຊາຊົນທົ່ວໄປທີ່ສົນໃຈໄດ້ຮັບຮູ້ ແລະ ເຂົ້າເຖິງນະວັດຕະກໍາໃໝ່ໆຂອງສິນຄ້າຫຼາກຫຼາຍຊະນິດຈາກ ບໍລິສັດ SCG. ພ້ອມທັງໃຫ້ຄໍາແນະນຳ ແລະ ສາທິດໃຫ້ເບິ່ງລະອຽດ ໂດຍໃຫ້ລູກຄ້າ ຫຼື ຜູ້ເຂົ້າຮ່ວມໄດ້ລົງມືທົດລອງເຮັດຕົວຈິງອີກດ້ວຍ. ນອກຈາກນີ້, ລູກຄ້າທີ່ຊື້ສິນຄ້າກໍຈະໄດ້ຮັບສ່ວນຫຼຸດ ແລະ ໂປຣໂມຊັນຫຼຸດແລກແຈກແຖມສິນຄ້າຈາກຍີ່ຫໍ້ຜູ້ຜະລິດຊັ້ນນໍາທີ່ມາວາງສະແດງພາຍໃນງານຄັ້ງນີ້.

ພິເສດພາຍໃນງານກໍມີກິດຈະກຳມອບໂຊກຄືນກຳໄລໃຫ້ກັບລູກຄ້າ ໂດຍການມອບສາຍຄໍຄໍາ ລວມ 4 ເສັ້ນ ( ເສັ້ນລະ 1 ສະຫຼຶງ ) ໃຫ້ກັບຜູ້ໂຊກດີທີ່ເຂົ້າມາໃຊ້ບໍລິການທີ່ໃຫ້ຄວາມໝັ້ນໃຈ ແລະ ເຊື່ອໝັ້ນເລື່ອງການໃຫ້ບໍລິການຂອງຮ້ານຄ້າ ພ້ອມດ້ວຍຂອງລາງວັນອື່ນໆລວມມູນຄ່າຂອງລາງວັນກວ່າ 20 ລ້ານກີບ, ຜ່ານການຈັບສະຫຼາກຜູ້ໂຊກດີທີ່ໄດ້ຮັບສາຍຄໍຄຳ 4 ທ່ານ ຄື: ນາງ ພອນພຸດ ໄຊທິລາດ ບ້ານລາດ ຄວາຍ, ທ້າວ ສົມພົນ ປາລະມີ ບ້ານດ່ານຊ້າງ, ນາງ ໜູພຽນ ບຸນມາກ ບ້ານໂນນສະອາດ ແລະ ນາງ ແສງລີ ບ້ານໄຊສະຫວ່າງ ເມືອງໄຊທານີ.

ຮ້ານຄ້າຕັງຈະເລີນ ຈະຈັດກິດຈະກຳດີໆແບບນີ້ຢ່າງຕໍ່ເນື່ອງ ເພື່ອຄືນກຳໄລໃຫ້ແກ່ລູກຄ້າ ແລະ ຈະຮັກສາການບໍລິການທີ່ດີມີຄຸນນະພາບແບບນີ້ໃຫ້ສົມກັບຄຳຂວັນທີ່ວ່າ “ ສະດວກ ຄົບຄັນ ບໍລິການປະທັບໃຈ ”. ສຳລັບທ່ານໃດຢາກມີວັດສະດຸກໍ່ສ້າງທີ່ມີຄຸນນະພາບກໍສາມາດເຂົ້າໄປສຳຜັດກັບສິນຄ້າຕົວຈິງໄດ້ທີ່ຮ້ານຄ້າຕັງຈະເລີນ ໂຮມສະໂຕ ສາຂາດອນໜູນ ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

[ ຂ່າວ: ນຸ້ມນິ້ມ ]