ເກີດເຫດໂຈມຕີເຮືອບັນທຸກນໍ້າມັນ ໃນອ່າວໂອມານ

45

ເຮືອບັນທຸກນໍ້າມັນລໍາໃຫຍ່ 2 ລໍາ ຂອງປະເທດນັອກແວ ແລະ ປະເທດສິງກະໂປ ຖືກໂຈມຕີ ຂະນະແລ່ນຢູ່ໃນໜ້ານໍ້າອ່າວໂອມານ ໃກ້ຊ່ອງແຄບຮໍມຸຊ ເມື່ອວັນພະຫັດ ລູກເຮືອຂອງທັງ 2 ລໍາ ລວມ 44 ຄົນ ໄດ້ຮັບການຊ່ວຍເຫຼືອອົບພະຍົບຂຶ້ນຝັ່ງ ໂດຍເຮືອລໍາໜຶ່ງມີຄວັນໄຟລອຍຂຶ້ນກາງອ່າວ ແລະ ກອງທັບເຮືອສະຫະລັດ ເລັ່ງກໍາລັງເຂົ້າຊ່ວຍເຫຼືອ.

ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງດູໄບ ສະຫະລັດ ອາຣັບ ເອມິເຣດ (UAE) ເມື່ອວັນພະຫັດ ທີ 13 ມິຖຸນາ ວ່າ ເຫດການໂຈມຕີເກີດຂຶ້ນກັບເຮືອບັນທຸກນໍ້າມັນເປັນຄັ້ງທີ 2 ເທິງເສັ້ນທາງຂົນສົ່ງສໍາຄັນທາງຍຸດທະສາດ ໃນໄລຍະຫ່າງກັນພຽງບໍ່ເທົ່າໃດອາທິດ ລະຫວ່າງຄວາມຕຶງຄຽດລະຫວ່າງສະຫະລັດ ກັບ ອິຣານ ໂດຍເຫດການໂຈມຕີຄັ້ງທໍາອິດໃນເດືອນພຶດສະພາ ສະຫະລັດ ລະບຸວ່າ ອິຣານເປັນຝ່າຍກໍ່ເຫດໂຈມຕີ.

ກອງທັບອິຣານ ເຜີຍວ່າ ທະຫານກອງທັບເຮືອອິຣານ ຊ່ວຍເຫຼືອລູກເຮືອ 44 ຄົນ ຈາກເຮືອບັນທຸກ 2 ລໍາ ທີ່ເກີດໄຟໄໝ້ ໃນອຸບັດຕິເຫດ ນອກຝັ່ງອິຣານ ແຕ່ໂຄສົກກອງທັບເຮືອ ທີ 5 ຂອງກອງທັບອາເມຣິກາ ກ່າວວ່າ ກອງເຮືອສະຫະລັດໃນໜ້ານໍ້າອ່າວເປີເຊຍ ໄດ້ຮັບສັນຍານສຸກເສີນຂໍຄວາມຊ່ວຍເຫຼືອ ຈາກເຮືອທັງ 2 ລໍາ ທີ່ມີລາຍງານວ່າ “ຖືກໂຈມຕີ”.

ທາງດ້ານອົງການຂົນສົ່ງທາງນໍ້າຂອງນັອກແວ (NMA) ເຜີຍວ່າ ເກີດການລະເບີດ 3 ຄັ້ງ ເທິງເຮືອບັນທຸກນໍ້າມັນ ຊື່ “ຟຣອນ ອັລແຕຣ໌” ຂອງນັອກແວ ຫຼັງ “ຖືກໂຈມຕີ”  ພ້ອມກັບເຮືອໂຄຄູກາ ຄະເຣຈັສ  ຂອງສິງກະໂປ.

ในภาพอาจจะมี ท้องฟ้า, มหาสมุทร, เมฆ, ภูเขา, สถานที่กลางแจ้ง, น้ำ และธรรมชาติ

ສື່ຂອງອິຣານລາຍງານວ່າ ເຫດການຄັ້ງທໍາອິດເກີດຂຶ້ນເທິງເຮືອຟຣອນ ອັລແຕຣ໌ ເມື່ອເວລາ 08.50 ໂມງ ໃນອ່າວໂອມານ ຫ່າງຈາກແຄມຝັ່ງເມືອງບັນດາ-ອີ-ຈາສ ທາງພາກໃຕ້ຂອງອິຣານ 40 ກິໂລແມັດ ໂດຍເຮືອລໍານີ້ ບັນທຸກເຊື້ອໄຟເອທານອລ (ethanol) ຈາກກາຕ້າໄປໄຕ້ຫວັນ ແລະ ນໍາຫຼັງມາອີກປະມານ 1 ຊົ່ວໂມງ ເຮືອລໍາທີ 2 ເກີດໄຟລຸກໄໝ້ ເມື່ອເວລາ 09:50 ໂມງ ຫ່າງຈາກແຄມຝັ່ງ ເມືອງບັນດາ-ອີ-ຈາສ 45 ກິໂລແມັດ.

ເຫດການເກີດຂຶ້ນ ຂະນະທີ່ ນາຍົກລັດຖະມົນຕີຊິນໂຊະ ອາເບະ ຂອງຍີ່ປຸ່ນ ກໍາລັງຢູ່ລະຫວ່າງການເດີນທາງຢ້ຽມຢາມປະເທດອິຣານ ເພື່ອພະຍາຍາມຫາທາງຜ່ອນຄາຍຄວາມຕຶງຄຽດ ລະຫວ່າງ ອິຣານ ກັບ ອາເມຣິກາ ໂດຍໃນວັນພະຫັດ ເຊິ່ງເປັນວັນສຸດທ້າຍຂອງການຢ້ຽມຢາມ ທ່ານອາເບະ ເຂົ້າຢ້ຽມ ແລະ ຫາລືກັບ ອະຢາຕອລລາ ອາລີ ຄາເມນີ ຜູ້ນໍາສູງສຸດຂອງອິຣານ ໃນນະຄອນຫຼວງເຕຫະຣານ ເຊິ່ງທ່ານ ຄາເມນີ ກ່າວເຕືອນໄລຍະໜຶ່ງວ່າ ເຖິງວ່າອິຣານຈະບໍ່ສະແຫວງຫາອາວຸດນິວເຄຣຍ ແຕ່ອາເມຣິກາກໍ່ບໍ່ສາມາດຢັບຢັ້ງໄດ້ ຖ້າອິຣານຈະລົງມື.