ແຕ່ງຕັ້ງເຈົ້າເມືອງໄຊເສດຖາ ແຂວງອັດຕະປື ຜູ້ໃໝ່

72

ຊ່ວງນີ້ອົງການຈັດຕັ້ງລັດ, ລັດວິສາຫະກິດຫຼາຍບ່ອນໄດ້ມີການແຕ່ງຕັ້ງຊັບຊ້ອນຕຳແໜ່ງຂອງບຸກຄະລາກອນໃນກົງຈັກການຈັດຕັ້ງໃໝ່ ເພື່ອຄວາມສອດຄ່ອງຂອງໜ້າທີ່ວຽກງານໃນໄລຍະໃໝ່ ໂດຍສະເພາະໃຫ້ຮັບປະກັນຄວາມກ້າວໜ້າຂອງອົງກອນ.

ສຳລັບແຂວງອັດຕະປືໃນວັນທີ 12 ມິຖຸນາ 2019 ຜ່ານມາ ໄດ້ພິທີມອບຮັບໜ້າທີ່ເຈົ້າເມືອງໄຊເສດຖາ ຜູ້ໃໝ່ ໂດຍ ໄດ້ແຕ່ງຕັ້ງ ທ່ານ ສີໄລ ສີສະແຫວງສຸກ ຫົວໜ້າພະແນກຍຸດຕິທຳແຂວງ ຂຶ້ນເປັນເຈົ້າເມືອງໄຊເສດຖາ ຜູ້ໃໝ່ ສ່ວນ ທ່ານ ບຸນເສີດ ເສດທິລາດ ເຈົ້າເມືອງຜູ້ເກົ່າ ຍ້າຍໄປເປັນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ.

ເຂົ້າຮ່ວມໃນພິທີປະກາດການຈັດຕັ້ງຄັ້ງນີ້ມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ແລະ ທ່ານ ນາງ ມີນາພອນ.

ການມອບ-ຮັບໜ້າທີ່ເຈົ້າເມືອງຄັ້ງນີ້ ແມ່ນປະຕິບັດຕາມມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ເພື່ອສືບຕໍ່ເຮັດໜ້າທີ່ການເມືອງ ທີ່ພັກລັດມອບໝາຍ ສືບຕໍ່ເອົາໃຈໃສ່ສ້າງສາພັດທະນາເສດຖະກິດສັງຄົມຂອງເມືອງໃຫ້ຢູ່ໃນລະດັບຕໍ່ເນື່ອງ, ເອົາໃຈໃສ່ພັດທະນາຊີວິດການເປັນຢູ່ຂອງປະຊາຊົນພາຍໃນເມືອງໄຊເສດຖານັ້ນ ໃຫ້ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ຂໍ້ມູນຈາກ: ມາລາທິບ