ຍິນດີ! ຊົດເຊີຍກໍລະນີອ່າງບຳບັດນໍ້າເສຍຮົ່ວໄຫຼສູ່ນໍ້າທຳມະຊາດ

50

ພາຍຫຼັງອ່າງບໍາບັດນໍ້າເສຍ ຂອງໂຮງງານສະກັດເຄືອແຫມຈັນສ່ອງຟ້າ ຈຳກັດ ທີ່ຕັ້ງຢູ່ບ້ານທ່າສີ ເມືອງບໍລິຄັນ ແຂວງ ບໍລິຄຳໄຊ ໄດ້ເກີດມີການຮົ່ວໄຫຼລົງສູ່ແຫຼ່ງນໍ້າທຳມະຊາດ ໃນວັນທີ 10 ມິຖຸນາ ຜ່ານມາໄດ້ສົ່ງຜົນກະທົບຕໍ່ຊີວະນາໆພັນ, ສິ່ງແວດລ້ອມ-ສັງຄົມ ແລະ ລະບົບນິເວດຢູ່ບໍລິເວນໃກ້ຄຽງ, ດ້ານເຈົ້າຂອງໂຮງງານຍິນດີ ຈະຊົດເຊີຍຄ່າເສຍຫາຍທຸກດ້ານ.

 

ສະນັ້ນ, ເພື່ອເປັນການກວດກາສາເຫດຂອງການຮົ່ວໄຫຼ ລວມໄປເຖິງບັນດາຂັ້ນຕອນ ການປະຕິບັດງານຂອງໂຮງງານ ໃຫ້ມີຄວາມຖືກຕ້ອງຕາມລະບຽບການ ທີ່ໄດ້ລະບຸໄວ້ໃນບົດວິພາກກ່ອນການສ້າງຕັ້ງໂຮງງານນນັ້ນ ໃນວັນທີ 11 ມິຖຸນາ 2019 ຜ່ານມາ ທ່ານ  ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄຳໄຊ ພ້ອມດ້ວຍພະແນກການທີ່ກຽ່ວຂ້ອງຂັ້ນແຂວງ-ເມືອງ ໄດ້ລົງໄປກວດກາເບິ່ງສະພາບອ່າງບຳບັດນໍ້າເສຍຂອງໂຮງງານແຫ່ງດັ່ງກ່າວ.

 

 

ເຊິ່ງການລົງສຳຫຼວດກວດກາໃນຄັ້ງນີ້ ແມ່ນໄດ້ເກັບກຳເອົາຂໍ້ມູນລະອຽດທຸກດ້ານເປັນຕົ້ນແມ່ນ ຂັ້ນຕອນ, ວິທີການດຳເນີນປະຕິບັດບັນດາໜ້າວຽກຕ່າງໆຂອງໂຮງງານມີຄວາມຖືກຕ້ອງ-ສອດຄ່ອງ ກັບບົດວິພາກເສດຖະກິດກ່ອນຈະສ້າງຕັ້ງໂຮງງານ ແລະ ຊອກຫາສາເຫດທີ່ພາໃຫ້ອ່າງບຳບັດນ້ຳເສຍຂອງໂຮງງານເຄືອແຫມໄຫຼອອກສູ່ແຫຼ່ງນ້ຳທຳມະຊາດ ເຊິ່ງສົ່ງຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມໃນປັດຈຸບັນ ແລະ ໃນໄລຍະຍາວ, ພ້ອມນີ້ນັກວິຊາການ ໄດ້ເກັບເອົາຕົວຢ່າງນໍ້າບໍລິເວນໃກ້ຄຽງເພື່ອນຳໄປວິໄຈຕື່ມອີກ.

ໃນນີ້, ທ່ານ ເຈົ້າແຂວງ ຍັງໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງຮ່ວມກັບອຳນາດການປົກຄອງບ້ານ ຈົ່ງຕິດຕາມຢ່າງໃກ້ຊິດຈົນກວ່າສະພາບການດັ່ງກ່າວຈະໄດ້ຮັບການປັບປຸງ-ແກ້ໄຂ, ສຳລັບປະຊາຊົນ ແລະ ສັດລ້ຽງ ແມ່ນໃຫ້ຫຼີກລ່ຽງການໃຊ້ນໍ້າຂອບເຂດບໍລິເວນດັ່ງກ່າວໃນໄລຍະນີ້.

 

 

ຈາກນັ້ນ, ໃນຕອນບ່າຍຂອງວັນດຽວກັນນີ້ ຢູ່ຫ້ອງປະຊຸມຫ້ອງວ່າການ, ອຳນາດການປົກຄອງແຂວງໄດ້ເຊີນເຈົ້າຂອງໂຮງງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມປະຊຸມເພື່ອປຶກສາຫາລືວິທີທາງແກ້ໄຂບັນຫາທີ່ເກີດຂຶ້ນໃນໄລຍະສັ້ນຢ່າງຮີບດ່ວນ ເຊິ່ງບັນດາຜູ້ເຂົ້າຮ່ວມໄດ້ຍົກຫຼາຍບັນຫາຂຶ້ນມາສົນທະນາແລກປ່ຽນຢ່າງກົງໄປກົງມາ. ສຳລັບເຈົ້າຂອງໂຮງງານສະກັດເຄືອແຫມ ແມ່ນຍິນດີໃຫ້ຄວາມຮ່ວມມືທຸກດ້ານ ເພື່ອເອື້ອອຳນວຍຄວາມສະດວກໃນການລົງປະຕິບັດວຽກງານຂອງພາກລັດ ແລະ ພ້ອມທີ່ຈະຊົດເຊີຍຜົນເສຍຫາຍທຸກດ້ານ ທີ່ສົ່ງຜົນກະທົບຈາກການຮົ່ວໄຫຼຂອງອ່າງບຳບັດນ້ຳເສຍໃນຄັ້ງນີ້.

 

 

 

 

ຂໍ້ມູນ: ໜັງສືພິມບໍລິຄຳໄຊ