ກອງປະຊຸມຫົວໜ້າກົມພາສີອາຊຽນ ຄັ້ງທີ 28 ຈະເນັ້ນຫາລືຮ່ວມກັນ 40 ຫົວຂໍ້

56

ກົມພາສີ ກະຊວງການເງິນ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມຫົວໜ້າກົມພາສີອາຊຽນ ຄັ້ງທີ 28 ຈຸດປະສົງກໍເພື່ອປຶກສາຫາລືການເຊື່ອມໂຍງວຽກງານພາສີ ຂອງບັນດາປະເທດສະມາຊິກອາຊຽນ, ປັບປຸງລະບົບພາສີອາຊຽນ ໃຫ້ມີປະສິດທິພາບສູງ, ຄວາມປອດໄພຕາມດ່ານພາສີຊາຍແດນ, ການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຄຸ້ມຄອງການນໍາ ເຂົ້າ – ສົ່ງອອກສິນຄ້າຜ່ານດ່ານພາສີສາກົນຂອງບັນດາປະເທດອາຊຽນ.

ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ກະຊວງການເງິນກ່າວບາງຕອນສໍາຄັນວ່າ: ກອງປະຊຸມໃນຄັ້ງນີ້ຈະມີການປຶກສາຫາລືກັນທັງໝົດ 40 ກວ່າຫົວຂໍ້. ໃນນີ້, ຈະມີການປຶກສາຫາລືພາຍໃນອາຊຽນ 15 ຫົວຂໍ້, ການປຶກສາຫາລືກັບບັນດາປະເທດຄູ່ຮ່ວມພັດທະນາ 15 ຫົວຂໍ້ ແລະ ປຶກສາຫາລືກັບພາກທຸລະກິດ 10 ຫົວຂໍ້. ນອກຈາກນັ້ນ, ກົມພາສີຈະມີການພົບປະສອງຝ່າຍກັບ 7 ປະເທດອາຊຽນ ເພື່ອແລກປ່ຽນບົດຮຽນ, ຮ່ວມມືກັນດ້ານການພັດທະນາບຸກຄະລາກອນ ແລະ ເຕັກນິກວິຊາການສະເພາະພາສີ.

ກອງປະຊຸມດັ່ງກ່າວຄາດວ່າຈະມີການຮອງຮັບບັນດາເອກະສານສຳຄັນ ໃນການກໍານົດໜ້າທີ່ຂອງບັນດາຄະນະເຮັດວຽກຂອງພາສີອາຊຽນ ແລະ ຈະມີການຮັບຮອງແຜນວຽກຂອງພາສີອາຊຽນ ປະຈໍາປີ 2019 – 2020 ເຊິ່ງປະກອບມີໜ້າວຽກທີ່ສໍາຄັນ ເຊັ່ນ: ການຈັດຕັ້ງປະຕິບັດລະບົບຂົນສົ່ງຜ່ານແດນພາສີອາຊຽນ,

ການສຶກສາຄວາມເປັນໄປໄດ້ໃນການຈັດຕັ້ງປະຕິບັດໂຄງການ ລະບົບຜູ້ປະກອບການທີ່ໄດ້ຮັບສິດທິພິເສດຂອງອາຊຽນ ແລະ ອື່ນໆ ເພື່ອບັນລຸເປົ້າໝາຍຂອງແຜນຍຸດທະສາດການພັດທະນາພາສີແຕ່ປີ 2016 – 2020 ແລະ ການກະກຽມສ້າງແຜນຍຸດທະສາດການພັດທະນາພາສີໃໝ່ ແຕ່ປີ 2020 – 2025.

ໂອກາດນີ້, ທ່ານ ດາໂຕະ ແພັດດີ້ ອັບດູນ ຮາລິມ ( Mr. DATO PADDY ABD HALIM ) ຫົວໜ້າກົມພາສີ ປະເທດມາເລເຊຍ ທັງເປັນກອງເລຂາພາສີອາຊຽນ ກ່າວຕື່ມວ່າ: ອາຊຽນ ຖືວ່າເປັນພາກພື້ນໜຶ່ງທີ່ມີທ່າແຮງສໍາລັບການຄ້າ ແລະ ການລົງທຶນລະຫວ່າງປະເທດ ເຊິ່ງໃນປີ 2018 ຈີດີພີ ອາຊຽນ ເຕີບໂຕປະມານ 5% ມູນຄ່າການຄ້າຂອງອາຊຽນຢູ່ທີ່ 2,5 ພັນຕື້ໂດລາສະຫະລັດ. ໃນນັ້ນ, ການຄ້າພາຍໃນອາຊຽນປະມານ 22,9% ແລະ ມູນຄ່າການລົງທຶນຈາກຕ່າງປະເທດໃນອາຊຽນ ບັນລຸ 135,62 ຕື້ໂດລາ ໃນປີ 2018 ຜ່ານມາ.

ທ່ານຍັງໃຫ້ຮູ້ອີກວ່າ: ກອງປະຊຸມຍັງຈະໄດ້ມີການປຶກສາຫາລືດ້ານການຮ່ວມມືລະຫວ່າງອາຊຽນ ແລະ ຄູ່ຮ່ວມພັດທະນາ ຄື: ຫ້ອງການປົກປ້ອງຊາຍແດນອົສ ຕຣາລີ, ກົມພາສີ ສປ ຈີນ, ກົມພາສີ ຍີ່ປຸ່ນ, ກົມພາສີ   ສ.ເກົາຫຼີ ແລະ ອົງການພາສີໂລກ. ຄຽງຄູ່ກັນນັ້ນ, ຍັງໄດ້ຫາລືກັບພາກທຸລະກິດ ເຊັ່ນ: ສະພາທຸລະກິດ ເອີຣົບ – ອາຊຽນ, ສະພາທຸລະກິດ ອາເມຣິກາ – ອາຊຽນ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເພື່ອອໍານວຍຄວາມສະດວກໃຫ້ກັບຜູ້ປະກອບການ.

ກອງປະຊຸມຫົວໜ້າກົມພາສີອາຊຽນ ຄັ້ງທີ 28 ຈັດຂຶ້ນໃນຕອນເຊົ້າວັນທີ 11 ມິຖຸນາ 2019 ທີ່ໂຮງແຮມ ຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມເປີດພິທີຂອງ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ, ມີບັນດາຜູ້ຕາງໜ້າຈາກກົມພາສີ 10 ປະເທດອາຊຽນເຂົ້າຮ່ວມ ເຊິ່ງຈະດໍາເນີນໄປເປັນເວລາ 3 ວັນ ( 11 – 13 ມິຖຸນາ ) ຈຶ່ງຈະອັດລົງ.