ຈີນສ້າງສະຖານີ 5G ກວ່າ 4 ພັນແຫ່ງ ຄວບຄຸມພື້ນທີ່ຫຼັກທົ່ວນະຄອນຫຼວງ

45

ສໍານັກຂ່າວຊິນຫົວຂອງຈີນ ລາຍງານເມື່ອວັນອັງຄານ ທີ 11 ມິຖຸນາ ຜ່ານມາ ວ່າ ໜັງສືພິມເຍົາວະຊົນປັກກິ່ງ (Beijing Youth Daily) ລາຍງານວ່າ ທາງປັກກິ່ງໄດ້ສ້າງສະຖານີຖານເຄືອຂ່າຍ 5ຈີ ໃນເຂດພື້ນທີ່ຫຼັກຂອງເມືອງ ແລະ ອາຄານທີ່ມີຊື່ສຽງ ລວມທັງໝົດ 4.300 ແຫ່ງ.

ເມື່ອທ້າຍເດືອນພຶດສະພາ ທີ່ຜ່ານມາ ທາງປັກກິ່ງໄດ້ເປີດໃຫ້ບໍລິການເຄືອຂ່າຍສັນຍານ 5G ຫຼື ເປີດໃຫ້ທົດລອງໃຊ້ກ່ອນທີ່ຈະເປີດໃຫ້ບໍລິການໃນຮູບແບບທຸລະກິດ ໃນເຂດພື້ນທີ່ບໍລິຫານຈັດການຕ່າງໆເຊັ່ນສູນກາງຮອງ (sub-center) ຂອງນະຄອນຫຼວງປັກກິ່ງ, ສະໜາມບິນແຫ່ງໃໝ່, ງານວາງສະແດງພືດສວນໂລກ, ສະຖານທີ່ຈັດການແຂ່ງຂັນໂອລິມປິກລະດູໜາວປີ 2022, ຈັດຕຸລັດທຽນອັນເໝິນ ແລະ ຖະໜົນສາງອານ ເຊິ່ງເປັນຖະໜົນສາຍຫຼັກຂອງນະຄອນຫຼວງປັກກິ່ງ.

ສໍານັກງານສື່ສານຂອງເທສະບານນະຄອນປັກກິ່ງ ເຜີຍວ່າ ພາຍໃນປີ 2021 ເຄືອຂ່າຍ 5G ຈະຄວບຄຸມບໍລິເວນພື້ນທີ່ຫຼັກຂອງເມືອງ ລວມເຖິງເຂດສູນກາງທຸລະກິດ, ສູນນະວັດຕະກໍາ ແລະ ພື້ນທີ່ພັດທະນາເສດຖະກິດ – ເທັກໂນໂລຢີ.

ທັງນີ້ ປັກກິ່ງໄດ້ສົ່ງມອບສະຖານີເຄືອຂ່າຍ 5G ຈໍານວນ 5.983 ແຫ່ງ ໄປໃຫ້ຜູ້ປະກອບການດ້ານການສື່ສານໂທລະຄົມມະນາຄົມ 3 ເຈົ້າ ໃນໄລຍະໝົດເດືອນພຶດສະພາ ທີ່ຜ່ານມາ.