ຊົມເຊີຍ! ສະມາຄົມລາວຮ່ວມພະລັງໃຈ ມອບເຄື່ອງການແພດໃຫ້ສຸກສາລາ ຢູ່ຫຼວງພະບາງ

80

ຍ້ອນເຫັນໄດ້ຄວາມຈຳເປັນຂອງສຸກສາລາຫຼາຍແຫ່ງ ທີ່ຍັງຂາດເຂີນເຄື່ອງມືອຸປະກອນທາງດ້ານການແພດ ຂະນະປະຊາຊົນທີ່ຢູ່ຫ່າງໄກສອກຫຼີກພັດບໍ່ຄ່ອຍມີເງື່ອນໄຂເຂົ້າມາຮັກສາສຸຂະພາບຢູ່ໂຮງໝໍໃຫຍ່.

 

 

ດັ່ງນັ້ນ, ວັນທີ 1 ມີຖຸນາ ຜ່ານມານີ້ ສະມາຄົມລາວຮ່ວມພະລັງໃຈ ສະຫະພັນກີລາລົດໃຫຍ່-ລົດຈັກແຫ່ງຊາດລາວ, ທີມງານສະບາຍດີອ໋ອບໂລດ, ທີມງານຜູ້ເຖົ້າອິດສະຫຼະ, ທີມງານຊຸມລົມລໍາພູອ໋ອບໂລດ, ທີມງານຊົມລົມສະບາຍອ໋ອບໂລດ, ບໍລິສັດເອຊິອິເທັກ, ບໍລິສັດເອຊິອິເອກິບເມັນ, ບໍລິສັດແອັນເອັນແອບຸກຄິງ ແລະ ບໍລິສັດຈິວອນໂລຈິດສະຕິກສ ຈິ່ງໄດ້ນຳເອົາອຸປະກອນການແພດໄປມອບໃຫ້ ສຸກສາລາ ແຊນຄະລົກ ບ້ານແຊນຄະລົກ ກຸ່ມພັດທະນາແຊນຄະລົກ ນະຄອນຫຼວງພະບາງ.

ສຳລັບເຄື່ອງທີ່ມອບປະກອບມີບັ້ງອົກຊີ ຈໍານວນ 2 ບັ້ງ ມູນຄ່າ 4 ລ້ານກີບ, ຫົວອົກຊີ 2 ອັນ ມູນຄ່າ 1,78 ລ້ານກີບ, ອົກຊີແມດເຕີ ຈໍານວນ 2 ເຄື່ອງ ມູນຄ່າ 2,93 ລ້ານກີບ, ບາລອດເລເຊີ ຈໍານວນ 2 ເຄື່ອງ ມູນຄ່າ 790.000 ກີບ, ເສື້ອຊູຊິບ ຈໍານວນ 5 ຜືນ ມູນຄ່າ 1,4  ລ້ານກວ່າກີບ ແລະ ຢາປົວພະຍາດອີກຈຳນວນໜື່ງມອບໃຫ້ແກ່ສຸກສາລາແຊນຄະລົກ.

 

 

ນອກນີ້, ຍັງມອບແວ່ນຕາ ຈໍານວນ 136 ອັນ ມູນຄ່າ 20,4 ລ້ານກີບ ໃຫ້ກັບປະຊາຊົນກຸ່ມແຊນຄະລົກ, ລວມມູນຄ່າເຄື່ອງຊ່ວຍເຫຼືອທັງໝົດ 32 ລ້ານກີບ ໂດຍມີ ທ່ານ ບຸນລຽງ ແກ້ວມະນີ ປະທານກວດກາພັກ-ລັດນະຄອນຫຼວງພະບາງ, ທ່ານ ຄໍາປະສົງ ດິດຍະວົງ ຫົວໜ້າອົງການໄອຍະການເຂດ 1, ເລຂາຄະນະພັກຮາກຖານກຸມແຊນຄະລົກ, ພ້ອມດ້ວຍຜູ້ອໍານວຍການໂຮງໝໍຊົນຊົມ, ແພດສຸກສາລາ ແລະ ປະຊາຊົນພາຍໃນບ້ານແຊນຄະລົກ, ຕາງໜ້າບ້ານອ້ອມຂ້າງເຂົ້າຮ່ວມ.

 

 

ໃຫ້ກຽດມອບໂດຍແມ່ນ ທ່ານ ອານຸພາບ ກຸມາລາສີ ທີ່ປຶກສາສະມາຄົມລາວຮ່ວມພະລັງໃຈ ພ້ອມດ້ວຍຄະນະ ແລະຕາງໜ້າຮັບແມ່ນ ທ່ານ ບຸນລຽງ ແກ້ວມະນີ, ທ່ານ ຄໍາປະສົງ ດິດຍະວົງ.

ໃນໂອກາດນີ້ ທ່ານ ຄໍາປະສົງ ດິດຍະວົງ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ອານຸພາບ ກຸມາລາສີ ທີ່ໃຫ້ການຊ່ວຍເຫຼືອອຸປະກອນທີ່ຈຳເປັນແກ່ສຸກສາລາ ທັງໄດ້ກ່າວມອບຕໍ່ໃຫ້ພາກສ່ວນກ່ຽວຂ້ອງ ນໍາໃຊ້ໃຫ້ມີຜົນປະໂຫຍດ ແກ່ປະຊາຊົນທົ່ວກຸ່ມເຂດແຊນຄະລົກ.