ດີໃຈນຳຊາວເມືອງພີນ! ຢີ່ປຸ່ນມອບຂົວສອງແຫ່ງໃຫ້ປະຊາຊົນນຳໃຊ້

108

ໃນວັນທີ 10 ມິຖຸນາ 2019 ຜ່ານມາ ຢູ່ທີ່ຂົວເຊທ່າມວກ ເມືອງພີນ ແຂວງ ສະຫວັນນະເຂດ ໄດ້ຈັດພິທີ ມອບ-ຮັບ ແລະ ເປີດການນຳໃຊ້ຂົວເຊກຸມກາມ ແລະ ຂົວເຊທ່າມວກ ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ໂຕຊະໂກະ ອາເບະ ຮອງລັດຖະມົນຕີກະຊວງຕ່າງປະເທດ ຍີ່ປຸ່ນ, ແລະ ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງໆສະຫວັນນະເຂດ ພ້ອມມີບັນດາຕາງໜ້າກະຊວງ , ຄະນະກົມ-ພະແນກການ, ພາກສ່ວນຕ່າງໆທີ່ກ່ຽວຂ້ອງທັງສອງປະເທດ ລາວ-ຍີ່ປຸ່ນເຂົ້າຮ່ວມ.

 

ໃນພິທີ ທ່ານ ວັນທອງ ບຸດຕະນະວົງ ຮອງຫົວໜ້າກົມຂົວທາງກະຊວງໂຍທາທິການ ແລະ ຂົນສົ່ງ ກໍ່ໄດ້ລາຍງານກ່ຽວກັບຄວາມເປັນມາຂອງໂຄງການວ່າ: ໃນປີ 2016 ລັດຖະບານແຫ່ງປະເທດຢີ່ປຸ່ນ ໄດ້ຕົກລົງສະໜັບສະໜູນໃນການຊ່ວຍເຫຼືອລ້າໃຫ້ແກ່ ສປປ ລາວ ເພື່ອກໍ່ສ້າງຂົວ 2 ແຫ່ງ ຄື ຂົວເຊກຸມກາມ ແລະ ຂົວເຊທ່າມວກ ໂດຍມີການເຊັນສັນຍາລະຫວ່າງກົມສາກົນ, ກະຊວງແຜນການ ແລະ ການລົງທຶນ ເຊິ່ງເປັນຕົວແທນໃຫ້ແກ່ລັດຖະບານແຫ່ງ ສປປລາວ ແລະ ອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ ທີ່ເປັນຕົວແທນໃຫ້ແກ່ລັດຖະບານຍີ່ປຸ່ນ.

 

 

ຂົວເຊກຸມກາມ ແລະ ເຊທ່າມວກ ມີໂຄງເສົາຂົວ ແລະ ໜ້າຂົວເປັນເບຕົງເສີມເຫຼັກ ສາມາດຮັບນໍ້າໜັກໄດ້ 11 ໂຕນ/ເພົາ, ເປັນຂົວຂາງເຫຼັກ ທີ່ມີຄວາມສາມາດທົນທານຕໍ່ການເຂົ້າໝ້ຽງສູງ ຂົວເຊກຸມກາມມີຄວາມຍາວ 160 ແມັດ, ກວ້າງ 10 ກ່ວາແມັດ, ແບ່ງອອກເປັນ 3 ຊ່ວງ. ສ່ວນຂົວເຊທ່າມວກຍາວ 160 ແມັດ, ກວ້າງເກືອບ 12 ແມັດ, ແບ່ງອອກເປັນ 4 ຊ່ວງ ພ້ອມກັນນີ້, ກໍໄດ້ກໍ່ສ້າງທາງເຂົ້າຂົວທັງ 2 ແຫ່ງ ປູດ້ວຍຢ່າງອັດສະຟານມີໄລຍະທາງທັງໝົດ 2.056 ແມັດ.

 

 

ນອກນີ້, ຍັງໄດ້ກໍ່ສ້າງລະບົບຕ້ານເຈື່ອນດ້ວຍກະຕ່າຫີນ-ປູກຫຍ້າ ແລະ ຕິດຕັ້ງລະບົບໄຟແສງສະຫວ່າງ ແລະ ເຄື່ອງໝາຍຈະລາຈອນຄົບຊຸດໂດຍການຮັບເໝົາຂອງບໍລິສັດຮາຊາມາອັນໂດ ແລະ ບໍລິສັດເຈເອັຟຈີເອັນຈິເນຍລີ້ງ ໂດຍໃຊ້ເວລາ 31 ເດືອນ ເຊິ່ງເລີ່ມແຕ່ວັນທີ 6 ທັນວາ 2016 ຫາວັນທີ 30 ມິຖຸນາ 2019.

 

 

ຜ່ານການຈັດຕັ້ງປະຕິບັດໂຄງການແມ່ນໄດ້ສໍາເລັດກ່ອນກໍານົດ ເຊິ່ງມີມູນຄ່າການກໍ່ສ້າງທັງໝົດ 194 ຕື້ກີບ ໂດຍແມ່ນທຶນຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ແລະ ທຶນຂອງລັດຖະບານລາວແມ່ນ 2 ຕື້ 790 ລ້ານກີບ.

 

 

 

ຂໍ້ມູນ: ວິທະຍຸກະຈາຍສຽງ ສະຫວັນນະເຂດ