ຕິດຕາມການສະແດງຄັ້ງທໍາອິດກັບເພື່ອນບ້ານຂອງສາວ ມຸມີ່ ສີຫາລາດ

103

ອີກຄົນທີ່ໜ້າຕິດຕາມຜົນງານ ກັບ ສາວ ມຸມີ່ ສິງຫາລາດ ນາງສາວທູດວັດທະນະທໍາທ່ອງທ່ຽວສາກົນ ປີ 2018 Miss Tourism queen of the year international laos 2018, ທີ່ຈະໄດ້ໄປຮ່ວມສະແດງລະຄອນກັບປະເທດເພື່ອນບ້ານ ປະເທດໄທ ໃນຮູບເງົາ ເລື່ອງ “Who Why Where ຮ່າງ ຊ່ອນ ແອບ”

ຫຼັງຈາກທີ່ ສາວ ມຸມີ່ ເດີນທາງໄປທົດລອງເປັນນັກສະແດງ ທີ່ປະເທດໄທ ເມື່ອບໍ່ດົນມານີ້ ທາງກອງຮູບເງົາ “Who Why Where ຮ່າງ ຊ່ອນ ແອບ” ໄດ້ແຈ້ງວ່າ ມຸມີ່ ໄດ້ສະແດງເປັນນາງເອກອີກຄົນໃນຕອນເຈົ້າສາວ ໂດຍຮັບບົດເປັນ ມິນນີ່ ສະແດງເປັນຄູ່ກັບ ໜຸ່ມ ຈ໋ອດ ທະປະນັດ ນັກສະແດງໄທ ແລະ ມີນັກສະແດງຄູ່ຫຼັກອີກໜຶ່ງຄູ່ ແທ໋ກ ສະລັນຢູ ແລະ ພິງກີ້ ສາວິກາ ນັກສະແດງໄທ.

ຮູບເງົາເລື່ອງນີ້ ເປັນຮູບເງົາແນວສະຫຍອງຂວັນ ຖືໄດ້ວ່າບົດບາດການສະແດງບໍ່ທໍາມະດາແນ່ນອນ ເຊິ່ງຖ້າຕິດຕາຜົນງານ ຂອງ ມຸມີ່ ໄດ້ ເຊິ່ງຈະໄດ້ເດີນທາງໄປເຂົ້າສາກ ໃນເດືອນ ສິງຫານີ້ ສ່ວນວ່າຈະອອກອາກາດ ສາຍຢູ່ໃສມື້ໃດນັ້ນ ແອັດມິນຈະນຳມາຝາກເປັນໄລຍະໆ!

ສາວ ມູມີ່ ແສງສະຫວັນ ສີຫາລາດ ເປັນນາງງາມທີ່ອັດທະຍາໄສດີ, ມີຄວາມສາມາດ ເຊິ່ງໄດ້ຮັບລາງວັນຈາກເວທີການປະກວດມາຫຼາຍ ບໍ່ວ່າຈະເປັນ ຮອງອັນດັບ 2 ມິສເວີລາວ 2018 (Miss World Loas 2018), ນາງສາວທູດວັດທະນະທໍາທ່ອງທ່ຽວສາກົນ ປີ 2018 (Miss Tourism queen of the year international laos 2018), ລາງວັນ Miss Best body of Miss World Laos 2018, ເປັນຮອງອັນດັບ 4 Miss grand Laos 2017, ໄດ້ລາງວັນ Miss Best Smile and Miss Tarent award of Miss China Asean etiquette pagent 2017 ນໍາອີກ ຈາກນັ້ນກໍມີຖ່າຍແບບ ຖ່າຍໂຄສະນາ ເດີນແບບ … ແລະ ເຊື່ອແນ່ວ່າຈະມີຜົນງານອີກຫຼາຍໆຢ່າງໃຫ້ທ່ານໄດ້ຕິດຕາມຢ່າງແນ່ນອນ.