ທຣໍາ ຂູ່ຈະຂຶ້ນພາສີຈີນອີກ ຖ້າ ທ່ານສີ ຈິ້ນຜິງ ບໍ່ມາຮ່ວມປະຊຸມ ‘ຈີ 20’

50

ລັດຖະບານຈີນບໍ່ຢືນຢັນວ່າປະທານປະເທດສີ ຈິ້ນຜິງ ຈະພົບຫາລືກັບປະທານາທິບໍດີໂດນັລ ທຣໍາ ລະຫວ່າງການປະຊຸມ “ຈີ 20” ທີ່ປະເທດຍີ່ປຸ່ນ ໃນໄລຍະທ້າຍເດືອນນີ້ ຫຼື ບໍ່ ຂະນະທີ່ ຜູ້ນໍາສະຫະລັດຂູ່ຈະຂຶ້ນພາສີອີກຖ້າຜູ້ນໍາຈີນບໍ່ຍອມພົບກັບຕົນ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນອັງຄານ ທີ 11 ມິຖຸນາ ວ່າ ປະທານາທິບໍດີໂດນັລ ທຣໍາ ກ່າວເມື່ອວັນອັງຄານ ວ່າ “ກໍາແພງພາສີເປັນເຄື່ອງມືທີ່ດີເດັ່ນສໍາລັບໃຊ້ໃນການເຈລະຈາ” ຫຼັງສາມາດໃຊ້ເລື່ອງນີ້ ສ້າງແຮງກົດດັນໃຫ້ກັບປະເທດເມັກຊິໂກ ໃນການຈັດການສະຖານະການຜູ້ອົບພະຍົບຜິດກົດໝາຍຈາກອາເມຣິກາກາງ” ພາຍໃນໄລຍະເວລາທີ່ກໍານົດ” ແລະ ຍັງກ່າວເຖິງການໃຊ້ກົນລະຍຸດແບບດຽວກັນນີ້ ກັບຈີນຕໍ່ໄປດ້ວຍ ຫຼັງທັງສອງປະເທດຕັ້ງກໍາແພງພາສີ ແລະ ຂຶ້ນພາສີຕອບໂຕ້ກັນຫຼາຍຮອບເມື່ອປີຜ່ານມາ.

ในภาพอาจจะมี 1 คน, ภาพระยะใกล้

ຂະນະດຽວກັນ ທຣໍາ ເວົ້າເຖິງ “ກໍານົດການ” ພົບຫາລືລະຫວ່າງຕົນກັບປະທານປະເທດສີ ຈິ້ນຜິງ ຜູ້ນໍາຈີນ ລະຫວ່າງການປະຊຸມສະມາຊິກກຸ່ມປະເທດເສດຖະກິດຂະໜາດໃຫຍ່ “ຈີ 20” ທີ່ເມືອງໂອຊາກ້າຂອງຍີ່ປຸ່ນ ໃນໄລຍະທ້າຍເດືອນນີ້ ເພື່ອປະຊຸມຫາທາງຜ່ອນຄາຍຄວາມຂັດແຍ່ງທາງການຄ້າຮ່ວມກັນ ແລະ ຫວັງເປັນຢ່າງຍິ່ງວ່າ ທ່ານສີຈະເຂົ້າຮ່ວມການປະຊຸມຄັ້ງນີ້ດ້ວຍຕົວເອງ ບໍ່ເຊັ່ນນັ້ນ ມີຄວາມເປັນໄປໄດ້ສູງຫຼາຍທີ່ລັດຖະບານວໍຊິງຕັນຈະຂຶ້ນພາສີຕໍ່ສິນຄ້າຂອງອີກຝ່າຍ ຖ້າຫາກການເຈລະຈາລະຫວ່າງການປະຊຸມຈີ 20 ຄັ້ງນີ້ “ບໍ່ມີຄວາມຄືບໜ້າຢ່າງສ້າງສັນ” ຫຼື ທ່ານສີ ປະຕິເສດການພົບກັບຕົນ ໃນການປະຊຸມຄັ້ງນີ້ ເຊິ່ງອັດຕາພາສີອາດຈະສູງເຖິງ 25% ຄອບຄຸມມູນຄ່າສິນຄ້ານໍາເຂົ້າເພິ່ມອີກ 300 ຕື້ໂດລາ (ປະມານ 2,59 ລ້ານຕື້ກີບ).

ในภาพอาจจะมี เมฆ และสถานที่กลางแจ้ง

ດ້ານທ່ານເກິ່ງ ສ່ວງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ ລັດຖະບານຈີນບໍ່ຕ້ອງການຕໍ່ສູ້ກັບໃຜກໍ່ຕາມ ໃນສົງຄາມການຄ້າ ແຕ່ກໍ່ບໍ່ຫວັ່ນເກງ ຖ້າຈະຕ້ອງຜະເຊີນກັບສະຖານະການດັ່ງກ່າວ ຢ່າງໃດກໍ່ຕາມ ຈີນສັງເກດວ່າ ຜູ້ນໍາອາເມຣິກາສະແດງທ່າທີແບບເກ່ົາຊໍ້າແລ້ວຊໍ້າອີກຜ່ານສື່ ເພື່ອຄາດຫວັງການພົບກັນລະດັບຜູ້ນໍາໃນການປະຊຸມ ຈີ 20 ທີ່ປະເທດຍີ່ປຸ່ນ ເຊິ່ງໃນສ່ວນຂອງຈີນຈະເປີດເຜີຍກໍານົດການ ຫຼື ຂໍ້ມູນອື່ນໆເພິ່ມຕື່ມ “ເມື່ອໄດ້ມີການຢືນຢັນ”.

ในภาพอาจจะมี 1 คน, กำลังนั่ง

ໃນອີກດ້ານໜຶ່ງ ທ່ານເສົາຫຍາງ ຫົວໜ້າຝ່າຍວາງແຜນຍຸດທະສາດຂອງບໍລິສັດຫົວເຫວີ່ຍກ່າວໃນງານສະແດງສິນຄ້າ ແລະ ອຸປະກອນອິເລັກທໍນິກທີ່ເມືອງຊຽງໄຮ້ ວ່າ ຖ້າຫາກຫົວເຫວີ່ຍສາມາດຜະເຊີນໜ້າ ແລະ ຜ່ານພົ້ນ “ຄວາມທ້າທາຍທີ່ເໜືອຄວາມຄາດໝາຍ” ທັງໝົດໄດ້ ບໍລິສັດຈະກ້າວຂຶ້ນສູ່ອັນດັບ 1  ຂອງໂລກ ໃນວົງການເທັກໂນໂລຢີດ້ານການສື່ສານ ຢ່າງແນ່ນອນພາຍໃນໄຕມາດສຸດທ້າຍຂອງປີນີ້. ປັດຈຸບັນ ຫົວເຫວີ່ຍເປັນຜູ້ວາງແຜນລະບົບ ແລະ ຜະລິດອຸປະກອນກ່ຽວກັບລະບົບ 5 ຈີ ລາຍໃຫຍ່ທີ່ສຸດຂອງໂລກ ແລະ ເປັນຜູ້ຜະລິດສະມາດໂຟນລາຍໃຫຍ່ທີ່ສຸດອັນດັບ 2 ເປັນຮອງພຽງຊໍາຊຸງຂອງເກົາຫຼີໃຕ້ ເຖິງວ່າສະຫະລັດຂຶ້ນບັນຊີດໍາຫົວເຫວີ່ຍເມື່ອກາງເດືອນແລ້ວນີ້ ແຕ່ໃຫ້ເວລາຜ່ອນຜັນ 90 ວັນ ຈົນເຖິງວັນທີ 19 ສິງຫາ ນີ້ ແລະມີແນວໂນ້ມຂະຫຍາຍໄລຍະເວລາອອກໄປອີກດ້ວຍ.