ບໍ່ທຳມະດາ! ສາວຕັດຫຍິບລາວ ສ້າງຊື່ສຽງທີ່ແດນມັງກອນ

123

ບໍ່ຜິດຫວັງເມື່ອສາວຕັດຫຍິບລາວ ທອງດີ ອິນທະວົງ ພ້ອມດ້ວຍຄູຝຶກ ຈາກ ສູນພັດທະນາສືມືແຮງງານ ສາມາດຍາດມາໄດ້ໃບຢັ້ງຢືນສີມືແຮງງານດີເລີດສາຂາຕັດຫຍິບ ໃນງານແຂ່ງຂັນສີມືແຮງງານສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” (The Belt and Road International Skills Competition) ທີ່ຈັດຂຶ້ນຢູ່ ສປ ຈີນ ໄດ້ຄະແນນ 700 ຕາມມາດຕະຖານ  ນອນໃນດັບທີ 7 ຈາກນັກແຂ່ງຂັນທັງໝົດ 13 ຄົນ.

 

 

ໃນລະຫວ່າງວັນທີ ວັນທີ 25-31 ພຶດສະພາ 2019, ທີ່ນະຄອນໂສງສິ້ງ, ສປ ຈີນ ຜ່ານມາ ໄດ້ມີການຈັດງານ ແຂ່ງຂັນສີມືແຮງງານສາກົນ ໜຶ່ງແລວໜຶ່ງເສັ້ນທາງ (The Belt and Road International Skills Competition)ຂຶ້ນ ເຊິ່ງສປປ ລາວ ໄດ້ສົ່ງນັກແຂ່ງຂັນເຂົ້າຮ່ວມ 2 ສາຂາຄື: ຊ່າງປຸງແຕ່ງອາຫານ ແລະ ຊ່າງຕັດຫຍິບ ໂດຍມີ 44 ປະເທດທີ່ມາຈາກທົ່ວໂລກ ໃນນັ້ນ, ມີບັນດາປະເທດສະມາຊິກອາຊຽນ ຈໍານວນ 6 ປະເທດ (ກໍາປູເຈຍ, ມາເລເຊຍ, ມຽນມາ,ສິງກະໂປ, ໄທ ແລະ ສປປ ລາວ) ເຂົ້າຮ່ວມ.

ການແຂ່ງຂັນປະກອບມີ 18 ສາຂາວິຊາຊ່າງ ແລະ ມີນັກແຂ່ງຂັນສີມືແຮງງານທັງໝົດເກືອບ 700 ຄົນ. ສຳລັບ ສປປ ລາວ ນຳພາຄະນະ ນັກແຂ່ງຂັນເຂົ້າຮ່ວມໂດຍ ທ່ານ ທາ ທອງພາດ ຮອງຫົວໜ້າພະແນກພັດທະນາມາດຕະຖານສີມືແຮງງານ, ກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເຊິ່ງມີນັກແຂ່ງຂັນ 2 ທ່ານ ພ້ອມດ້ວຍຄູຝຶກອີກ 2 ທ່ານ ມີ 2 ສາຂາຄື: ຊ່າງປຸງແຕ່ງອາຫານ ແລະ ຊ່າງ ຕັດຫຍິບເຂົ້າຮ່ວມ.

 

 

ສຳລັບການແຂ່ງຂັນ 02 ສາຂາວິຊາຊ່າງປະກອບມີ: ສາຂາວິຊາ ຊ່າງປຸງແຕ່ງອາຫານ ຫຼື Cooking (ມີ ຄູຝຶກ 1 ຄົນ ແລະ ນັກແຂ່ງຂັນ 1 ຄົນ); ສາຂາວິຊາຕັດຫຍິບເຄື່ອງນຸ່ງ ຫຼື Fashion Technology  (ມີຄູຝຶກ 1ຄົນ ແລະ ນັກແຂ່ງຂັນ 1 ຄົນ) ແລະ ຫົວໜ້າຄະນະ 1 ທ່ານ ລວມເປັນ 5 ທ່ານ. ເຊິ່ງບັນດາຄູຝຶກ ແລະ ນັກແຂ່ງຂັນສີມືແຮງງານ ທັງໝົດແມ່ນລ້ວນແລ້ວແຕ່ມີປະສົບການຈາກການເຂົ້າຮ່ວມແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 11 ທີ່ມາເລເຊຍ ແລະ ຄັ້ງທີ 12 ທີ່ປະເທດ ໄທ ຜ່ານມາ.

ການກໍານົດເອົາ 2 ສາຂາຊ່າງ ເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ເນື່ອງຈາກວ່າມີຜົນງານດີຜ່ານມາ ແລະ ເປັນສາຂາວິຊາຊ່າງທີ່ນອນໃນ 18 ສາຂາ ທີ່ເຈົ້າພາບຈັດການແຂ່ງຂັນກໍານົດ. ຜ່ານການ  ແຂ່ງຂັນສີມືແຮງງານສາກົນ ໜຶ່ງແລວໜຶ່ງເສັ້ນທາງ ຜົນກົດວ່າ ສປປ ລາວ ສາຂາວິຊາ ຊ່າງຕັດຫຍິບເຄື່ອງນຸ່ງຄື ນາງ ທອງດີ ອິນທະວົງ ມາຈາກສູນພັດທະນາສີມືຕັດຫຍິບ ສາມາດຍາດມາໄດ້ໃບຢັ້ງຢືນສີມືແຮງງານດີເລີດ ໄດ້ຄະແນນ 700 ຕາມມາດຕະຖານ, ຈັດຢູ່ໃນອັນດັບທີ 7 ຈາກນັກແຂ່ງຂັນທັງໝົດ 13 ຄົນ ມາຈາກ 13 ປະເທດ ຮ່ວມແຂ່ງຂັນ.

 

 

ສ່ວນສາຂາວິຊາ ປຸງແຕ່ງອາຫານ ມີນັກແຂ່ງຂັນທັງໝົດ 17 ຄົນ, ມາຈາກ 17 ປະເທດຮ່ວມເຂົ້າແຂ່ງຂັນ ເຊີ່ງໄດ້ລົງຊິງໄຊກັນຢ່າງເຂັ້ມຂຸ້ນໂດຍໃຊ້ເວລາການແຂ່ງຂັນທັງໝົດແມ່ນ 6 ຊົ່ວໂມງ ປະກອບມີ 2 ຫົວບົດ ພາຍຫຼັງຈົບການແຂ່ງຂັນນັກແຂ່ງຂັນ ນັກແຂ່ງຈາກ ສປປ ລາວ ຄື: ທ້າວ ວັນເພັງ ຈັນທະວົງ ຈາກສະຖາບັນການໂຮງແຮມ ແລະ ການທອງທ່ຽວແຫ່ງຊາດ ສາມາດສ້າງຜົນງານໄດ້ເປັນທີ່ໜ້າເພິ່ງພໍໃຈ ໄດ້ຄະແນນ 699.1 ໄດ້ໃບຢັ້ງຢືນການເຂົ້າຮ່ວມແຂ່ງຂັນ.

 

 

ສປປ ລາວ ໄດ້ສົ່ງນັກແຂ່ງຂັນສີມືແຮງງານເຂົ້າຮ່ວມໃນຄັ້ງນີ້ ເພື່ອເປັນການປະຕິບັດຜັນຂະຫຍາຍແນວຄິດລິເລີ່ມ ໃນການສົ່ງເສີມການຮ່ວມມືກັບສາກົນ ຂອງ ທ່ານ ປະທານ ສີຈີ້ນພິງ ປະທານປະເທດແຫ່ງ ສປ ຈີນ; ເພີ່ມທະວີຄວາມສາມັກຄີບົນພື້ນຖານຄວາມເປັນມິດຕະພາບ ເດີນຕາມເສັ້ນທາງ ໜຶ່ງແລວໜຶ່ງເສັ້ນທາງ ແລະ ເພີ່ມການຮ່ວມມືຂີດຄວາມສາມາດດ້ານທັກສະສີມືແຮງງານ ແນໃສ່ຍົກລະດັບສີມືແຮງງານລາວ ໃຫ້ນັບມື້ນັບດີຂື້ນທຽບທັນກັບສາກົນ ໂດຍສະເພາະບັນດາປະເທດທີ່ເຂົ້າຮ່ວມແຂ່ງຂັນສີມືແຮງງານສາກົນໜຶ່ງແລວໜຶ່ງເສັ້ນທາງ.

 

 

ຂໍ້ມູນ: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ