ພິພາດການຄ້າບໍ່ກະທົບ! ນັກສຶກສາຈີນສະໝັກເຂົ້າຮຽນມະຫາວິທະຍາໄລອິລລິນອຍສ໌ຫຼາຍຂຶ້ນກວ່າປີກ່ອນ

42

ນິວສ໌ ກາເຊັດ (News-Gazette) ສື່ທ້ອງຖິ່ນຂອງລັດອິລລິນອຍສ໌ ລາຍງານ ເມື່ອວັນອັງຄານ ທີ 11 ມິຖຸນາ ຜ່ານມາ ວ່າ ຈໍານວນນັກຮຽນຈາກປະເທດຈີນທີ່ສະໝັກເຂົ້າຮຽນທີ່ມະຫາວິທະຍາໄລອິລລິນອຍສ໌ (UI: University of Illinois) ໃນປີ 2019 ສູງຂຶ້ນ 17,7% ຫຼັງມີຈໍານວນຫຼຸດລົງ ໃນປີ 2018.

ມະຫາວິທະຍາໄລອິລລິນອຍສ໌ ຫຼື ຢູໄອ ເປັນໜຶ່ງໃນມະຫາວິທະຍາໄລທີ່ມີນັກສຶກສາຊາວຈີນຫຼາຍທີ່ສຸດໃນສະຫະລັດ ໂດຍໃນສົກຮຽນການສຶກສາ ປີ 2019-2020 ມີນັກຮຽນຊາວຈີນສະໝັກເຂົ້າຮຽນ 7.002 ຄົນ ສູງກວ່າ 5.950 ຄົນ ໃນປີ 2018 ແລະ ຈໍານວນ 6.728 ຄົນ ໃນປີ 2017.

ในภาพอาจจะมี ต้นไม้, พื้นหญ้า, ท้องฟ้า, สถานที่กลางแจ้ง และธรรมชาติ

ນອກຈາກນີ້ ສະຖິຕິຍັງລະບຸວ່າ ຂະນະນີ້ ມີນັກຮຽນຊາວຕ່າງຊາດສະໝັກເຂົ້າຮຽນ ໃນສົກຮຽນ ປີ 2019 ທີ່ມະຫາວິທະຍາໄລອິລລິນອຍສ໌ ທັງໝົດ 10.876 ຄົນ ເຊິ່ງເປັນຈໍານວນສູງທີ່ສຸດ ໃນຮອບ 5 ປີ ຫຼັງຈໍານວນຫຼຸດລົງ 9.765 ຄົນ ໃນປີ 2018.
ຢ່າງໃດກໍ່ດີ ໃນປີ 2018 ມີນັກຮຽນຊາວຈີນທີ່ໄດ້ຮັບການຕອບຮັບເຂົ້າຮຽນທັງໝົດ 564 ຄົນ ຫຼຸດລົງຈາກ 716 ຄົນໃນປີ 2017 ທຽບເທົ່າ 21,2%

ในภาพอาจจะมี หนึ่งคนขึ้นไป, ต้นไม้, ท้องฟ้า, พื้นหญ้า, ต้นพืช, สถานที่กลางแจ้ง และธรรมชาติ

ເຖິງວ່າ ຈໍານວນນັກຮຽນຈາກຈີນຈະສູງຂຶ້ນຈາກປີ 2018 ແຕ່ ທ່ານເຄວິນ ພິດສ໌ ຜູ້ບໍລິຫານລະດັບສູງຂອງມະຫາວິທະຍາໄລອິລລິນອຍສ໌ ກໍ່ລະບຸວ່າ “ຍັງໄວເກີນໄປທີ່ຈະສະຫຼຸບຈໍານວນນັກສຶກສາທີ່ຈະໄດ້ເຂົ້າຮຽນທັງໝົດ ແຕ່ມີແນວໂນ້ມວ່າ ຈໍານວນຈະໃກ້ຄຽງກັບປີ 2017 ຫຼາຍກວ່າປີ 2018”.

ในภาพอาจจะมี ต้นไม้, ท้องฟ้า และสถานที่กลางแจ้ง

ທັງນີ້ ຂໍ້ມູນຂອງສະຖາບັນການສຶກສາຕ່າງປະເທດ (Institute of International Education) ລະບຸວ່າ ມີນັກສຶກສາຊາວຈີນຮຽນຢູ່ໃນມະຫາວິທະຍາໄລຂອງສະຫະລັດ ອາເມຣິກາ ຫຼາຍກວ່າ 360.000 ຄົນຕໍ່ປີ ເຊິ່ງຄິດເປັນ 30% ຂອງນັກສຶກສາຈາກຕ່າງຊາດທັງໝົດໃນສະຫະລັດ.