ພູມໃຈນຳ ໄມ ພິລົມພອນ ລູກສາວຮຽນຈົບ ພ້ອມໃບປະກາສະນີຍະບັດກຽດນິຍົມມາຝາກພໍ່

73

ດີໃຈແທນຜູ້ເປັນພໍ່ ເມື່ອລູກລາວ ນ້ອງ ແກຣມມີ່ ຈົບການສຶກສາແລ້ວ ແຖມຄວ້າ ໃບປະກາສະນີຍະບັດກຽດນິຍົມອັນດັບໜຶ່ງ ຝາກພໍ່ ໄມ ພິລົມພອນ ນັກຮ້ອງລູກທົ່ງຂວັນໃຈຄົນໃຊ້ແຮງງານທັງໄທ ແລະ ລາວ.

ບອກໄດ້ເລີຍວ່າ ເຮັດໃຫ້ຜູ້ເປັນພໍ່ ໄມ ພິລົມພອນ ປື້ມໃຈສຸດໆ ຫຼ້າສຸດ ໄມ ໄດ້ບິນຕົງໄປທີ່ປະເທດ ການາດາ ເພື່ອຮ່ວມສະແດງຄວາມຍິນດີກັບລູກສາວ ແກມມີ່ ທີ່ຈົບການສຶກສາ ລະດັບປະລິນຍາຕີ ບໍລິຫານທຸລະກິດ University of British Columbia ປະເທດການາດາ ໄດ້ກຽດນິຍົມອັນດັບໜຶ່ງອີກດ້ວຍ ຖືວ່າ ທັງງາມທັງເກັ່ງຫຼາຍ…

ໂດຍໃນວັນຮັບປະລິນຍາ ນ້ອງ ແກມມີ່ ໄດ້ກົ້ມລົງກາບພໍ່ ເພື່ອສະແດງຄວາມຮັກ ຄວາມເຄົາລົບ ແລະ ຂອບໃຈພໍ່ທີ່ໃຫ້ການສະໜັບສະໜູນ ສົ່ງລູກຮຽນ ເປັນພາບທີ່ເຫັນແລ້ວປະທັບໃຈສຸດໆ

ໃນຂະນະທີ່ ໄມ ພິລົມພອນ ຈົບພຽງ ມ.3 ເຂົ້າມາສູ້ຊີວິດຢູ່ເມືອງໃຫຍ່ ຜ່ານອຸປະສັກ ປະສົບການຫຍັງມາຫຼວງຫຼາຍ ຈົນປະສົບຜົນສໍາເລັດດ້ວຍຄວາມຝັນການເປັນນັກຮ້ອງເພງລູກທົ່ງທີ່ມີຊື່ສຽງໂດ່ງດັງ ມີແຟນເພງສະໜັບສະໜູນ ຈົນສາມາດສົ່ງເສຍລູກຮຽນ ແລະ ໄປເກັບກ່ຽວປະສົບການທີ່ຕ່າງປະເທດ ກ່ອນຈະໃຫ້ກັບມາພັດທະນາບ້ານເກີດ.

ຈາກ: efm / gram.my.773