ມາແລ້ວ! ກຳນົດລົງທະບຽນເສັງເຂົ້າ ມຊ 1-30 ກໍລະກົດ ລົງແນວໃດອ່ານເລີຍ

67

ສຳລັບນ້ອງໆກຳລັງກຽມຈົບມໍ7 ພາຍໃນນະຄອນຫຼວງຈັນ ຫຼື ຕ່າງແຂວງ ທີ່ມີຄວາມໄຝ່ຝັນຢາກສຶກສາຕໍ່ທີ່ມະຫາວິທະຍາໄລແຫ່ງຊາດປະຈຳສົກຮຽນ 2019-2020 ສາມາດລົງທະບຽນສອບເສັງໄດ້ຜ່ານລະບົບອອນລາຍ ເຊິ່ງເລີ່ມເປີດໃຫ້ລົງທະບຽນນັບແຕ່ວັນທີ 1-30 ກໍລະກົດ ແລະ ສອບເສັງໃນວັນທີ 3 ສິງຫາ 2019ນີ້.

 

 

ໂດຍອີງ​ຕາມໜັງສື​ແຈ້ງ​ການ ສະບັບ​ເລກທີ 1735/ມຊ ນະຄອນຫຼວງ​ວຽງ​ຈັນ ລົງ​ວັນ​ທີ 3 ມິຖຸນາ 2019 ​ເລື່ອງ​ການຈັດ​ຕັ້ງ​ປະຕິບັດ​ການ​ລົງທະບຽນ ​ເພື່ອ​ຮັບ​ສະໝັກ​ສອບ​ເສັງ​ຄັດ​ເລືອກ​ເອົາ​ນັກ​ສຶກສາ​ເຂົ້າ​ຮຽນ​ຢູ່ ມະຫາວິ​ທະ​ຍາ​ໄລ​ແຫ່ງ​ຊາດ ​ໃນ​ສົກ​ສຶກສາ 2019-2020, ​ ການ​ລົງທະບຽນສອບ​ເສັງ​ໃນ​ປີ​ນີ້, ທາງມະຫາວິທະຍາ​ໄລ​ແຫ່ງ​ຊາດ ຈະ​ໄດ້​ປະຕິບັດ​ການ​ລົງທະບຽນ​ແບບ​ອອນ​ລາຍ (Online) ​ເພື່ອ​ຮັບ​ສະໝັກ​ສອບ​ເສັງ​ຄັດ​ເລືອກ​ເອົາ​ນັກ​ສຶກສາ​ເຂົ້າ​ຮຽນ.

 

 

ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ຈະໄດ້​ສອບ​ເສັງໃນວັນ​ທີ 3 ສິງຫາ 2019, ນັກສຶກສາທີ່ມີຈຸດປະສົງລົງທະບຽນສອບເສັງບໍ່ຈຳເປັນຈ້າງລົດເມມາວຽງຈັນ ສາມາດລົງທະບຽນທາງ​ອອນ​ລາ​ຍ ​ເລີ່​ມ​ແຕ່​ວັນ​ທີ 1-30 ກໍ​ລະ​ກົດ 2019. ຫຼັງຈາກລົງທະບຽນຜ່ານທາງອອນລາຍແລ້ວໃຫ້ນໍາເອົາ​ເອກະສານ​ມາສະ​ເໜີ ເພື່ອຮັບ​ບັດ​ອະນຸ​ຍາ​ດ​ເຂົ້າຫ້​ອງສອບ​ເສັງ​ ​ເລີ່ມ​ວັນ​ທີ 8-30 ກໍ​ລະ​ກົດ 2019 ທີ່ມະຫາ​ວິ​ທະຍາ​ໄລ​ແຫ່ງ​ຊາດ ວິທະຍາ​​ເຂດ​ດົງ​​ໂດກ (ສະ​ໂມ​ສອນ​​ໃຫຍ່).

 

 

ກໍ​ລະ​ນີຜູ້​ທີ່​ບໍ່​ສາມາ​ດລົງທະບຽນ​ເອງ​ໄດ້ ​ແລະ ບໍ່​ເຂົ້າ​ໃຈ ​ແມ່ນ​ສາມາ​ດມາ​ລົງທະບຽນ​ທາງ​ອອນ​ລາຍ​ກັບ​ທີ່ຢູ່​ມະຫາ​ວິ​ທະຍາ​ໄລ​ແຫ່ງ​ຊາດ ວິທະຍາ​​ເຂດ​ດົງ​​ໂດກ (ສະ​ໂມ​ສອນ​​ໃຫຍ່) ​ເລີ່​ມ​ແຕ່​ວັນ​ທີ 8-30 ກໍລະກົດ 2019.

ສ່ວນ​​ເວລາ​ການ​ສອບ​ເສັງ ​ໃນ​ວັນ​ທີ 3 ສິງຫາ 2019: ກຸ່ມສອບ​ເສັງ A ຕອນ​ເຊົ້າ​​ ເວລາ 9:00-11:00 (120 ນາທີ) ​ແມ່ນ​ສອບ​ເສັງ​ວິຊາ​ຄະນິດສາດ A + ພາສາ​ລາວ-​ວັນນະຄະດີ, ຕອນ​ບ່າຍ ​ ເວລາ​ 14:00-16:00 (120 ນາທີ​) ​ແມ່ນ​ສອບ​ເສັງ​ວິຊາ​ຟີ​ຊິກ​ສາດ + ​ເຄມີ​ສາດ + ​ຊີວະ​ສາ​ດ;

 

 

ກຸ່ມ​ສອບ​ເສັງ B ຕອນ​ເຊົ້າ​ ເວລາ 9:00-11:00 (120 ນາທີ) ​ແມ່ນ​ສອບ​ເສັງ​ວິຊາ​ຄະ​ນິດ​ສາດ B + ພາສາ​ລາວ-​ວັນນະຄະດີ, ຕອນ​ບ່າຍ ເວລາ​ 14:00-15:30 (90 ນາທີ​) ​ແມ່ນ​ສອບ​ເສັງ​ວິຊາ​ພູມ​ສາດ +​ ປະຫວັດສາດ ແລະ ກຸ່ມ​ສອບ​ເສັງ C ຕອນ​ເຊົ້າ​​ ເວລາ 9:00-11:00 (120 ນາທີ) ​ແມ່ນ​ສອບ​ເສັງ​ວິຊາ​ຄະນິດສາດ C+​ ເຄມີ​ສາດ +​ ຊີວະ​ສາດ, ຕອນ​ບ່າຍ ເວລາ​ 14:00-15:30 (90 ນາທີ​) ​ແມ່ນ​ສອບ​ເສັງ​ວິຊາ​ພູມສາດ + ​ປະຫວັດສາດ + ​ພາສາ​ລາວ-​ວັນນະຄະດີ.

 

 

ສໍາ​ລັບ​ເອກະສານ​ທີ່​ນັກ​ຮຽນຕ້ອງ​ປະກອບ​ຄັດ​ຕິດ​ໃສ່​ເອກະ​ສານ​ສະໝັກ​ສອບ​ເສັງ​ປະກອບ​ມີ: ສໍາ​ເນົາ​ບົດ​ເຂົ້າ​ຫ້ອງ​ເສັງຈົບ ມ.7 ທີ່​ຈົບ​ໃນ​ສົກຮຽນ 2018-2019 (1 ສະບັບ); ສໍາ​ເນົາ​ປະກາສະ​ນິຍະ​ບັດ​ຈົບ ມ.7 ທີ່​ຈົບ ມ.7 ກ່ອນ​ສົກຮຽນ 2018-2019 (1 ສະບັບ); ສໍາ​ເນົາ​ບັດປະ​ຈໍາ​ຕົວ ຫຼື ສໍາ​ເນົາ​ປຶ້ມ​ສໍາມະ​​ໂນ​ຄົວ​ທີ່​ມີ​ຮູບ​ຜູ້​ສະໝັກ​ຕິດ​ຢູ່ (1 ສະບັບ); ຮູບ​ຖ່າຍ​ຂະໜາດ 3×4 ຖ່າຍ​ບໍ່​ເກີນ 3 ​ເດືອນ ຈໍານວນ 2 ​ໃບ (ສໍາລັບ​ນັກຮຽນ​ຈົບ ມ.7 ສົກຮຽນ 2018-2019 ​ໃຫ້​ເອົາ​ຮູບ​ດຽວ​ກັນ​ກັບ​ຮູບ​​ໃນ​ບັດ​ເຂົ້າ​ຫ້ອງ​ສອບ​ເສັງ​ຈົບ ມ.7. ເອກະສານ​ທຸກ​ຊະນິດ​ຕ້ອງ​ມີ​ຕົ້ນ​ສະບັບ​ມາ​ຢັ້ງຢືນ​ເພື່ອ​ກວດ​ສອບ​ຄວາມ​ຖືກຕ້ອງ. ນັກ​ສຶກສາ​ສາ​ມາດ​ຕິດຕາມ​ລາຍ​ຊື່ ​ແລະ ສະຖານ​ທີ່​ສອບ​ເສັງ​ໃນ​ວັນ​ທີ 2 ສິງຫາ 2019.