ຮອງເຈົ້າຄອງ ໃຫ້ ອຄ.ນວ ເອົາໃຈໃສ່ສົ່ງເສີມທຸລະກິດ

185

ຮອງເຈົ້າຄອງ ນວ ໂອ້ລົມພະແນກ    ອຄ.ນວ ເນັ້ນເອົາໃຈໃສ່ຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດໃຫ້ເປັນຮູບປະທຳ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ຄວາມສະດວກທາງດ້ານການຄ້າ.

ໃນຕອນເຊົ້າຂອງວັນທີ 11 ມິຖຸນາຜ່ານມາ ທີ່ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ( ອຄ.ນວ ) ໄດ້ຕ້ອນຮັບການລົງມາຢ້ຽມຢາມ ແລະ ເຮັດວຽກຂອງ ທ່ານ ອາດສະພັງທອງ      ສີພັນດອນ ຮອງເຈົ້າຄອງ ນວ ( ຜູ້ຮັບຜິດຊອບວຽກງານເສດຖະກິດ ) ຕ້ອນຮັບໂດຍ ທ່ານ ເບີລິນ ເພັດຈັນທະຣາດ ຫົວໜ້າພະແນກ ອຄ.ນວ, ມີບັນດາຮອງຫົວໜ້າພະແນກ, ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ 9 ຕົວເມືອງໃນ ນວ, ສະພາອຸດສາຫະກຳ ແລະ ການຄ້າ ນວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ເບີລິນ ເພັດຈັນທະລາດ ກ່າວລາຍງານກ່ຽວກັບພາບລວມ ແລະ ຜົນງານການເຄື່ອນໄຫວວຽກງານຂອງພະແນກ ອຄ.ນວ ໃນໄລຍະຜ່ານມາ ໂດຍສະເພາະໃນປີ 2019 ໄດ້ຮັບງົບປະມານໂຄງການລົງທຶນຂອງລັດ ຈຳນວນ 10 ໂຄງການ ມີມູນຄ່າ 137,32 ລ້ານກີບ ແລະ ນໍາສະເໜີໂຄງການລົງທຶນຂອງລັດປະຈຳປີ 2020 ຈໍານວນ 10 ໂຄງການ ມີມູນຄ່າ 1,24 ຕື້ກີບ ເພື່ອພິຈາລະນາ, ວຽກງານການຈັດຕັ້ງປະຕິບັດການສຳຫຼວດອອກແບບ ເພື່ອສ້າງເຂດການຄ້າສາກົນໃນເຂດນິຄົມອຸດສາຫະກຳ, ວຽກງານການຊຸກຍູ້ສົ່ງເສີມໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ, ການດັດສົມອຸດສາຫະກຳປຸງແຕ່ງໄມ້ ແລະ ເຟີນີເຈີ, ການກວດກາຢັ້ງຢືນຜະລິດຕະພັນໄມ້ສຳເລັດຮູບ, ວຽກງານສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຫຼື ໂອດ໊ອບ, ການຄຸ້ມຄອງລາຄາສິນຄ້າ, ການຈັດສັນຕະຫຼາດ ແລະ ສູນການຄ້າ, ການຕິດສະຫຼາກສິນຄ້າເປັນພາສາລາວ, ການຈົດທະບຽນທຸລະກິດ ແລະ ການນຳເຂົ້າສົ່ງອອກ. ໃນນັ້ນ, ກໍໄດ້ລາຍງານເຖິງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດເພື່ອໃຫ້ມີທິດຊີ້ນຳ.

ພ້ອມດຽວກັນນີ້, ທ່ານຫົວໜ້າພະແນກ ອຄ.ນວ ຍັງໄດ້ວາງແຜນການເຄື່ອນໄຫວວຽກງານໃນຂະແໜງອຸດສາຫະກຳ ແລະ ການຄ້າ 6 ເດືອນທ້າຍປີ 2019 ດັ່ງນີ້: ສືບຕໍ່ຈັດຕັ້ງປະຕິບັດໂຄງການສ້າງຕະຫຼາດຂາຍໄມ້ ແລະ ເຟີນີເຈີໃຫ້ມີ ຄວາມຄືບໜ້າ; ສືບຕໍ່ຄົ້ນຄວ້າຈັດສັນເນື້ອທີ່ດິນ ເພື່ອສ້າງໂຄງການເຂດການຄ້າສາກົນໃຫ້ສຳເລັດ; ສືບຕໍ່ຈັດຕັ້ງປະຕິບັດວຽກງານຂອງຄະນະກໍາມະການ ປະຊາຄົມເສດຖະກິດອາຊຽນ, ເຜີຍແຜ່ສ້າງຄວາມເຂົ້າໃຈໃຫ້ພາກລັດ ແລະ ທຸລະກິດ ກ່ຽວກັບການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ; ນໍາໃຊ້ລະບົບ ICT ເຂົ້າໃນການຄຸ້ມຄອງລະບົບສະຖິິຕິອຸດສາຫະກຳປຸງແຕ່ງ ແລະ ການຄ້າໃຫ້ທັນສະໄໝ; ເອົາໃຈໃສ່ປະຕິບັດແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ນະຄອນຫຼວງວຽງຈັນ ໄດ້ຮັບຮອງເອົາແລ້ວດ້ວຍການຂຶ້ນທະບຽນທຸລະກິດຂະໜາດນ້ອຍ ແລະ ກາງ; ເພີ່ມທະວີການປະຕິບັດກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍຂອງຂະແໜງການຂອງຕົນທີ່ໄດ້ປະກາດໃຊ້ແລ້ວໃຫ້ມີຄວາມເດັດຂາດ ແລະ ເຂັ້ມງວດ; ອອກນິຕິກໍາວ່າດ້ວຍການແບ່ງຂັ້ນຄຸ້ມຄອງຫົວໜ່ວຍວິສາຫະກິດຂອງ ນວ; ຊຸກຍູ້ສົ່ງເສີມຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ຈຸລະວິສາຫະກິດ ໃຫ້ສາມາດເຄື່ອນໄຫວໄດ້ປົກກະຕິ ແລະ ຂະຫຍາຍຫົວໜ່ວຍໃໝ່ເພີ່ມຂຶ້ນບໍ່ໃຫ້ຫຼຸດ 10%; ສົ່ງເສີມໂຄງການຜະລິດສິນຄ້າປາຍແຫຼມ 8 ໂຄງການ ເປັນຕົ້ນ: ໂຄງການຜະລິດຊີ້ນງົວຍີ່ຫໍ້ ວຽງຈັນ ຫຼື ຊີ້ນງົວວຽງຈັນ, ໂຄງການຜະລິດເຂົ້າເປັນສິນຄ້າ, ໂຄງການຜະລິດຫົວອາຫານສັດ, ໂຄງການຜະລິດເຄື່ອງເຮືອນໃໝ່, ໂຄງການຜະລິດສະບຽບອາຫານ ( ອາຫານຍີ່ຫໍ້ວຽງຈັນ ), ປູກໝາກພ້າວຫອມເປັນສິນຄ້າ ແລະ ໂຄງການສ້າງເຂດບໍລິການ ແລະ ເຂດສິນຄ້າໃນນິຄົມອຸດສາຫະກຳ; ເອົາໃຈໃສ່ປັບປຸງ ແລະ ຍົກລະດັບບັນດາໂຮງງານອຸດສາຫະກໍາປຸງແຕ່ງໃຫ້ໄດ້ມາດຕະຖານ, ຈັດການດັດສົມໂຮງງານປຸງແຕ່ງໄມ້ໃຫ້ສຳເລັດໃນ 9 ຕົວເມືອງ; ຜັນຂະຫຍາຍດໍາລັດຂອງລັດຖະບານ ວ່າດ້ວຍການແບ່ງຂະໜາດວິສາຫະກິດຂະໜາດນ້ອຍ ແລະ ກາງ, ສ້າງສະພາບເອື້ອອຳນວຍແກ່ການສ້າງຕັ້ງ ແລະ ດຳເນີນທຸລະກິດ, ການເຂົ້າຫາແຫຼ່ງທຶນ ລວມທັງການເຂົ້າເຖິງ ແລະ ຂະຫຍາຍຕະຫຼາດ; ປັບປຸງ ແລະ ຍົກລະດັບໂຮງງານອຸດສາຫະກຳ ເພື່ອສ້າງເປັນກຸ່ມການຜະລິດ ແລະ ກ້າວໄປເຖິງການຮັບຮອງສິນຄ້າໂອດ໊ອບໃຫ້ໄດ້ເພີ່ມ 2 ກຸ່ມ ຄື: ເມືອງນາຊາຍທອງ ແລະ ເມືອງສັງທອງ; ສືບຕໍ່ຄຸ້ມຄອງສິນຄ້າ – ລາຄາຕາມທີ່ໄດ້ກຳນົດໄວ, ປັບປຸງຕະຫຼາດໃນ ນວ ໃຫ້ກາຍເປັນຕະຫຼາດຕົວແບບຢ່າງໜ້ອຍເມືອງລະ 1 ແຫ່ງ, ສ້າງຕະຫຼາດຂາຍຍົກພືດຜັກກະສິກຳໃຫ້ໄດ້ 1 ແຫ່ງ, ສຸມໃສ່ຈັດຕັ້ງປະຕິບັດການຕິດສະຫຼາກສິນຄ້າເປັນພາສາລາວ; ເອົາໃຈໃສ່ບໍລິການແຈ້ງຂຶ້ນທະບຽນວິສາຫະກິດໃໝ່, ຕິດຕາມ, ກວດກາ, ຊຸກຍູ້ສົ່ງເສີມ ບັນດາຫົວໜ່ວຍທຸລະກິດທີ່ຕັ້ງຢູ່ໃນ ນວ, ຊຸກຍູ້ສະພາການຄ້າ ແລະ ອຸດສາຫະກຳ ນວ ໃນການຈັດຕັ້ງປະຕິບັດ ຫົວໜ່ວຍທຸລະກິດ 5 ດີ ຂອງ ນວ ແລະ ປະຕິບັດຄາດໝາຍແຜນຈັດສັນຄວາມເປັນລະບຽບຮຽບຮ້ອຍເຫຼົ່ານີ້ເປັນຕົ້ນ.

ໃນຕອນທ້າຍ ທ່ານ ອາດສະພັງທອງ    ສີພັນດອນ ໄດ້ໂອ້ລົມ ແລະ ເນັ້ນໃຫ້ພະແນກ ອຄ.ນວ ສືບຕໍ່ພັດທະນາບຸກຄະລາກອນ ໂດຍການຝຶກອົບຮົມເພື່ອເຊື່ອມໂຍງການຄ້າກັບສາກົນ, ເພີ່ມທະວີການປະຕິບັດກົດໝາຍ, ໜ້າທີ່ຮັບຜິດຊອບ, ການປະສານງານໃຫ້ໄປລວງດຽວກັນ, ເອົາໃຈໃສ່ຊຸກຍູ້ສົ່ງເສີມຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ເປັນຮູບປະທຳ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍແກ່ການສ້າງຕັ້ງ ແລະ ດຳເນີນທຸລະກິດ, ການເຂົ້າຫາແຫຼ່ງທຶນ, ການເຂົ້າເຖິງການບໍລິການ ແລະ ຂະຫຍາຍຕະຫຼາດ ເພື່ອເຮັດໃຫ້ເສດຖະກິດໃນ ນວ ມີການຂະຫຍາຍຕົວ ສ້າງວຽກເຮັດງານທຳໃຫ້ພໍ່ແມ່ປະຊາຊົນ, ສືບຕໍ່ຄຸ້ມຄອງສິນຄ້າ – ລາຄາ ແລະ ຈັດສັນຄວາມເປັນລະບຽບຮຽບໃນ ນວ.

( ຂ່າວ: ສັນຕິ, ຮູບ: ວິລະສັກ )