ເປີດກອງປະຊຸມຄັ້ງປະຖົມມະລືກ ຄຂທ ຍົກລະດັບກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ

48

ຫ້ອງການຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດ ( ຫຄຄຂ ) ຂອງກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ເປີດກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດ ( ຄຂທ ) ເພື່ອເຜີຍແຜ່ 3 ເອກະສານສໍາຄັນ ໃນການຂັບເຄື່ອນວຽກງານການແຂ່ງຂັນທາງທຸລະກິດໃຫ້ມີປະສິດທິຜົນ.

ກອງປະຊຸມຄັ້ງປະຖົມມະລືກ ແມ່ນເປັນເວທີພົບປະ ແລະ ແລກປ່ຽນຄວາມຄິດເຫັນລະຫວ່າງ ຄຂທ ດ້ວຍກັນ ພ້ອມທັງໄດ້ຜ່ານ 3 ເອກະສານຄື: ຂໍ້ຕົກລົງວ່າດ້ວຍພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ຄຂທ; ຮ່າງຂໍ້ຕົກລົງວ່າດ້ວຍຫ້ອງການກອງເລຂາ ຄຂທ ແລະ ແຜນການຈັດຕັ້ງປະຕິບັດວຽກງານແຂ່ງຂັນທາງທຸລະກິດ ຄຂທ ປີ 2019.

ທ່ານ ຂວັນໃຈ ອ່ຽມສຸທິ ຮອງຫົວໜ້າກົມການຄ້າພາຍໃນ ໄດ້ລາຍງານຄວາມຄືບໜ້າຂອງວຽກງານແຂ່ງຂັນທາງທຸລະກິດຂອງ ສປປ ລາວ ແລະ ນໍາສະເໜີບາງສິ່ງທ້າທາຍເພື່ອແລກປ່ຽນໃນທີ່ປະຊຸມ. ກອງປະຊຸມຍັງໄດ້ຮັບການບັນຍາຍຈາກຊ່ຽວຊານອົງການ GIZ ເຊິ່ງໄດ້ແລກປ່ຽນບົດຮຽນກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ ແລະ ນໍາສະເໜີກ່ຽວກັບໂຄງການ Complete ທີ່ກໍາລັງຈັດຕັ້ງປະຕິບັດໃນປັດຈຸບັນ ແລະ ໃນຕໍ່ໜ້າ.

ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ມີການແລກປ່ຽນບົດຮຽນຄວາມເຂົ້າໃຈໃນວຽກງານແຂ່ງຂັນທາງທຸລະກິດຢ່າງມີບັນຍາກາດຟົດພື້ນ ເນື່ອງຈາກວຽກງານນີ້ເປັນວຽກງານໃໝ່ ແລະ ມີ ຄວາມສັບສົນສົມຄວນ ເຊິ່ງຕິດພັນກັບການນໍາໃຊ້ກົດໝາຍ ແລະ ຫຼັກເສດຖະສາດ ເພື່ອມາຊ່ວຍຮັບປະກັນການແຂ່ງຂັນທີ່ເປັນທໍາໃຫ້ກັບການເຄື່ອນໄຫວຂອງຫົວໜ່ວຍທຸລະກິດໃນທຸກຂົງເຂດ.

ຈາກການແລກປ່ຽນຄວາມຄິດເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມໃສ່ບັນດາເອກະສານຕ່າງໆເຫັນວ່າ: ວຽກງານແຂ່ງຂັນທາງທຸລະກິດມີ ຄວາມຈໍາເປັນ ແລະ ສໍາຄັນຕໍ່ການພັດທະນາເສດຖະກິດ ໂດຍສະເພາະການສົ່ງເສີມການດໍາເນີນທຸລະກິດໃນ ສປປ ລາວ, ແຕ່ກໍມີຫຼາຍສິ່ງທີ່ຕ້ອງໄດ້ກຽມພ້ອມໃນການຈັດຕັ້ງປະຕິບັດກິດຈະກໍາ ແລະ ແຜນວຽກໃນຕໍ່ໜ້າ.

ກອງປະຊຸມຈັດຂຶ້ນໃນວັນທີ 11 ມິຖຸນາ 2019 ທີ່ໂຮງແຮມ ເມືອງແທງ ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີຮັກສາການຫົວໜ້າກົມການຄ້າພາຍໃນ, ຮອງກົມ ແລະ ເຈົ້າໜ້າທີ່ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ຫຄຄຂ ໂດຍລວມແມ່ນຜັນຂະຫຍາຍກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດສະບັບ ເລກທີ 60/ສພຊ ລົງວັນທີ 14 ກໍລະກົດ 2015 ໂດຍສະເພາະການປະຕິບັດໃນມາດຕາທີ 50 ສິດ ແລະ ໜ້າທີ່ຂອງ ຄຂທ.

( ຂ່າວ: ພຸດຕີ້, ຮູບ: ສອນໄຊ )