ໃຊ້ເວລາ 2 ປີ ສານຕັດສິນຄະດີເດັດຂາດໄດ້ພຽງ 3 ພັນກວ່າເລື່ອງ

114

ນັບແຕ່ວັນທີ 17 ພະຈິກ 2017 ມາຮອດວັນທີ 30 ເມສາ ປີ 2019 ຄໍາຕັດສິນຂອງສານຢູ່ອົງການຈັດຕັ້ງປະຕິບັດຄຳ​ຕັດສິນຂອງສານທົ່ວ​ປະ​ເທດ​ມີ​ທັງໝົດ 30.718 ເລື່ອງ (ໃນນີ້: ຄະດີແພ່ງ 7.451 ເລື່ອງ, ຄະດີອາຍາ 23.267 ເລື່ອງ). ​ແຕ່ຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດມາຈັດຕັ້ງປະຕິບັດສຳເລັດມີພຽງ 3.126 ເລື່ອງ, ທຽບໃສ່ໄລຍະດຽວກັນຂອງປີ 2016-2017 ແມ່ນ​ເພີ່ມຂຶ້ນ 8,1%.

 

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ອີງ​ຕາມ​ການ​ເປີດ​ເຜີຍ​ຂອງ​ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີກະຊວງຍຸຕິທໍາ ກ່ຽວກັບວຽກງານຈັດຕັ້ງປະຕິບັດມະຕິ ສະບັບເລກທີ 080/ສພຊ, ລົງວັນທີ 17 ພະຈິກ 2017 ຕໍ່ກອງປະຊຸມສະໄຫມສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ຄັ້ງວັນທີ 11 ມິຖຸນາ 2019 ໃຫ້ຮູ້ວ່າ: ນັບແຕ່ມີມະຕິຂອງສະພາແຫ່ງຊາດ ສະບັບເລກທີ 080/ສພຊ, ລົງວັນທີ 17 ພະຈິກ 2017 ມາເຖິງປັດຈຸບັນການຈັດຕັ້ງປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ມີ 3.126 ເລື່ອງ, ໃນນີ້: ຄະດີແພ່ງ 1.312 ເລື່ອງ, ຄະດີອາຍາ 1.814 ເລື່ອງ; ທຽບໃສໄລຍະດຽວກັນຂອງປີ 2016-2017 ແມ່ນເພີ່ມຂຶ້ນ 8,1%.

 

ในภาพอาจจะมี 1 คน, กำลังยืน, ชุดสูท และดอกไม้

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ສຳລັບເງິນທີ່ເກັບໄດ້ ແລະ ມອບໃຫ້ຄູ່ຄວາມທັງໝົດ 45,7 ຕື້ກວ່າກີບ, 82,2 ລ້ານກວ່າບາດ, 1.869.512 ໂດລາສະຫະລັດ, 12.000 ຢວນ, ລວມເງິນອາກອນ, ເງິນປັບໃຫມ, ເງິນຮິບທີ່ເກັບໄດ້ ແລະ ມອບໃຫ້ລັດມີ 11,7 ຕື້ກວ່າກີບ, 92.533 ບາດ, 310 ໂດລາ.

ມາຮອດວັນທີ 30 ເມສາ ປີ 2019 ຄຳຕັດສິນຂອງສານຢູ່ອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານທົ່ວປະເທດມີທັງໝົດ 30.718 ເລື່ອງ (ໃນນີ້: ຄະດີແພ່ງ 7.451ເລື່ອງ, ຄະດີອາຍາ 23.267 ເລື່ອງ).

 

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ອີງຕາມສະຖິຕິຄຳຕັດສິນຂອງສານທົ່ວປະເທດ ນັບແຕ່ເດືອນ ພະຈິກ 2017 ຫາ ເດືອນ ເມສາ 2019 ແຂວງທີ່ປະຕິບັດຄະດີໄດ້ສໍາເລັດຫຼາຍກວ່າແມ່ນນະຄອນຫຼວງວຽງຈັນ ລວມທັງໝົດ 749 ເລື່ອງ;  ຮອງລົງມາແມ່ນ ແຂວງຫຼວງພະບາງ ຈຳນວນ 414 ເລື່ອງ; ແຂວງ ໄຊຍະບູລີ ຈຳນວນ 363 ເລື່ອງ; ແຂວງ ຄຳມ່ວນ 346 ເລື່ອງ; ແຂວງ ຈຳປາສັກ ຈຳນວນ 220 ເລື່ອງ; ແຂວງສະຫວັນນະເຂດ ຈຳນວນ 174 ເລື່ອງ ຕາມລຳດັບ.

ນອກນີ້, ການຈັດຕັ້ງປະຕິບັດດໍາລັດ ສະບັບເລກທີ 158/ລບ, ລົງວັນທີ 1 ມິຖຸນາ 2013 ວ່າດ້ວຍການຕີລາຄາ, ການປະມູນຂາຍ ແລະ ການມອບຊັບໃນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ຜ່ານ​ການຕິດຕາມ, ກວດກາການຈັດຕັ້ງປະຕິບັດດາລັດດັ່ງກ່າວ ເຫັນວ່າບັນດາອົງການຈັດຕັ້ງປະຕິບັດຄຳ​ຕັດສິນ​ຂອງສານ ມີຫຼາຍບ່ອນປະຕິບັດຖືກຕ້ອງ​ຕາມ​ດຳລັດ ​ເຊິ່ງສະແດງອອກດັ່ງນີ້:

 

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ບັນດາ​ອົງການຈັດຕັ້ງປະຕິບັດຄຳ​ຕັດສິນຂອງສານລ້ວນແຕ່ໄດ້ມີການກວດກາຂຶ້ນບັນຊີຊັບ​ສິນ, ມີການອອກ​ຄຳ​ສັ່ງ​ຢຶດ ຫຼື ອາ​ຍັດຊັບ ແລະ ສົ່ງຄໍາສັ່ງຢຶດ, ຄຳ​ສັ່ງ​ອາ​ຍັ​ດດັ່ງກ່າວ ໃຫ້ຜູ້ເປັນເຈົ້າຂອງ ແລະ ເຮັດບົດ​ບັນທຶກຮັບຊາບຂອງ​ເຈົ້າຂອງ​ຊັບ​ແລ້ວ ກໍ​ໄດ້​ມີ​ການ​ແຕ່ງຕັ້ງຄະນະ​ກຳມະການ​ຕີ​ລາຄາ ແລະ ປະມູນຂາຍຊັບ ໂດຍແມ່ນເຈົ້າແຂວງ, ເຈົ້າຄອງນະຄອນ​ເປັນ​ຜູ້​ແຕ່ງຕັ້ງ.

ບັນດາຄະນະກໍາມະການໄດ້ປະຕິບັດສິດ ແລະ ໜ້າທີ່ຂອງຕົນຕາມທີ່​ໄດ້​ກຳນົດໄວ້ໃນມາດຕາ 9 ມີຫຼາຍທ້ອງຖິ່ນປະຕິບັດຖືກຕ້ອງຕາມຂັ້ນຕອນ, ວິທີການຕີລາຄາ, ປະມູນຂາຍ ແລະ ມອບຊັບທີ່ກໍານົດໃນມາດຕາ 17, 18, 19, 24 ແລະ 15 ຂອງ​ດຳລັດວ່າດ້ວຍການຕີລາຄາ, ການປະມູນຂາຍ ແລະການມອບຊັບໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ທັງຮັບປະກັນຄວາມໂປ່ງໃສ ແລະ ຍຸຕິ​ທຳ​ດີ​ພໍ​ສົມຄວນ.

 

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ