ໄຂ້ເລືອດອອກລະບາດ! ຄຳມ່ວນ ພົບຜູ້ຕິດເຊື້ອແລ້ວ 400 ກວ່າຄົນ

83

ໄຂ້ເລືອດອອກ ມັກແຜ່ລະບາດໃນລະດູຝົນ ໂດຍມີຍຸງເປັນພາຫະນະໃນການນຳເຊື້ອພະຍາດມາສູ່ຄົນເຮົາ, ເຊິ່ງໃນທົ່ວປະເທດມີຜູ້ຕິດເຊື້ອໄຂ້ເລືອດອອກແລ້ວຫຼາຍພັນຄົນ ເຊັ່ນດຽວກັບແຂວງຄຳມ່ວນ ພຽງ 6 ເດືອນ ຕົ້ນປີ 2019ນີ້ ມີຜູ້ຕິດເຊື້ອໄຂ້ເລືອດອອກ 458 ກໍລະນີ ໃນນັ້ນ, ມີຜູ້ ເສຍຊີວິດແລ້ວ 2 ຄົນ.

 

ທ່ານ ດຣ ມິໄຊພອນ ສຸວັນນະລາດ ຮອງຜູ້ອຳນວຍການໂຮງໝໍແຂວງຄຳມ່ວນ ໃຫ້ຮູ້ວ່າ: ນັບແຕ່ຕົ້ນເດືອນມັງກອນ ຫາ ເດືອນມິຖຸນາ 2019 ໃນທົ່ວແຂວງຄຳມ່ວນ ພົບຜູ້ຕິດເຊື້ອໄຂ້ເລືອດອອກທີ່ມາຮັບການບໍລິການປິ່ນປົວຢູ່ພາຍໃນໂຮງໝໍ ແລະ ສຸກສາລາແຫ່ງຕ່າງໆທົ່ວແຂວງແລ້ວ ຈຳນວນ 458 ຄົນ ໃນນີ້ເຂດທີ່ມີຕົວເລກຜູ້ຕິດເຊື້ອຫຼາຍແມ່ນເມືອງທ່າແຂກມີເຖິງ 173 ຄົນ, ຍົມມະລາດ 126 ຄົນ, ມະຫາໄຊ 41 ຄົນ ແລະ ເມືອງທີ່ໜ້ອຍກວ່າໝູ່ແມ່ນ ເມືອງໄຊບົວທອງ 1 ຄົນ.

 

 

ກໍລະນີທີ່ມີຜູ້ເສຍຊີວິດແລ້ວຈຳນວນ 2 ຄົນ ເຊິ່ງເປັນຄົນເຈັບຈາກເມືອງຍົມມະລາດ ແມ່ນຍ້ອນຄົນເຈັບມີອາການຮຸນແຮງ ແລ້ວຈຶ່ງເຂົ້າມາຮັບປິ່ນປົວ ແລະ ມີພະຍາດແຊກຊ້ອນເປັນຕົ້ນແມ່ນພະຍາດ ເລືອດຈາງ ເຮັດໃຫ້ເກີນຄວາມສາມາດຂອງ ພະນັກງານແພດ-ໝໍທີ່ຈະຮັກສາໄດ້ ຂະນະທີ່ປີ 2018 ຜ່ານມາ ທົ່ວແຂວງມີຜູ້ຕິດເຊື້ອພະຍາດໄຂ້ເລືອດອອກທັງໝົດ 206 ຄົນ ແຕ່ບໍ່ມີກໍລະນີທີ່ເສຍຊີວິດ.

 

 

ພະຍາດໄຂ້ຍຸງລາຍແມ່ນສາມາດຕິດເຊື້ອດ້ວຍຍຸງເທົ່ານັ້ນ ໂດຍການແຜ່ລະບາດດ້ວຍການກັດຄົນທີ່ຕິດເຊື້ອ ແລ້ວນຳເຊື້ອໄປສູ່ຄົນອື່ນໆ ສ່ວນຜູ້ທີ່ຕິດເຊື້ອຈະມີອາການເປັນໄຂ້, ໂຕຮ້ອນ, ເລືອດອອກຕາມຮ່າງກາຍ ແລະ ບາງກໍລະນີກໍ່ມີອາການຖອກທ້ອງຕື່ມອີກ ແຕ່ເຖິງຢ່າງໃດກໍ່ຕາມພະຍາດດັ່ງກ່າວແມ່ນສາມາດປ້ອງກັນໄດ້ ແລະ ວິທີປ້ອງກັນທີ່ດີທີ່ສຸດກໍ່ຄືການກຳຈັດແຫຼ່ງເພາະພັນຂອງຍຸງລາຍ ໂດຍສະເພາະການອະນາໄມແອ່ງນ້ຳ, ກະໂປະ, ກະປ໋ອງ ແລະ ພາສະນະກັກຂັງນ້ຳອື່ນໆ ທີ່ຍຸງສາມາດໄຂ່ ແລະ ຂະຫຍາຍພັນໄດ້.

 

 

ດຣ ມິໄຊພອນ ກ່າວອີກວ່າ: ຢູ່ໃນໂຮງໝໍແຂວງຄຳມ່ວນແມ່ນຈະມີການເຝົ້າລະວັງຕະຫຼອດປີ ບໍ່ສະເພາະແຕ່ໃນລະດູຝົນເທົ່ານັ້ນ ເນື່ອງຈາກວ່າໄຂ້ເລືອດອອກແມ່ນສາມາດພົບເຫັນໄດ້ຕະຫຼອດປີ ແຕ່ຈະພົບເຫັນ ຫຼາຍກໍ່ຄືໃນຊ່ວງລະດູຝົນ ໂດຍມີການກຽມພ້ອມບໍ່ວ່າຈະເປັນທາງດ້ານບຸກຄະລາກອນ, ໃນທຸກປີຈະມີການຝຶກອົບຮົມ ຄວາມຮູ້ແກ່ພະນັກງານແພດ-ໝໍ ໂດຍສະເພາະການບົ່ງມະຕິ ແລະ ການຕິດຕາມປິ່ນປົວ ນອກນັ້ນຍັງມີ ສະພາການແພດ ເພື່ອລະດົມສະໝອງໃນເວລາຄົນເຈັບຢູ່ໃນຂັ້ນວິກິດ ແລະ ມີການກຽມຄວາມພ້ອມຫ້ອງສະເພາະ ທີ່ຮອງຮັບຄົນເຈັບທີ່ມີອາການເຕືອນ ຫຼືມີອາການຮຸນແຮງ ໂດຍມີທ່ານໝໍທີ່ມີຄວາມຮູ້ ແລະ ມີປະສົບການສູງຄອຍ ປະຈຳບໍລິການປິ່ນປົວ ເພື່ອຮັບມືແກ້ໄຂໃຫ້ທັນກັບສະພາບການ.

 

 

 

ຂໍ້ມູນ: Khammouane News