ໄປຕາມຄາດ! ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນຜູ້ໃໝ່

240

ຈາກຂ່າວລືທີ່ແຊກັນສະນັ່ນທາງສື່ອອນລາຍແຕ່ມື້ວັນທີ 7 ມິຖຸນາກ່ຽວກັບການແຕ່ງຕັ້ງບຸກຄະລາກອນໃນສະພາ ແຕ່ສຸດທ້າຍບໍ່ເປັນດັ່ງຂ່າວ ຈົນຮອດມື້ນີ້ຈິ່ງມີການມອບ-ຮັບໜ້າທີ່ເຈົ້າແຂວງວຽງຈັນ ຜົນປະກົດວ່າແມ່ນ ທ່ານຄຳພັນ ສິດທິດຳພາ ຕາມລາຍຊື່.

 

ในภาพอาจจะมี 1 คน

 

ຕາມຂ່າວຫຼ້າສຸດ ໃນຕອນເຊົ້າຂອງວັນທີ 12 ມິຖຸນາ 2019 ນີ້ໄດ້ມີການມອບຮັບຕຳແໜ່ງເຈົ້າແຂວງວຽງຈັນລະຫວ່າງ ທ່ານ ວິດົງ ໄຊຍະສອນ (ເຈົ້າແຂວງຜູ້ເກົ່າ) ແລະ ທ່ານ ຄຳພັນ ສິດທິດຳພາ (ເຈົ້າແຂວງຜູ້ໃໝ່ ທີ່ຍົກຍ້າຍຕຳແໜ່ງຈາກປະທານສານປະຊາຊົນສູງສຸດ).

 

ສ່ວນທ່ານ ວິດົງ ໄຊຍະສອນ ເຈົ້າແຂວງຜູ້ເກົ່າແມ່ນ ກອງປະຊຸມສະພາແຫ່ງຊາດ ມີມະຕິຮັບຮອງເອົາຕາມການສະເໜີຂອງທ່ານ ນາຍົກລັດຖະມົນຕີ ຮັບໜ້າທີ່ໃໝ່ເປັນລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ.