ໄປສະໝັກເລີຍ! ຈົບ ປ 5 ກໍ່ຮຽນໄດ້ທຶນຮຽນຟຣີ ກັບວິທະຍາໄລ ວຽງຈັນພັດທະນາອາຊີບ

130

ຂ່າວດີ! ສຳລັບຜູ້ທີ່ຂາດໂອກາດ ຫຼື ຜູ້ບໍ່ມີທຶນຮອນສົ່ງເສີມລູກຫຼານໄດ້ເຂົ້າຮຽນວິຊາຊີບ ຫຼື ຜູ້ວ່າງງານ ທີ່ຢາກມີວຽກເຮັດງານທຳ ເພື່ອລ້ຽງຊີບຕົນເອງໃນອະນາຄົດ ເຊິ່ງມື້ນີ້ ໂອກາດດີມາຮອດແລ້ວ ເນື່ອງຈາກ ວິທະຍາໄລ ວຽງຈັນພັດທະນາອາຊີບ ໃຈດີໃຫ້ທຶນຮຽນຟຣີ ແກ່ຜູ້ດ້ອຍໂອກາດບໍ່ມີທຶນຮຽນຕໍ່ ໂດຍເລີ່ມສະໝັກໄດ້ແຕ່ມື້ນີ້ ຈົນເຖິງວັນທີ 18 ມິຖຸນາ 2019 ນີ້ເທົ່ານັ້ນ.

 

ສຳລັບສາຂາວິຊາ ມີ 2 ສາຂາຄື: ວິຊາການໂຮງແຮມ ແລະ ວິຊາ ປຸງແຕ່ງອາຫານ ໂດຍໃຊ້ໄລຍະເວລາໃນການຮຽນໄລຍະສັ້ນພຽງ 03 ເດືອນເທົ່ານັ້ນກໍ່ຈົບຫຼັກສູດ, ສ່ວນຜູ້ທີ່ຈະມາສະໝັກຕ້ອງນຳໃບປະກາດປະຖົມ ແລະ ສຳມະໂນຄົວ ມາພົວພັນທີ່ຫ້ອງຂໍທຶນ ຂອງວິທະຍາໄລ ວຽງຈັນພັດທະນາອາຊີບ ໄດ້ເລີຍເພື່ອບໍ່ເປັນຊັກຊ້າ ເນື່ອງຈາກທຶນມີຈຳກັດ.

 

 

ເງື່ອນໄຂຜູ້ສະໝັກ ຕ້ອງຈົບປະຖົມແຕ່ບໍ່ຈົບມັດທະຍົມຕົ້ນ; ອາຍຸ 18-35 ປີ ບໍ່ຈຳກັດເພດຄອບຄົວຂາດເຂີນທຶນໃຫ້ລູກຫຼານຮຽນ; ຕ້ອງເປັນບຸກຄົນສັນຊາດລາວ ຢູ່ໃນນະຄອນຫຼວງວຽງຈັນ ຫຼື ຕ່າງແຂວງກໍ່ໄດ້ ແຕ່ຕ້ອງມາພາຫະນະ ເພື່ອທຽວຕອນໄປເຮັດວຽກ; ເປັນບຸກຄົນທີ່ບໍ່ມີຄະດີ ແລະ ບໍ່ຫຍຸ້ງກ່ຽວກັບສິ່ງເສບຕິດຜິດກົດໝາຍ ແລະ ສຳຄັນທີ່ສຸດຄືຄົນທີ່ວ່າງງານ ຮຽນເພື່ອຢາກໄປເຮັດວຽກແທ້ ເພາະຫຼັງຈາກຮຽນຈົບທາງໂຮງຮຽນຈະຊອກວຽກເຮັດງານທຳໃຫ້ພ້ອມ, ສ່ວນຕ່າງແຂວງ ແລະ ຄົນບ້ານໄກ ມີຫໍພັກໃຫ້ຢູ່ຟຣີ ໃນໄລຍະຮຽນ 3 ເດືອນ ແລະ ໄລຍະຊອກຫາງານອີກ 1 ເດືອນ.

 

 

 

ສະຖານທີ່ຕັ້ງ ບ້ານດົງປ່າແຫຼບ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ສົນໃຈໂທສອບຖາມ 021 540545. 021 261566, ແອັດມິນຂໍແນະນໍາວ່າຜູ້ທີ່ສົນໃຈຕ້ອງໂທໄປສອບຖາມ ຫຼື ຂີ່ລົດ, ຍ່າງໄປຫາໂຮງຮຽນດ້ວຍຕົວເອງ ແອັດເຫັນມີຫຼາຍຄົນມີແຕ່ຄອມເມັນວ່າ “ສົນໃຈ ສົນໃຈ” ດ້ວຍຄວາມຫວັງດີເດີ້ ເພາະເພິ່ນບໍ່ຕິດຕໍ່ກັບໄປແນ່ນອນ.