“ຜູ້ຊ່ຽວຊານຄືຜູ້ທີ່ຜ່ານການຝຶກຝົນຢູ່ຕະຫຼອດ” ໜຸ່ມເສົາ ສິນລະປິນຮູບເໝືອນ ສ້າງຊື່ສຽງດັງຂ້າມຂອງ

97

ໃນວົງການສາຍສິລະປິນ ນັກແຕ້ມ ຄົງຮູ້ຈັກກັນດີເລີຍ ກັບໜຸ່ມນ້ອຍອາຍຸພຽງ 24 ປີ ແຕ່ຄວາມສາມາດໃນການແຕ້ມຮູບເໜືອນ ບໍ່ທໍາມະດາເລີຍ.

ຜົນງານຂອງເສົາ

ກັບ ໜຸ່ມ ເສົາ ຫຼື ເສົາຕຸລາ ຂຸນພົມໄຊ ໜຸ່ມແຂວງວຽງຈັນ ທີ່ມີຄວາມສາມາດ, ພອນສະຫວັນ ບວກກັບພອນສະແຫວງ ດ້ານການແຕ້ມຮູບເໝືອນມາຕັ້ງແຕ່ນ້ອຍ

ເສົາໄດ້ບອກວ່າ: “ຍ້ອນຄວາມມັກຮັກ ເສົາ ຈຶ່ງຮຽນ ແລະ ປັດຈຸບັນກໍຈົບການສຶກສາທີ່ ສະຖາບັນວິຈິດສິນ ແຫ່ງຊາດ ສາຂາວິຊາ ຈິດຕະກໍາ (ແຕ້ມ) ລະດັບປະລິນຍາຕີ ເຊິ່ງວິຊາເຫຼົ່ານີ້ ມັນໄດ້ເຮັດໃຫ້ເສົາ ໄດ້ຕໍ່ຍອດຄວາມຮູ້ ທັກສະໃນການແຕ້ມຮູບ, ການລົງລາຍລະອຽດຕ່າງໆເພີ່ມ…”

ຈາກ ຜົນງານຂອງ ເສົາ ເຮັດໃຫ້ ເສົາ ມີຄົນຮູ້ຈັກ ຫຼື ລູຄ້າ ຫຼາຍໆຄົນ ທີ່ສັ່ງແຕ້ມກັບໜຸ່ມເສົາ ທາງສ່ວນຕົວ ແລະ ຜ່ານເພຈເຟດບຸກຂອງເພິ່ນ ທີ່ຊື່ວ່າ: ຮ້ານແຕ້ມຮູບເໝືອນ

ບອກເລີຍວ່າແຕ່ລະຮູບ ຄືແທ້ໆ ເຫັນຝີມືຂອງເສົາແບບນີ້ ນອກຈາກຈະເປັນທີ່ຮູ້ຈັກຂອງຄົນພາຍໃນປະເທດແລ້ວ ເສົາ ຍັງໄດ້ເປັນຕົວແທນຄົນລາວ ເປັນສິລະປິນຮູບເໝືອນ ຮ່ວມງານກິດຈະກໍາຕ່າງໆຢູ່ປະເທດໄທນໍາອີກ.

ເສົາ ບອກອີກວ່າ ຄະຕິປະຈໍາໃຈຂອງ ເສົາ ແມ່ນ: “ຜູ້ຊ່ຽວຊານຄືຜູ້ທີ່ຜ່ານການຝຶກຝົນຢູ່ຕະຫຼອດ” ເສົາຈຶ່ງມັກເຂົ້າຮ່ວມຝຶກອົບຮົມ ມັກຝຶກຝົນຕົນເອງຢູ່ເລື້ອຍ ເພື່ອພັດທະນາຝີມື ເປີດຮັບແນວຄິດໃໝ່ໆສະເໝີ.

ເສົາ ເກີດເມື່ອວັນທີ 29 ຕຸລາ 1994 ຢູ່ແຂວວຽງຈັນ ບ້ານເວີນສານ ເມືອງວຽງຄໍາ ປັດຈຸບັນ ອາໄສຢູ່ ນະຄອນຫຼວງວຽງຈັນ.