ກຽມຊົມລະຄອນ “ດອກຄູນສຽງແຄນ” ຜົນງານການສະແດງ ຂອງ ລູກນໍ້າ ທິດາລັດ

77

ກ້ເຂົ້າມາແລ້ວ ສໍາລັບລະຄອນຮູບເງົາ “ດອກຄູນສຽງແຄນ” ຮູບເງົາຜົນງານຮ່ວມໄທ ແລະ ລາວທີ່ໄດ້ ສາວຊຸບເປີສະຕາ ລູກນໍ້າ ທິດາລັດ ນາງສາວລາວ ປີ 2011 ສະແດງເປັນນາງເອກ ຮ່ວມກັບ ຕູມຕາມ ເດີສະຕາ, ເຕົ໋າ, ເນັດ, ເຂົ້າທິບ ແລະ ຄົນອື່ນໆອີກຫຼາຍຕົວລະຄອນ.

ຫຼ້າສຸດ ແຟນໆ ຖ້າຕິດຕາມຊົມລະຄອນ ເລື່ອງ ດອກຄູນສຽງແຄນ ໄດ້ເລີຍ ທີ່ຈະເລີ່ມອອກອາກາດ ໃນວັນທີ 24-25 ມິຖຸນາ 2019 ທາງຊ່ອງ ຈີເອັມເອັມ 25 (GMM25) ເວລາ 20:10 ແລະ ຕິດຕາມຊົມຕໍ່ໄດ້ທຸກໆ ວັນຈັນ ອັງຄານ ທາງຊ່ອງ ແລະ ເວລາດຽວກັນນີ້.

ລະຄອນເລື່ອງ ດອກຄູນສຽງແຄນ ເປັນເລື່ອງທີ່ສະແດງເຖິງຄວາມຮັກທີ່ຕ້ອງຫ້າມ, ຫ້າມໃຫ້ຮັກກັນ ຕ້ອງຖືກກີດກັນທຸກທາງ ແຕ່ຕ້ອງມາພິສູດ ແລະ ຮ່ວມລຸ້ນນໍາກັນວ່າ ຄວາມຮັກລະຫວ່າງຄົນສອງຄົນ ຈະຈົບລົງແບບໃດ ໃນລະຄອນ ດອກຄູນສຽງແຄນ…