ຄົນລາວຕ້ອງຊ່ວຍກັນ! ເດືອນເມສາ ລາວຂາດດູນການຄ້າກັບຕ່າງປະເທດ 135 ລ້ານໂດລາ

57

ນັກເສດຖະກິດຫຼາຍຄົນໃຫ້ທັດສະນະວ່າບ້ານເຮົາຍັງມີຈຸດຂາຍຫຼາຍຢ່າງເປັນຕົ້ນ ສິນຄ້າທີ່ຕິດພັນກັບທຳມະຊາດປອດສານເຄມີ ເພາະປະເທດອື່ນກ້າວໜ້າຫຼາຍ ແລະ ບໍ່ມີສິ່ງທີ່ເຮົາມີແລ້ວ ແຕ່ໃນພາບລວມໄລຍະຜ່ານມາຈົນເຖິງປັດຈຸບັນການຜະລິດເພື່ອສົ່ງອອກສິນຄ້າທີ່ໄດ້ປຽບຍັງມີໜ້ອຍ ຈິ່ງເຮັດໃຫ້ລາວເຮົາຂາດດູນການຄ້າກັບຕ່າງປະເທດເລື້ອຍມາ ຫຼ້າສຸດເດືອນເມສາ 2019 ນີ້ 135 ລ້ານໂດລາບໍ່ໜ້ອຍເລີຍ, ຖ້າຢາກຫຼຸດການຂາດດູນດັ່ງກ່າວຄົນລາວຕ້ອງຊ່ວຍກັນຄິດຄົ້ນທ່າແຮງທີ່ມີຢູ່ ແລະ ຫຼຸດການຜະລິດທີ່ນຳໃຊ້ສານເຄມີ.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

 

ອີງຕາມຂໍ້ມູນຈາກກົມພາສີ, ກະຊວງການເງິນ ໃຫ້ຮູ້ວ່າ: ໃນເດືອນເມສາ ປີ 2019, ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຕິບັດໄດ້ປະມານ 852 ລ້ານໂດລາສະຫະລັດ ເຊິ່ງບໍ່ກວມເອົາການນໍາເຂົ້າ ແລະ ສົ່ງອອກໄຟຟ້າ. ໃນນັ້ນ, ມູນຄ່າການນໍາເຂົ້າ ປະຕິບັດໄດ້ປະມານ 493 ລ້ານໂດລາສະຫະລັດ ແລະ ສົ່ງອອກ ປະຕິບັດໄດ້ປະມານ 358 ລ້ານໂດລາສະຫະລັດ ເຊິ່ງຕົວເລກດັ່ງກ່າວເຮັດໃຫ້ປະເທດເຮົາຍັງຂາດດູນເຖິງ 135 ລ້ານໂດລາສະຫະລັດ.

 

ในภาพอาจจะมี ท้องฟ้า, ต้นไม้, บ้าน และสถานที่กลางแจ้ง

 

ໃນນີ້, ສິນຄ້າສົ່ງອອກຫຼັກຂອງ ສປປ ລາວ ປະກອບມີ ແຮ່ທອງ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ເຍື່ອໄມ້ ແລະ ເຍື່ອໄມ້ຈາກເສັ້ນໄຍເຊລລູອື່ນໆ, ມັນຕົ້ນ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…), ຄຳປະສົມ, ຄຳແທ່ງ, ເຄື່ອງນຸ່ງຫົ່ມ, ໝາກກ້ວຍ,  ເຄື່ອງໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ໝາກໄມ້ ແລະ ໝາກໄມ້ເປືອກແຂງທີ່ບໍລິໂພກໄດ້,

 

 

 

ສ່ວນສິນຄ້ານໍາເຂົ້າຫຼັກຂອງ ສປປ ລາວ ປະກອບມີ ນ້ຳມັນກາຊວນ, ພາຫະນະທາງບົກ ນອກຈາກນັ້ນກໍ່ມີລົດໄຖນາ ແລະ ລົດຈັກ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ອຸປະກອນກົນຈັກ   (ນອກຈາກເຄື່ອງກົນຈັກພາຫະນະ), ສາຍໄຟຟ້າ, ເຄເບີ້ລ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ພລາສະຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…).

 

 

ສຳລັບຕະຫຼາດປາຍທາງຂອງ ສປປ ລາວເຮົາແມ່ນ ຈີນ, ໄທ, ຫວຽດນາມ, ອິນເດຍ, ຍີ່ປຸ່ນ, ເຢຍລະມັນ, ຈີນຮົງກົງ, ສ. ອາເມລິກາ, ສະວີເດນ ແລະ ສະວິດເຊີແລນ ແລະ ການນຳເຂົ້າສິນຄ້າສ່ວນໃຫຍ່ມາຈາກໄທ, ຈີນ, ຫວຽດນາມ,​ ຍີ່ປຸ່ນ, ສ.ເກົາຫຼີ, ອິນໂດເນເຊຍ, ຈີນຮົງກົງ, ເຢຍລະມັນ, ອິນເດຍ ແລະ ສ.ອາເມລິກາ.

 

 

 

 

 

 

ຂໍ້ມູນ: ຂໍ້ມູນດິບຈາກກົມພາສີ, ກະຊວງການເງິນ