ຈະຈັດການແຂ່ງຂັນກິລາກ໊ອບ ເພື່ອຊ່ວຍເຫຼືອຜູ້ປະສົບໄພສະໜາມໄຊ

53

ເວົ້າເລື່ອງກິລາ ນັບວ່າເປັນຢາວິເສດ ທີ່ເຮັດໃຫ້ຮ່າງກາຍ ຈິດໃຈເຮົາ ແລະ ມີສຸຂະພາບດີ ຈະດີກວ່ານັ້ນອີກຖ້າຫຼິ້ນກິລາເພື່ອສົ່ງຕໍ່ສິ່ງດີໆ ໃຫ້ກັບຄົນອື່ນແລ້ວຍິ່ງດີຍິ່ງຂຶ້ນໄປຕື່ມ.
ດັ່ງງານແຂ່ງຂັນກິລາກ໊ອບ ເພື່ອການກຸສົນ ທີ່ກໍາລັງຈະຈັດຂຶ້ນໃນໝໍ່ໆນີ້ ອີງຕາມການຕົກລົງເຫັນດີຂອງສູນກາງ ແຂວງ ອັດຕະປື ສົມທົບກັບຄະນະກຳມະການ ແລະ ກະຊວງທີ່ກ່ຽວຂ້ອງ ພ້ອມກັນຈັດຕັ້ງຄະນະກຳມະການ ກະກຽມງານແຂ່ງຂັນ ກິລາກ໊ອບ ເພື່ອການກຸສົນຢ່າງຮີບດ່ວນທີ່ສຸດ.

ເພາະວ່າ ງານດັ່ງກ່າວ ຈະຈັດຂຶ້ນໃນ ວັນທີ 29 ມິຖຸນາ 2019 ຢູ່ທີ່ສະໜາມກ໊ອບ ເຂດເສດຖະກິດພິເສດ ດົງໂພສີ ນະຄອນຫຼວງວຽງຈັນ ເພື່ອເປັນການປຸກລະດົມແຫຼ່ງທຶນເຂົ້າໄປຊ່ວຍໜູນການຟື້ນຟູ ແລະ ການພັດທະນາຊີວິດການເປັນຢູ່ປະຊາຊົນ ຜູ້ປະສົບໄພຢູ່ທີ່ເມືອງ ສະໜາມໄຊ ແຂວງ ອັດຕະປື ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ.

ປັດຈຸບັນ ທາງຄະນະກຳມະການກະກຽມໄດ້ແຕ່ງຕັ້ງຄະນະກຳມະການຮັບຜິດຊອບເປັນທີ່ຮຽບຮ້ອຍແລ້ວ ມີ ຄະນະກຳມະການເລື່ອງການເຕັກນິກ ໂດຍໄດ້ມອບໃຫ້ເບື້ອງສະຫາພັນກ໊ອບແຫ່ງຊາດເປັນຜູ້ຮັບຜິດຊອບໃນການກະກຽມ ແລະ ການຈັດການແຂ່ງຂັນ, ເບື້ອງທ້ອງຖິ່ນ ແມ່ນໄດ້ມີການກະກຽມອະນຸກຳມະການເນື້ອໃນ, ພິທີການ, ສະຖານທີ່ ແລະ ການແຂ່ງຂັນຍ້ອງຍໍ.

ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງ ອັດຕະປື ປະທານສະມາຄົມນັກກິລາ ຄະນະຮັບຜິຊອບການກະກຽມວຽກງານການແຂ່ງຂັນ ກິລາກ໊ອບເພື່ອການກຸສົນ ຊິງຂັນກຽດຕິຍຸດຂອງປະທານຄະນະກຳມະການສະເພາະກິດໄພບັດລະດັບຊາດກ່າວວ່າ:

ການແຂ່ງຂັນກິລາໃນເທື່ອນີ້ ແມ່ນເນັ້ນໃສ່ເນື້ອໃນການລົງໂຄສະນາເຜີຍແຜ່ແຈ້ງໃຫ້ສັງຄົມຮັບຊາບ, ກ່ຽວກັບການກະກຽມຕ່າງໆ ເພື່ອຂໍການອຸປະຖຳເຂົ້າໃນການຊ່ວຍເຫຼືອຈາກສັງຄົມປະກອບສ່ວນ ຈາກນັ້ນກໍ່ໄດ້ມີການປະຕິບັດກະກຽມຍ້ອງຍໍ ເພື່ອລະນຶກເປັນກຽດຕິຄຸນໃຫ້ແກ່ຜູ້ທີ່ປະກອບສ່ວນໃນລະດັບຕ່າງໆຢ່າງສົມກຽດ, ໄດ້ມີການກະກຽມແຕ່ງຕັ້ງອະນຸກຳມະການເສດຖະກິດການເງິນ, ການປຸກລະດົມຕ່າງໆ ເຊິ່ງໄດ້ເຄື່ອນໄຫວປຸກລະດົມການປະກອບສ່ວນຈາກສັງຄົມໃຫ້ມີຄວາມວ່ອງໄວ, ສະດວກ, ໂປ່ງໄສ ໂດຍຜ່ານລະບົບບັນຊີທະນາຄານ, ແຕ່ງຕັ້ງອະນຸກຳມະການເລື່ອງປະຊາສຳພັນໃນການລົງໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການແຂ່ງຂັນ ເພື່ອລະດົມທຶນໃຫ້ກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ.

ໃນໄລຍະຜ່ານມາ ນັບແຕ່ໄດ້ມື້ເຫດໄພພິບັດຈາກເຂື່ອນແຕກເກີດຂຶ້ນນັ້ນ ກໍ່ໄດ້ຮັບການປະກອບສ່ວນຈາກເພື່ອນມະນຸດດ້ວຍກັນທັງພາຍໃນ ແລະ ຕ່າງປະເທດຢ່າງຕໍ່ເນື່ອງ ແຕ່ແນວໃດກໍ່ດີ ມາຮອດເວລານີ້ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃຫ້ເຂົ້າສູ່ສະພາວະປົກກະຕິນັ້ນ ທຽບໃສ່ຄວາມຮຽກຮ້ອງຕ້ອງການເຫັນວ່າຍັງບໍ່ທັນພຽງພໍ ເຊິ່ງຍັງມີຫຼາຍອັນຢ່າງທີ່ຈະຕ້ອງໄດ້ໃຊ້ຈ່າຍເພື່ອຊ່ວຍເຫຼືອຊີວິດການເປັນຢູ່ຂອງປະສົບໄພໃຫ້ດີຂຶ້ນໂດຍໄວ.
ຖ້າຫາກພາກສ່ວນໃດ ມີຄວາມສະດວກ, ມີຈິດໃຈຢາກເປັນສ່ວນໜຶ່ງໃນການຊ່ວຍເຫຼືອ ຜູ້ປະສົບໄພ ສາມາດປະກອບສ່ວນໄດ້ ທັງຈະມາດ້ວຍຕົນເອງ ຫຼື ຈະປະກອບສ່ວນໄດ້ໂດຍຜ່ານລະບົບເລກບັນຊີທະນະຄານ 080120001633679001 ຊື່ບັນຊີ THE CHARTY GOLF FOR SANAMXAY ຫຼື ໂທສອບຖາເພີ່ມຕື່ມໄດ້ທີ່ 020 59597891.

ຂ່າວໂດຍ: ມາລາທິບ