ເພື່ອຮັບປະກັນການປະຕິບັດໜ້າທີ່ໃຫ້ມີປະສິດຕິພາບສອດຄ່ອງກັບຄວາມເປັນຈິງ ເມືອງນ້ຳບາກ ແຂວງຫຼວງພະບາງໄດ້ມີການຈັດຕັ້ງຊັບຊ້ອນບຸກຄະລາກອນ ຈຳນວນໜື່ງໄປຮັບໜ້າທີ່ໃໝ່ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ໃນວັນທີ 3 ມິຖຸນາ 2019 ນີ້ ຢູ່ຫ້ອງປະຊຸມຂອງເມືອງນ້ຳບາກ.
ໃນພິທີຊັບຊ້ອນ ແລະປະກາດການຈັດຕັ້ງຄັ້ງນີ້ເຂົ້າຮ່ວມໂດຍທ່ານ ທ່ານ ສົມພອນ ສີອຸດົມພັນ ເຈົ້າເມືອງນ້ຳບາກ, ມີຫົວໜ້າ-ຮ້ອງຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານ ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສົມຫວັງ ພອນຄຳວົງສາ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂື້ນຜ່ານຂໍ້ຕົກລົງແຕ່ງຕັ້ງທ່ານເຈົ້າເມືອງນ້ຳບາກ ວ່າດ້ວຍການໂຍກຍ້າຍ ທ່ານ ບຸນທັນ ຈັນທະສັກ ຫົວໜ້າຫ້ອງວ່າການປົກຄອງເມືອງ ໄປຮັບໜ້າທີ່ໃຫມ່ເປັນຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ;
ແຕ່ງຕັ້ງ ທ່ານ ວັນແພງ ອຸດທະວີສັກ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງ ຂື້ນເປັນຜູ້ວ່າການແທນຫົວໜ້າຫ້ອງວ່າການປົກຄອງເມືອງ;
ໂຍກຍ້າຍ ທ່ານ ສົມຈິດ ແກ້ວບົວລະເພັດ ປະທານສະຫະພັນກຳມະບານເມືອງ ມາປະຈຳການຢູ່ຫ້ອງວ່າການປົກຄອງເມືອງ;
ໂຍກຍ້າຍ ແລະ ແຕ່ງຕັ້ງ ທ່ານ ນາງ ໃດວ່າງ ປະທານສະຫະພັນແມ່ຍິງເມືອງ ໄປປະຈຳການ ເປັນວ່າການແທນປະທານສະຫະພັນກຳມະບານເມືອງ;
ທ່ານ ດາລາເພັດ ຂັນທະບູນ ຫົວໜ້າໜວ່ຍງານຄົ້ນຄວ້າສັງລວມວຽກພັກຫ້ອງວ່າການປົກຄອງເມືອງ ໄປປະຈຳການເປັນວ່າການແທນ ເລຂາຄະນະບໍລິຫານງານຊາວໜຸ່ມ; ທ່ານ ພອນສະຫວັນ ສົມຈັນ ພະນັກງານວິຊາການໜວ່ຍງານຄົ້ນຄວ້າສັງລວມ ວຽກພັກຫ້ອງວ່າການປົກຄອງເມືອງ ໄປປະຈຳການຢູ່ຫ້ອງການສະຫະພັນກຳມະບານເມືອງ.
ການແຕ່ງຕັ້ງ, ໂຍກຍ້າຍ ແລະ ຊັບຊ້ອນພະນັກງານການນຳ, ພະນັກງານຫຼັກແຫຼ່ງໃນຄັ້ງນີ້ ແມ່ນຄວາມເປັນເອກະພາບຂອງຄະນະປະຈຳພັກເມືອງ, ອີງໃສ່ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນໄລຍະໃໝ່ ໃນສະເພາະໜ້າ ແລະ ຍາວນານ, ທັງເປັນການປັບປຸງກົງຈັກການຈັດຕັ້ງ ໃຫ້ຖືກຕ້ອງ ຕາມນິຕິກຳຂອງພັກ-ລັດ.
ຂ່າວ: ພອນສັກ ສິງດາລັກ (ນັກຂ່າວເມືອງນ້ຳບາກ)