ຕະຫຼາດນໍ້າມັນປາມຍັງສົດໃສ ແຕ່ການສະໜອງວັດຖຸດິບບໍ່ພຽງພໍກັບຄວາມຕ້ອງການ

97

ບໍລິສັດ ລາວອາໂກຣເທັກ ມະຫາຊົນ ຜູ້ທີ່ດຳເນີນທຸລະກິດດ້ານອຸດສາຫະກຳປາມນ້ຳມັນແບບຄົບວົງຈອນ ເຜີຍ: ວັດຖຸດິບທີ່ມີປ້ອນໂຮງງານພຽງ 20 ໂຕນຕໍ່ມື້ ແຕ່ຄວາມຕ້ອງການຢູ່ທີ່ 500 ກວ່າໂຕນ, ຂະນະທີ່ບໍລິສັດເປີດເຜີຍຫາກປະຊາຊົນສົນໃຈປູກຕົ້ນປາມພວກເຮົາກໍພ້ອມທີ່ຈະສົ່ງເສີມເຕັມທີ່ແລ້ວເກັບຊື້ຜົນຜະລິດຄືນ, ສ່ວນແຜນການຂະຫຍາຍໂຮງງານຜະລິດນ້ຳມັນຊີວະພາບຈາກນ້ຳມັນປາມໃນປີ 2019 ກໍຄາດວ່າຈະເລີ່ມລົງມືກໍ່ສ້າງໃນໄວໆນີ້ ມູນຄ່າຫຼາຍກວ່າ 10 ລ້ານໂດລາ.

ທ່ານ ອຸດົມ ແກ້ວທະວົງ ຜູ້ອຳນວຍການ ບໍລິສັດ ລາວອາໂກຣເທັກ ມະຫາຊົນ ໃຫ້ສໍາພາດວ່າ: ພາຍຫຼັງທີ່ບໍລິສັດໄດ້ລະດົມທຶນຜ່ານຕະຫຼາດຫຼັກຊັບລາວ ໂດຍການເປີດຊື້ – ຂາຍຫຸ້ນຢ່າງເປັນທາງການ ໃນວັນທີ 25 ກັນຍາ 2018 ຜ່ານມາ ໃນຈໍານວນ 20 ລ້ານຫຸ້ນ ລາຄາຈຳໜ່າຍ 700 ກີບຕໍ່ຫຸ້ນ ພວກເຮົາກໍໄດ້ທຶນຈໍານວນໜຶ່ງມາຂະຫຍາຍໂຮງງານຕາມແຜນທຸລະກິດທີ່ໄດ້ຂຽນໄວ້ກ່ອນເຂົ້າຕະຫຼາດຫຼັກຊັບ ໂດຍສະເພາະແມ່ນການຂະຫຍາຍກຳລັງການຜະລິດໂຮງງານຜະລິດນ້ຳມັນກາຊວນຊີວະພາບ ເຊິ່ງໃນປັດຈຸບັນຢູ່ໃນຂັ້ນຕອນການດຳເນີນງານຂໍອະນຸຍາດກັບພາກສ່ວນກ່ຽວຂ້ອງຂອງລັດ ຄາດວ່າຈະລົງມືກໍ່ສ້າງໃນໄວໆນີ້ ໂດຍມີກໍາລັງການຜະລິດ 2 ແສນລິດຕໍ່ມື້.

ທ່ານກ່າວຕື່ມວ່າ: ໃນປີ 2018 ຜ່ານມາ ເຮົາມີເນື້ອທີ່ປູກ 1.800 ກວ່າເຮັກຕາ, ສໍາລັບປີ 2019 ຮອດເດືອນສິງຫາ ຈຶ່ງຈະສະຫຼຸບໄດ້ວ່າເຮົາມີເນື້ອທີ່ປູກເພີ່ມຂຶ້ນອີກເທົ່າໃດ ເພາະຕອນນີ້ປະຊາຊົນກໍາລັງປູກສ່ວນຫຼາຍແມ່ນຢູ່ເມືອງຊະນະຄາມ, ເມືອງເຟືອງ, ເມືອງແກ້ວອຸດົມ ແຂວງວຽງຈັນ ແລະ ບາງເມືອງຂອງແຂວງໄຊຍະບູລີ ໂດຍນຳໃຊ້ແນວພັນຂອງບໍລິສັດທັງໝົດ. ຜ່ານມາການຜະລິດນໍ້າມັນກາຊວນຊີວະພາບຈາກນ້ຳມັນປາມ ແມ່ນຍັງຂາດວັດຖຸດິບບໍ່ພຽງພໍກັບຄວາມຕ້ອງການ ພວກເຮົາຈຶ່ງໄດ້ນໍາເຂົ້ານໍ້າມັນດິບຈາກປະເທດເພື່ອນບ້ານບາງສ່ວນເຂົ້າມາຊ່ວຍເປັນໄລຍະເພື່ອສະໜອງໃຫ້ຜູ້ຊົມໃຊ້, ແຕ່ຄາດວ່າໄລຍະ 3 – 4 ປີ ຕໍ່ໜ້າເຮົາຈະຫຼຸດຜ່ອນການນໍາເຂົ້າໄດ້ຫຼາຍຂຶ້ນ ເນື່ອງຈາກວ່າວັດຖຸດິບທີ່ສົ່ງເສີມປູກພາຍໃນປະເທດອອກຜົນຜະລິດຫຼາຍຂຶ້ນ ເຊິ່ງເປົ້າໝາຍຫຼັກນັບແຕ່ນີ້ຕໍ່ໄປທາງບໍລິສັດແມ່ນຈະສຸມໃສ່ໃນຮູບແບບການສົ່ງເສີມມີສ່ວນຮ່ວມກັບປະຊາຊົນໃຫ້ໄດ້ຫຼາຍທີ່ສຸດ ຄາດວ່າໃນປີ 2019 ນີ້ຈະສາມາດສະໜອງເບ້ຍໃຫ້ໄດ້ປະມານ 1 ແສນຕົ້ນ.

ທ່ານຍັງໃຫ້ເຫດຜົນເຖິງຈຸດດີຂອງການປູກຕົ້ນປາມອີກວ່າ: ຕົ້ນປາມແມ່ນຈະໃຫ້ຜົນຜະລິດປີທີ 3 ຫຼັງຈາກລົງມືປູກ ແລະ ສາມາດເກັບຜົນຜະລິດໄດ້ຮອດ 30 ປີ; ນ້ຳມັນປາມສາມາດນຳມາຜະລິດໄດ້ 3 ຢ່າງ ຄື: ຜະລິດເປັນນໍ້າມັນກາຊວນຊີວະພາບ ( Bio Diesel ), ນໍ້າມັນພືດ ( Cooking Oil ), ອາຫານສັດ ( Animal food ) ແລະ ສິ່ງເສດເຫຼືອຈາກຂະບວນການຜະລິດຍັງສາມາດນຳມາເຮັດຝຸ່ນຊີວະພາບ ( Bio – fertilizer ) ໄດ້ຕື່ມອີກ.

ມາຮອດປັດຈຸບັນ ບໍລິສັດ ລາວອາໂກຣເທັກ ມະຫາຊົນ ແມ່ນໄດ້ດຳເນີນການຜະລິດແລ້ວມີ ຄື: ຜະລິດນ້ຳມັນກາຊວນຊີວະພາບ, ຜະລິດນ້ຳມັນປາມດິບເພື່ອເປັນອາຫານສັດ ແລະ ຝຸ່ນຊີວະພາບຈາກກາກນ້ຳມັນປາມ ແຕ່ເນື່ອງຈາກວັດຖຸດິບຍັງບໍ່ພຽງພໍທາງບໍລິສັດຈຶ່ງຍັງບໍ່ໄດ້ຜະລິດນ້ຳມັນສຳລັບບໍລິໂພກເທື່ອ. ສະນັ້ນ, ເປົ້າໝາຍຫຼັກຂອງບໍລິສັດຈຶ່ງໄດ້ສຸມໃສ່ສົ່ງເສີມໃຫ້ມີສວນປູກປາມໃຫ້ຫຼາຍທີ່ສຸດ, ເວົ້າສະເພາະຄວາມຕ້ອງການຂອງຕະຫຼາດພາຍໃນປະເທດສຳລັບຜະລິດນ້ຳມັນກາຊວນຊີວະພາບແມ່ນມີຄວາມຕ້ອງການປະມານ 500 ກວ່າໂຕນຕໍ່ມື້ ( ແຊງປາມດິບ ) ແຕ່ປັດຈຸບັນແມ່ນມີຜົນຜະລິດເຂົ້າໂຮງງານສະເລ່ຍພຽງແຕ່ 20 ໂຕນຕໍ່ມື້ເທົ່ານັ້ນ.

ສະນັ້ນ, ຈຶ່ງເປັນໂອກາດອັນດີສຳລັບຜູ້ທີ່ສົນໃຈຢາກເຮັດສວນປາມນ້ຳມັນ ເພາະວ່າຕະຫຼາດຈຳໜ່າຍແມ່ນຢູ່ພາຍໃນທັງໝົດ ໂດຍບໍ່ໄດ້ເອື່ອຍອີງຕະຫຼາດຕ່າງປະເທດເຮັດໃຫ້ລາຄາມີສະຖຽນລະພາບ ເຊິ່ງທາງບໍລິສັດແມ່ນຮັບຊື້ປາມ 800 ກີບຕໍ່ກິໂລ, ໃນຂະນະທີ່ປະເທດເພື່ອນບ້ານຮັບຊື້ທີ່ລາຄາພຽງແຕ່ 550 ກີບຕໍ່ກິໂລ ແລະ ອີກຢ່າງໜຶ່ງທາງບໍລິສັດກໍມີແນວພັນປາມນ້ຳມັນທີ່ມີຄຸນນະພາບ, ໃຫ້ຜົນຜະລິດສູງ, ຈະເລີນເຕີບໂຕໄດ້ດີໃນສະພາບອາກາດຂອງ ສປປ ລາວ ພ້ອມສະໜອງໃຫ້ກັບຊາວກະສິກອນ.

ໄລຍະຜ່ານມາລັດຖະບານໄດ້ມີນະໂຍບາຍສົ່ງເສີມການປູກພືດໃຫ້ນ້ຳມັນ ເພື່ອເປັນພະລັງງານທົດແທນຫວັງຫຼຸດຜ່ອນການນໍາເຂົ້າ ໂດຍຫັນມາເພິ່ງພາການຜະລິດພາຍໃນປະເທດໃຫ້ຫຼາຍຂຶ້ນ ແລະ ມີຄວາມຍືນຍົງ. ຫຼ້າສຸດ, ໃນທ້າຍປີ 2018 ຜ່ານມາ ບໍລິສັດ ລາວອາໂກຣເທັກ ມະຫາຊົນ ແລະ ສະຖາບັນສົ່ງເສີມພະລັງງານທົດແທນ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເຊັນບົດບັນທຶກສືບຕໍ່ ຮ່ວມມືທາງດ້ານວິຊາການໂຄງການພັດທະນາການຜະລິດນໍ້າມັນກາຊວນຊີວະພາບຈາກນ້ຳມັນປາມ ເຊິ່ງຈຸດປະສົງກໍເພື່ອສືບຕໍ່ຮ່ວມມືທາງດ້ານວິຊາການໃນການສົ່ງເສີມ, ພັດທະນາການຜະລິດ, ປຸງແຕ່ງ, ການບໍລິການ ແລະ ການນຳໃຊ້ນ້ຳມັນກາຊວນຊີວະພາບຈາກວັດຖຸດິບທີ່ມີຢູ່ພາຍໃນປະເທດ.

ໂຄງການຜະລິດນໍ້າມັນກາຊວນຊີວະພາບເພື່ອທົດແທນການນໍາເຂົ້າ ນັບເປັນນະໂຍບາຍຫຼັກຂອງລັດຖະບານທີ່ໃຫ້ການສະໜັບສະໜູນໃຫ້ດຳເນີນການ ເພື່ອຫຼຸດຜ່ອນການນໍາເຂົ້ານໍ້າມັນເຊື້ອໄຟຈາກຕ່າງປະເທດ ແລະ ໃນປັດຈຸບັນບໍລິສັດເປັນຜູ້ຜະລິດນໍ້າມັນກາຊວນຊີວະພາບທີ່ຜະລິດຈາກນໍ້າມັນປາມພຽງຜູ້ດຽວໃນ ສປປ ລາວ. ພ້ອມກັນນັ້ນ, ບໍລິສັດຍັງສົ່ງເສີມປະຊາຊົນປູກປາມເພື່ອເປັນວັດຖຸດິບໃນການຜະລິດນໍ້າມັນກາຊວນຊີວະພາບໃຫ້ເພີ່ມຂຶ້ນເລື້ອຍໆ “ ທ່ານ ອຸດົມ ກ່າວ ”.

[ ຂ່າວ – ຮູບ: ສົມສະຫວິນ ]