ຕາມຄວາມເຊື່ອ!!!ຜູ້ທີ່ມີບຸນບວດຈຶ່ງໄດ້ບວດ

234

ໄປໜ້າຢ່າລືມຫຼັງ ສັງຄົມກ້າວໜ້າກໍ່ຕ້ອງຮູ້ສາສະໜາບໍ່ຄວນລືມ ດັ່ງນັ້ນ ມື້ນີ້ເຮົາມາທາງຫຼັກພະພຸດທະສາດສະໜາກັນແນ່ ມາຮູ້ຈັກ ແລະ ເຂົ້າໃຈ ຄຳວ່າບວດ ຫຼື ການບວດ.

ບວດ ຫຼື ການບວດນັ້ນ ເປັນປະເພນີລາວທີ່ສືບຕໍ່ປະຕິບັດກັນມາແຕ່ບູຮານນະການ ເມື່ອຜູ້ຊາຍລາວອາຍຸຄົບບວດ ຈະຕ້ອງບວດໃຫ້ໄດ້ຈັກເທື່ອໜຶ່ງ ໃນຊີວິດ ເພື່ອການສຶກສາພະທໍາຄຳສອນຂອງພະສໍາມາສໍາພຸດທະເຈົ້າ ແລະ ສືບທອດອາຍຸພະພຸດທະສາສະໜາ ສ້າງກຸສົນອັນຍິ່ງໃຫຍ່ໃຫ້ແກ່ຕົນເອງ ແລະ ບິດາ ມານດາ ລວມທັງຍາດຕິພີ່ນ້ອງ.

ຜູ້ທີ່ໄດ້ບວດ ຖືວ່າເປັນຜູ້ທີ່ມີບຸນຫລາຍ ເພາະຜູ້ທີ່ມາຢູ່ໃນທໍາມະໃຕ້ຜ້າສະບົງ ຕ້ອງໄດ້ສະສົມບຸນມາຂ້າມພົບ ຂ້າມຊາດ ເມື່ອບາລະມີຫຼາຍຂຶ້ນກໍໂອກາດໄດ້ມາບວດໃນ ພະພຸດທະສາສະໜາ ເຊັ່ນ ໃນຄັ້ງຜູ້ທີ່ຈະມາບວດບໍ່ແມ່ນສະເພາະຜູ້ດ້ອຍໂອກາດ ແຕ່ເປັນຜູ້ທີ່ມາຈາກຫລາຍຕະກູນທີ່ປະສົບຄວາມສຳເລັດໃນຊີວິດ ຊຶ່ງໄດ້ເຫັນໂທດໄພໃນການຄອງເຮືອນ ໃນວັນຕະສົງສານ ຈຶ່ງອອກບວດ ການທີ່ຕະກຸນກະສັດ ພຣາມ ແລະ ມະຫາເສດຖີເຂົ້າມາບວດນັ້ນ ສະແດງ ວ່າການບວດບໍ່ແມ່ນເລື່ອງ ທຳມະດາ ແຕ່ເປັນເລື່ອງທີ່ສຳຄັນຢ່າງຍິ່ງ.

ການບວດຈະເປັນການຊ່ວຍທະນຸບຳລຸງພະພຸດທະສາສະໜາ ແລະ ມີສ່ວນສຳຄັນທີ່ຈະເຮັດໃຫ້ປະເທດທີ່ເຮົາ ຢູ່ອາໄສເປັນດິນແດນ ແຫ່ງສັນຕິສຸກອັນເກີດຈາກພຸດທໍາ ແລະຍັງເປັນໂອກາດອັນດີທີ່ຜູ້ບວດຈະໄດ້ເຝິກຝົນອົບຮົມຕົນເອງ ເພື່ອໃຫ້ເປັນພະແທ້ຕາມພະທໍາວິໄນ ມີສີນ ສະມາທິ ແລະ ປັນຍາ ຊຶ່ງຖືເປັນການໃຊ້ວັນເວລາຢ່າງມີຄ່າ ແລະ ມີຄວາມໝາຍ ຕໍ່ການເກີດມາເປັນມະນຸດຢ່າງຍິ່ງ ດັ່ງທີ່ພະສໍາມາສໍາພຸດທະເຈົ້າ ຕັດໄວ້ວ່າ “ຊີວິດພຽງວັນດຽວຂອງຜູ້ມີສີນມີສະມາທິ ຍັງປະເສີດກວ່າຊີວິດຕັ້ງຮ້ອຍປີ ຂອງຜູ້ບໍ່ມີສິນ ບໍ່ມີສະມາທິ”.

ຄຳວ່າ “ບວດ ຫຼື ບວຊ” ເປັນພາສາລາວ ຊຶ່ງໄດ້ມາຈາກພາສາບາລີວ່າ “ປັພພັຊຊາ” ຊຶ່ງມີຮາກສັບຄື “ປະ + ວະຊະ” ປະ ແປວ່າ ທົ່ວ ຫຼື ສິ້ນເຊິງ ວະຊະ ແປວ່າ ໄປຫຼືເວັ້ນ ຄໍາວ່າ “ປັບພະຊາ ຫລື ບວດ ຫຼື ບວຊ” ຈຶ່ງແປວ່າ ໄປໂດຍສິ້ນເຊິງ ຫຼື ການເວັ້ນໂດຍສິ້ນເຊິງ ນັ້ນໝາຍເຖິງ ລະທາງໂລກ ລະຈາກການຄອງເຮືອນໄປສູ່ຄວາມເປັນບັນພະສິດ ຫຼື ບຸກຄົນຜູ້ທີ່ບໍ່ໄດ້ຄອງເຮືອນ ນັ້ນເອງ.
ຄະນະປັດຊະຍາສູນກາງພຸດທະສາສະໜາສໍາພັນລາວກ່າວ ວ່າ ປັບພະຊາ ໝາຍເອົາການບວດທົ່ວໄປ ລວມທັງອຸປະສົມບົດ ຄື ບວດເປັນສາມະເນນແນ່

ໃນປັດຈຸບັນນີ້ ປັບພະຊາ ໝາຍເອົາການບວດເປັນສາມະເນນ ອຸປະສົມບົດ ໝາຍເອົາ ການບວດເປັນພະພິກຂຸ ແຕ່ກ່ອນຈະອຸປະສົມບົດກໍຕ້ອງ ປັບພະຊາ ເປັນສາມະເນນມາກ່ອນ ຈະອຸປະສົມບົດ ໄປເລີຍ ບໍ່ໄດ້

ມະຫາສິລາ ວີຣະວົງສ໌ ກ່າວວ່າ ບວດ ຄືການຖືເພດເປັນພິກຂຸສາມະເນນ ຫຼື ຣັດສີ ເປັນຕົ້ນ, ໝາຍເຖິງ ບຸກຄົນຜູ້ທີ່ ເວັ້ນຈາກຄອງ ຄະຣາວາສ

ສ່ວນ ບຸນຖັນ ສີນະວົງສ໌ ກ່າວອີກວ່າ ບວດ ມາຈາກຄໍາສັບ ບັພພັຊຊາ ໂດຍຂຽນ ປ ແທນ ບ ແປວ່າ ອອກໄປໜ້າ ໝາຍເຖິງ ໜີຈາກເຮືອນອອກໄປບວດ, ບວດເປັນສາມະເນນກ່ອນແລ້ວຈຶ່ງບວດເປັນພະ ເອີ້ນວ່າ ອຸປະສົມບົດ ເມື່ອບວດແລ້ວຈະລາສິກຂາ ກໍໄດ້ ແລະ ກັບຄືນບວດໃໝ່ກໍໄດ້ ຊຶ່ງກົງກັບພາສາອັງກິດວ່າ “to leave one’s home, ordination, renunciation of the world”

ສະຫລຸບ “ບວດ ຫລື ບວຊ” ໝາຍເຖິງ ການປະຕິບັດຕົນເພື່ອອອກຈາກຄວາມທຸກ ແລະ ທໍາໃຫ້ແຈ້ງ ເຊິ່ງ ພະນິພານ ຄືຄວາມດັບທຸກນັ້ນເອງ ຢ່າງໃດກໍຕາມ ການບວດໄດ້ພຽງເວລາອັນສັ້ນກໍຍັງດີ ເພາະນອກຈາກການສືບຕໍ່ ອາຍຸ ພະພຸດທະສາສະໜາແລ້ວ ຍັງເປັນເຫດໃຫ້ຜູ້ບວດຮູ້ຈັກເຝິກຫັດຄວາມອົດທົນ ແລະ ຄວາມເສຍສະລະອີກດ້ວຍ ອາດເຮັດໃຫ້ໄດ້ຢູ່ໃກ້ພະທໍາຄຳສອນ ຂອງອົງ ສົມເດັດພະສໍາມາສໍາພຸດເຈົ້າ.

ໃນສະໄໝບູຮານ ຄົນທີ່ອອກບວດ ຍ່ອມບວດເພາະຄວາມຊະລາ ຄວາມເຈັບປ່ວຍ ບໍ່ມີຊັບສົມບັດ ບໍ່ມີຍາດຕິພີ່ນ້ອງ ເພື່ອນມິດສະຫາຍ ສໍາຫລັບພະພຸດທະເຈົ້ານັ້ນພະອົງໄດ້ພິຈາລະນາເຖິງຄວາມເກີດ ແກ່ ເຈັບ ຕາຍ ຈຶ່ງອອກບວດ ສ່ວນຄົນທຸກວັນນີ້ບວດຕາມປະເພນີ ເມື່ອອາຍຸຄົບຕາມກໍາໜົດກໍບວດ ບວດແກ້ບະ ດ້ວຍຄວາມເຈັບໄຂ້ໄດ້ປ່ວຍ ບວດຕອບແທນບຸນຄຸນພໍ່ແມ່ ເປັນຕົ້ນ.

ຂໍຂອບໃຈຂໍ້ມູນດີໆ ແລະ ຮູບພາບ ຈາກ: ວັດໃໝ່ໂຊກຄຳ Sokkham Temple